ປະຊຸມ ຄັ້ງປະຖົມມະລຶກ ວຽກງານອຳນວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງ ຂອງ ສປປ ລາວ
By ໄພວັນ On 21 Jun, 2023 At 07:14 PM | Categorized As ຂ່າວສຳຄັນ | With 0 Comments

IMG_0043

ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ຫົວໜ້າ ຄອຄຂ.ສ) ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກ ຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ຂຶ້ນ ໃນວັນພຸດທີ 21 ມິຖຸນາ 2023, ທີ່ໂຮງແຮມແລນມາກ. ໂດຍການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ,  ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ ຄອຄຂ.ສ; ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ທັງເປັນຮອງຫົວໜ້າ ແລະ ຜູ້ປະຈໍາການ ຄອຄຂ.ສ; ພ້ອມມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ມີຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງ, ພະແນກ ອຄ ແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ  ແລະ ພ້ອມບັນດາຕາງໜ້າທູດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

IMG_0053.jpg 1

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ,  ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ ຄອຄຂ.ສ ກ່າວບາງຕອນວ່າ: ກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຄົບຄະນະໃນມື້ນີ້ ພວກເຮົາຈະໄດ້ຮັບຟັງການລາຍງານ, ການປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ໃສ່ບັນດາຫົວຂໍ້ຕ່າງໆ ເປັນຕົ້ນ: 1). ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໄລຍະຜ່ານມາ ແລະ ແຜນວຽກຈຸດສຸມໃນ 6 ເດືອນທ້າຍປີ 2023; 2). ການແບ່ງຄວາມຮັບຜິດຊອບ, ກົນໄກປະສານງານ, ແລະ ແບບແຜນວິທີເຮັດວຽກຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ຂັ້ນແຂວງ ຕາມດໍາລັດ ເລກທີ 145/ນຍ; 3). ການປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ບັນຫາ ຫຼື ຂໍ້ສະເໜີ ທີ່ກອງປະຊຸມຍົກຂຶ້ນ ແນໃສ່ປັບປຸງ   ແກ້ໄຂຂໍ້ຄົງຄ້າງ ໃນວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ.

IMG_00171

ກອງປະຊຸມທີ່ປຶກສາຫາລືກັນໃນມື້ນີ້, ທາງກອງເລຂາຂອງກອງປະຊຸມໄດ້ກະກຽມແບບກະທັດຮັດ ແລະ ຄັດຈ້ອນບັນຫາທີ່ສໍາຄັນ ທີ່ພົວພັນກັບໝາກຜົນຂອງການເຄື່ອນໄຫວຜ່ານມາ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ຈຸດສຸມຂອງວຽກງານໃນຕໍ່ໜ້າ ເຊິ່ງອາດຈະຍັງບໍ່ຄົບຖ້ວນ. ດັ່ງນັ້ນ, ຂ້າພະເຈົ້າໃນນາມປະທານກອງປະຊຸມ ຂໍຮຽກຮ້ອງມາຍັງບັນດາທ່ານ ຈົ່ງປະກອບສ່ວນແລກປ່ຽນຄໍາຄິດເຫັນ ຢ່າງກົງໄປກົງມາ, ຍົກໃຫ້ເຫັນບັນຫາ ແລະ ສະເໜີທິດທາງ, ວິທີການແກ້ໄຂ ເພື່ອເຮັດໃຫ້ການຄ້າ ແລະ ການຂົນສົ່ງ ມີຄວາມສະດວກ, ຫຼຸດຕົ້ນທຶນຂອງພາກທຸລະກິດ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການລົງທຶນ ແລະ ການດໍາເນີນທຸລະກິດ.

IMG_0091

ໂອກາດນີ້ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ອຄ, ຮອງຫົວໜ້າ ແລະ ຜູ້ປະຈໍາການ ຄອຄຂ.ສ ກ່າວບາງຕອນວ່າ: ໃນເມື່ອກ່ອນມີສອງຄະນະກໍາມະການ ຄື: ຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ກັບ ຄະນະກໍາມະການຂົນສົ່ງແຫ່ງຊາດ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີດຽວກັນ (ປີ 2018). ພາຍຫຼັງສອງຄະນະກໍາມະການໄດ້ຮັບການສ້າງຕັ້ງຂຶ້ນ, ທັງສອງກະຊວງ (ກະຊວງ ອຄ ແລະ ກະຊວງ ຍທຂ) ໄດ້ຈັດຕັ້ງ ແລະ ເຄື່ອນໄຫວວຽກງານຕາມພາລະບົດບາດໃຜລາວ ເຊິ່ງເຫັນວ່າບໍ່ທັນສະດວກ ແລະ ຄ່ອງຕົວເທົ່າທີ່ຄວນ. ດ້ວຍເຫດນີ້, ລັດຖະບານ ຈຶ່ງຕົກລົງໂຮມສອງຄະນະກໍາມະການເຂົ້າກັນ ເປັນຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຕາມດຳລັດ ເລກທີ 145/ນຍ, ລົງວັນທີ 14 ມີນາ 2023 ເພື່ອເຮັດໃຫ້ກົນໄກປະສານງານໃນການຫຼຸດຂັ້ນຂອດຕ່າງໆທີ່ເປັນສິ່ງອຸດຕັນໃຫ້ແກ່ການຄ້າ ແລະ ການຂົນສົ່ງ ມີຄວາມສະດວກຄ່ອງຕົວຂຶ້ນກວ່າເກົ່າ.

IMG_0114

ຄະນະກຳມະການດັ່ງກ່າວ ມີກອງເລຂາ ເຊິ່ງມີ 2 ຂັ້ນ ຄື: ຂັ້ນສູນກາງ ແມ່ນທ່ານ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ເປັນຫົວໜ້າຄະນະ, ຂັ້ນແຂວງ ແມ່ນທ່ານຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ເປັນຫົວໜ້າຄະນະ. ກອງເລຂາ ໄດ້ແບ່ງອອກເປັນ 2 ໜ່ວຍງານ ຄື: 1). ໜ່ວຍງານອໍານວຍຄວາມສະດວກທາງດ້ານການຄ້າ ມີຈຸດປະສານງານຢູ່ຂະແໜງອຸດສາຫະກຳ ແລະ ການຄ້າ ແລະ 2). ໜ່ວຍງານອໍານວຍຄວາມສະດວກທາງດ້ານການຂົນສົ່ງ ມີຈຸດປະສານງານຢູ່ຂະແໜງ ໂຍທາທິການ ແລະ ຂົນສົ່ງ.

IMG_0191

ເພື່ອເຮັດໃຫ້ວຽກງານອໍານວຍຄວາມສະດວກທາງການຄ້າ ແລະ ການຂົນສົ່ງ ໄປໃນລວງດຽວກັນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ພວມສົມທົບກັນຄົ້ນຄວ້າສ້າງແຜນຍຸດທະສາດ ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 5 ປີ ໄລຍະ 2023-2027 ໂດຍຈະມີວິໄສທັດໃນການຫັນເປັນການຄ້າແບບບໍ່ນໍາໃຊ້ເຈ້ຍ (Paperless Trade) ຢ່າງເຕັມຮູບແບບ ເພື່ອຫຼຸດຜ່ອນເວລາ, ຫຼຸດຄ່າໃຊ້ຈ່າຍ ແລະ ເພີ່ມຄວາມໂປ່ງໃສ ໃນການນໍາເຂົ້າ ແລະ ສົ່ງອອກ ພ້ອມທັງສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ຂ່າວ-ພາບ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -