ຄະນະກໍາມະທິການອົງການຄຸ້ມຄອງຜູ້ບໍລິໂພກແຫ່ງປະເທດຢີປຸ່ນ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ
By phaikhame evilay On 13 Jun, 2023 At 02:39 PM | Categorized As ຂ່າວສຳຄັນ | With 0 Comments

IMG_0006

               ຕອນເຊົ້າ ເວລາ 9: 00 ໂມງ ຂອງວັນທີ 12 ມີຖຸນາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ARAI Yutaka, ຫົວໜ້າ​ອົງການບໍລິຫານຂັ້ນສູນກາງ ແຫ່ງປະເທດຢີປຸ່ນ ເຂົ້າພົບປະປຶກສາຫາລືກັບ ທ່ານ ລັດຖະມົນຕີ, ພ້ອມຄະນະມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 15 ທ່ານ.

         ໂອກາດນີ້  ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ແດງຄວາມຍິນດີຕ້ອນຮັບຕໍ່ ທ່ານ ນາງ ARAI Yutaka, ຕາງໜ້າອົງການການຄຸ້ມຄອງຜູ້ບໍລິໂພກ ແລະ ຄວາມປອດໄພດ້ານອາຫານ ແລະ ເປັນອົງການທີ່ຂື້ນກັບສິດອໍານາດຂອງນາຍົກລັດຖະມົນຕີ, ໄດ້ມີການຮ່ວມມືຢ່າງຕັ້ງໜ້າຊຶ່ງໂຄງການພັດທະນານິຄົມອຸດສາຫະກຳຢູ່ນະຄອນຫຼວງວຽງຈັນ: ໃນປີ 2010 ລັດຖະບານ ສປປ ລາວ ໄດ້ຮັບການຊ່ວຍເຫຼືອຈາກ ລັດຖະບານ ຍີ່ປຸ່ນ ໃນການດຳເນີນການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ແລະ ອອກແບບເພື່ອສ້າງນິຄົມອຸດສາຫະກຳ ຢູ່ນະຄອນຫຼວງວຽງຈັນ (Vientiane Industrail Park )  ຊຶ່ງຊ່ຽວຊານຂອງອົງການໃຈກາ ໄດ້ສຳເລັດການສຳຫຼວດອອກແບບເບື້ອງຕົ້ນ  ແລະ ໄດ້ມອບບົດລາຍງານສຸດທ້າຍໃຫ້ລັດຖະບານລາວໃນ ປີ2011. ຫຼັງຈາກນັ້ນ ກະຊວງອຸກສາຫະກຳ ແລະ ການຄ້າ ໄດ້ຄົ້ນຄວ້າແຫຼ່ງທຶນມາພັດທະນາ ຊຶ່ງລັດຖະບານຍີ່ປຸ່ນໄດ້ເຫັນດີໃຫ້ກູ້ຢືມເງິນດອກເບ້ຍຕໍ່າ ແຕ່ວ່າລັດຖະບານລາວຕ້ອງມີເງິນຊົດເຊີຍສິດນຳໃຊ້ທີ່ດິນກ່ອນ ຈຶ່ງເຮັດໃຫ້ການປະຕິບັດລ່າຊ້າ. ປະຈຸບັນກະຊວງ ອຄ ໄດ້ ສະເໜີ ໃຫ້ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາອອກສິດນຳໃຊ້ທີ່ດິນໃຫ້ແກ່ ກະຊວງ ອຄ, ປະຈຸບັນແມ່ນຢູ່ໃນຂັ້ນຕອນພິຈາລະນາ ໄດ້ຮັບທຶນຈາກ ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ  ( METI ) ໃນການຈັດຝຶກອົບຮົມ ແລະ ສ້າງຖານຂໍ້ມູນເຄມີ.

IMG_0010

       ດ້ານການຄ້າ  ໃນປີ 2022: ມູນຄ່າການຄ້າລະຫວ່າງ ລາວ ແລະ ຢີ່ປຸ່ນ ສາມາດປະຕິບັດໄດ້ 290.5 ລ້ານໂດລາສະຫາລັດໃນນັ້ນ, ມູນຄ່າການນໍາເຂົ້້າປະຕິບັດໄດ້ 149.8 ລ້ານໂດລາສະຫາລັດ ແລະ ມູນຄ່າການສົ່ງອອກ ປະຕິບັດໄດ້ 140.6 ລ້ານໂດລາສະຫາລັດ

-      ສິນຄ້ານໍາເຂົ້້າຈາກ  ຢີ່ປຸ່ນ ໃນປີ 2022 ປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,​ລົດໄຖ), ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ແກ້ວ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍແກ້ວ, ລົດໄຖນາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ເສັ້ນໄຍສັງເຄາະ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ຝ້າຍ ແລະ ຜະລິດຕະພັນຈາກຝ້າຍ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ແລະ ສິນຄ້າອື່ນໆ

IMG_0012

-      ສິນຄ້າລາວ ສົ່ງອອກໄປ ຢີ່ປຸ່ນ ໃນປີ 2022 ປະກອບ ມີເກີບ, ຜະ​ລິດ​ຕະ​ພັນ​ທາງ​ເຄ​ມີ, ເຄື່ອງ​ໃຊ້​ໄຟ​ຟ້າ ແລະ ອຸ​ປະ​ກອນ​ເຄື່ອງ​ໃຊ້​ໄຟ​ຟ້າ, ເຄື່ອງ​ນຸ່ງ​ຫົ່ມ, ນ້ຳ​ຫອມ, ເຄື່ອງ​ສຳ​ອາງ, ຂົນ​ສັດ​ປີກ, ເກືອກາລີ, ກາ​ເຟ (ບໍ່​ທັນ​ໄດ້ປຸງ​ແຕ່ງ), ຜະ​ລິດ​ຕະ​ພັນ​ເຄ​ມີ​ປະ​ສົມ​ສຳ​ເລັດ​ຮູບ, ໝາກກ້ວຍ, ເຄື່ອງ​ຫຼີ້ນ​ກິ​ລາ ເມັດ​ພືດ, ໝາກ​ໄມ້​ທີ່​ມີນ້ຳ​ມັ​ນ, ເຟືອງ ແລະ ຫຍ້າ, ເຈ້ຍ ແລະ ເຄື່ອງ​ທີ່​ເຮັດ​ດ້ວຍ​ເຈ້ຍ ແລະ ອື່ນໆ

ໃນການແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາໃນຄັ້ງນີ້ ເພື່ອຊອກຫາທາງອອກໃນອະນາຄົດໄດ້ປັບປຸງວຽກງານການຮ່ວມມື ຂອງສອງຝ່າຍດີຂຶ້ນກວ່າເກົ່າ. ພ້ອມດຽວກັນນີ້

IMG_0014

          ທ່ານ ນາງ ARAI Yutaka ກໍ່ສະແດງຄວາມຂອບໃຈມາຍັງທ່ານລັດຖະມົນຕີ ທີ່ໃຫ້ຄໍາປຶກສາຫາລືຢ່າງກົງໄປກົງມາເປັນປະໂຫຍດໃຫ້ແກ່ສອງປະເທດ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະໃຫ້ການຮ່ວມມື ລະຫວ່າງ ສປປ ລາວ – ຢີປຸ່ນ ​ແລະ ​ອຳ​ນວຍ​ຄວາມ​ສະ​ດວກໃນວຽກງານຫຼາຍດ້ານ ເພື່ອໃຫ້ເກີດຜົນປະໂຫຍດໃຫ້ແກ່ສອງປະເທດໃນຕໍ່ໜ້າ.

ພາບ-ຂ່າວ: ໄພຄໍາອີ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຜຮ / ກະຊວງ  ອຄ.