ເປີດກອງປະຊຸມຄົບຄະນະກາງສະໄໝ ຂອງໝ່ວຍພັກຮາກຖານ ກົມມາດຕະຖານ ແລະ ວັດແທກ
By ໄພວັນ On 29 Jun, 2023 At 10:46 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

IMG_0071

ໝ່ວຍພັກຮາກຖານ ກົມມາດຕະຖານ ແລະ ວັດແທກ ໄດ້ເປີດກອງປະຊຸມຄົບຄະນະກາງສະໄໝ ຂອງໝ່ວຍພັກຮາກຖານ ກົມມາດຕະຖານ ແລະ ວັດແທກ ຂື້ນວັນທີ 27 ມິຖຸນາ 2023, ໂດຍການເປັນປະທານ ຂອງ ສະຫາຍ ວຽງທອງ ວົງທະວິໄລ ຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຮາກຖານ ກົມມາດຕະຖານ ແລະ ວັດແທກ ມີບັນດາສະຫາຍຄະນະໜ່ວຍພັກ, ຄະນະຕິດຕາມຈາກໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.

IMG_0080

ສະຫາຍປະທານໄດ້ກ່າວເປີດໃຫ້ຮູ້ວ່າ: ໂດຍການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ປະຕິບັດ 2 ວາລະແຫ່ງຊາດ ແລະ ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ອຄ ກໍ່ຄືກອງປະຊຸມໄຫຍ່ຄັ້ງທີ II ຂອງໜ່ວຍພັກຮາກຖານກົມມາດຕະຖານ ແລະ ວັດແທກ ຢ່າງເປັນຂະບວນ ແລະ ຟົດຟື້ນ, ໜ່ວຍພັກຮາກຖານກົມມາດຕະຖານ ແລະ ວັດແທກ ແມ່ນໜ່ວຍພັກໜຶ່ງທີ່ຂຶ້ນກັບ ຄະນະບໍລິຫານງານພັກກະຊວງ ອຸດສາຫະກຳ ແລະ ການຄ້າ ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານດ້ານການຄຸ້ມຄອງ ແລະ ບໍລິການດ້ານມາດຕະຖານ ແລະ ວັດແທກ  ຕາມພາລະບົດບາດ ແລະ ໜ້າທີ່ ທີ່ກຳນົດໄວ້, ໜ່ວຍພັກຮາກຖານໄດ້ເປີດຂະບວນການແຂ່ງຂັນຕ່າງໆ ໄປພ້ອມກັບການສ້າງຜົນງານອອກສູ່ສັງຄົມ ແລະ ໄດ້ປະສົບຜົນສຳເລັດ ເປັນທີ່ ຍອມຮັບໃນຫຼາຍດ້ານ, ຄະນະໜ່ວຍພັກ, ສະມາຊິກພັກພາຍໃນໜ່ວຍໄດ້ເຊີດຊູຮັກສາມູນເຊື້ອການນຳພາ ຂອງພັກຕິດພັນກັບຂະບວນການຂອງມະຫາຊົນ ນຳພາຈັດຕັ້ງປະຕິບັດວຽກງານວິຊາສະເພາະຫຼາຍດ້ານ ແລະ ເປັນພື້ນຖານໃນການເຄື່ອນໄຫວວຽກງານໃນຕໍ່ໜ້າ, ຜ່ານການເຄື່ອນໄຫວວຽກງານ ໜ່ວຍພັກຮາກຖານ ໄດ້ສຳຫຼວດຕີລາຄາການເຄື່ອນໄຫວການຊີ້ນຳ-ນຳພາຢ່າງເປີດກວ້າງ.    IMG_0046

ກອງປະຊຸມຄົບຄະນະກາງສະໄໝຂອງໜ່ວຍພັກຮາກຖານ ກົມມາດຕະຖານ ແລະ ວັດແທກ ຄັ້ງນີ້, ຜູ້ແທນຈະໄດ້ຮັບຟັງການ ເຜີຍແຜ່ເຊື່ອມຊືມຄໍາສັ່ງຂອງຄະນເລຂາທິການສູນກາງພັກ ເລກທີ 268/ຄລສພ, ລົງວັນທີ 20/01/2023; ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ ເລກທີ 030/ກມສພ; ແລະ ກົດລະບຽບພັກ ສະໄໝທີ XI, ຄືໜ້າທີ່ ແລະ ສິດ ຂອງຄະນະໜ່ວຍພັກຮາກຖານ ແລະ ຂໍ້ຫ້າມສະມາຊິກພັກ; ສະຫຼຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຮາກຖານ ກົມມາດຕະຖານ ແລະ ວັດແທກ (ກາງສະໄໝ) (30/10/2019- 06/2023) ແລະ ທິດທາງແຜນການໃນຕໍ່ໜ້າ; ບົດສໍາຫຼວດການນໍາພາລວມ ຂອງ ຄະນະໜ່ວຍພັກຮາກຖານກົມ ແລະ ຜ່ານບົດສໍາຫຼວດບຸກຄົນໃນຄະນະໜ່ວຍພັກຮາກຖານ.

IMG_0186               ຜູ້ແທນຈະໄດ້ພ້ອມກັນ ສຸມສະຕິປັນຍາ, ຄົ້ນຄວ້າ, ປະກອບຄໍາຄິດເຫັນ ຢ່າງເລິກເຊິ່ງ ແລະ ພາວະວິໄສ, ຕີລາຄາ ຜົນໄດ້ຮັບ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຂອງການຊີ້ນໍາ-ນໍາພາໜ່ວຍພັກຮາກຖານຂອງກົມ, ພ້ອມກັນນັ້ນ ຈະໄດ້ກຳນົດໜ້າທີ່ທິດທາງການເມືອງ ຂອງໜ່ວຍພັກໃນຕໍ່ໜ້າ, ບັນຫາສຳຄັນອີກອັນໜຶ່ງແມ່ນຜູ້ແທນຈະໄດ້ໃຊ້ສິດ ປະຊາທິປະໄຕ ຂອງຕົນເພື່ອປ່ອນບັດທາບທາມຄວາມໄວ້ວາງໃຈຕໍ່ກັບຄະນະໜ່ວຍພັກຮາກຖານກົມ ເພື່ອສືບຕໍ່ຊີ້ນຳ-ນຳພາ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.

ຂ່າວ-ພາບ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -