ພິທີທຳລາຍສິນຄ້າປອມແປງ ແລະ ສິນຄ້າລະເມີດເຄື່ອງໝາຍການຄ້າ
By ໄພວັນ On 11 Jun, 2023 At 04:31 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

IMG_0098

ໃນວັນທີ່ 10 ມິຖຸນາ 2023, ເວລາ 14:15 ໂມງ ໄດ້ມີພິທີທໍາລາຍສິນຄ້າປອມແປງ, ລອກຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ທັງບໍ່ຮັບປະກັນຄຸນນະພາບປະເພດສິນຄ້ານໍ້າມັນເຄື່ອງ ແລະ ນໍ້າມັນເກຶອ ຍີ່ຫໍ້ ກາຊ້າງ, ທີ່ໂຮງງານກັ່ນນໍ້າມັນເຕົາພັນເພັດ ຫຼັກ 33, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ລໍວັນໄຊ ຮອງຫົວໜ້າກົມການຄ້າພາຍໃນ, ມີຕາງໜ້າຫ້ອງການ, ກົມກວດກາ, ກົມຊັບສິນທາງປັນຍາ, ກົມມາດຕະຖານ ແລະ ວັດແທກ ແລະ ພະແນກກ່ຽວຂ້ອງຂອງກົມການຄ້າພາຍໃນ. ນອກນີ້ຍັງມີ ກົມຕໍາຫຼວດເສດຖະກິດ, ກົມຕໍາຫຼວດສິ່ງແວດ ລ້ອມ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງໄຊທານີ ແລະ ຕາງໜ້າເຈົ້າຂອງເຄື່ອງໝາຍການຄ້າ ທີ່ໄດ້ຮັບການຈົດທະບຽນຖືກຕ້ອງຕາມກົດໝາດຂອງ ສປປ ລາວ ເຂົ້າຮ່ວມ.

IMG_0062

ໂດຍປະຕິບັດຕາມ ກົດໝາຍ​ວ່າ​ດ້ວຍ​ຊັບ​ສິນ​ທາງ​ປັນຍາ ສະບັບ​ເລກທີ 01/ສພຊ, ລົງ​ວັນ​ທີ 20 ທັນວາ 2011; ກົດ​ໝາຍວ່າ​ດ້ວຍ​ມາດຕະຖານ ສະບັບ​ເລກທີ 49/ສພຊ, ລົງ​ວັນ​ທີ 18 ກໍລະກົດ 2014; ດຳລັດວ່າດ້ວຍການກວດກາການຄ້າ ສະບັບເລກທີ 508/ລບ, ລົງວັນທີ 04 ທັນວາ 2012; ແລະ ຂໍ້ຕົກລົງວ່າດ້ວຍການປະຕິບັດວຽກງານກວດກາການຄ້າ ສະບັບເລກທີ 1499/ອຄ.ກຄພນ, ລົງວັນທີ 08 ກັນຍາ 2017.

ປະຕິບັດຕາມແຜນວຽກປະຈໍາປີ ຂອງກົມການຄ້າພາຍໃນ ກ່ຽວກັບວຽກງານກວດກາການຄ້າ ໃນການຂື້ນແຜນວຽກປົກກະຕິ, ຕາມການສະເໜີຂອງບໍລິສັດ ທີລລິກິ ແອນ ກິບບິນສ ລາວ ຈໍາກັດ ແລະ ເພື່ອເປັນການປັກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ຊົມໃຊ້, ທັງເປັນການປົກປ້ອງສິດຂອງເຈົ້າຂອງຊັບສິນທາງປັນຍາທີ່ໄດ້ຈົດທະບຽນຖືກຕ້ອງ ຢູ່ ສປປ ລາວ. ໃນເດືອນ ພຶດສະພາ 2023, ກົມການຄ້າພາຍໃນ, ກະຊວງ ອຄ ໃນນາມອົງການຈັດຕັ້ງປະຕິບັດວຽກງານກວດກາການຄ້າ ຂັ້ນສູງກາງ ໄດ້ແຕ່ງຕັ້ງເຈົ້າໜ້າທີກວດກາການຄ້າ ກົມການຄ້າພາຍໃນ ກະຊວງ ອຄ, ກົມຕໍາຫຼວດເສດຖະກິດ, ກົມຕໍາຫຼວດສິ່ງແວດລ້ອມ, ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບພະແນກ ອຄ ແຂວງຈໍາປາສັກ ພ້ອມດ້ວຍອໍານາດການປົກຄອງທ້ອງຖິ່ນ. ລົງເຄື່ອນໄຫວຕິດຕາມກວດກາເປົ້າໝາຍການນໍາເຂົ້າ ແລະ ຈໍາໜ່າບສິນຄ້າປອມແປງ, ລອກຮຽນແບບ, ລະເມີດເຄື່ອງໝາຍການຄ້າ ປະເພດນໍ້າມັນເຄື່ອງ ແລະ ນໍ້າມັນເກຍ ຍີ່ຫໍ້ກາຊ້າງ ຈໍານວນ 6.864 ຕຸກ, ມີມູນຄ່າຫຼາຍຮ້ອຍກວ່າລ້ານກີບ, ສິນຄ້າດັ່ງກ່າວໄດ້ຍຶດມາຈາກແຂວງຈໍາປາສັກ ເພື່ອທໍາລາຍ

IMG_0067

ໃນຕໍ່ໜ້າອົງການປະຕິບັດວຽກງານກວດກາການຄ້າ, ກົມການຄ້າພາຍໃນ, ກະຊວງ ອຄ ຈະໄດ້ລົງຊຸກຍູ້ການຈັດຕັ້ງວຍກງານກວດກາການຄ້າ ຢູ່ຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ມີການເຄື່ອນໄຫວຢ່າງເປັນປົກກະຕິຕາມແຜນປະຈໍາເດືອນ, ງວດ, ປີ ແລະ ຈະສືບຕໍ່ຊອກແຫຼ່ງຂ່າວ, ແຫຼ່ງທີ່ມາ, ແຫຼ່ງຈໍາໜ່າຍສິນຄ້າປະເພດດັ່ງກ່າວ ແລະ ປະເພດອຶ່ນທີ່ມີການປອມແປງ, ຮຽນແບບ ແລະ ລະເມີດຊັບສິນທາງປັນຍາ ຢ່າງເປັນປະຈໍາ ນີ້ກໍໍເພື່່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຊົມໃຊ້ໃຫ້ໄດ້ຮັບຄວາມຍຸດຕິທໍາ ແລະ ຫັນຫົວໜ້າທຸລະກິດເຂົ້າສູ່ລະບຽບກົດໝາຍ ພ້ອມທັງເປັນການຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດທີ່ດໍາເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍ

IMG_0086

ພ້ອມນີ້ ກໍຮຽກຮ້ອງມາຍັງທົ່ວສັງຄົມ ທັງພາກລັດ ແລະ ພາກເອກະຊົນ ລວມທັງປວງຊົນລາວທັງຊາດ ຈົ່ງຊ່ວຍກັນປົກປ້ອງສິດຜົນປະໂຫຍດຂອງຕົນ ໂດຍບໍ່ປົກປ້ອງສິດຜູ້ກະທໍາຜິດ ແລະ ບໍ່ຊົມໃຊ້ສິນຄ້າມີແຫຼ່ງທີ່ມາບໍ່ຈະແຈ້ງ ເພາະມັນອາດເຮັດໃຫ້ພາຫະນະ ອຸປະກອນ ເຄື່ອງໃຊ້ຂອງທ່ານເປ່ເຟໄວຂື້ນ ກໍໃຫ້ເກີດຄວາມເສຍຫາຍດ້ານຊັບສິນຂອງທ່ານ ແລະ ຂອງສ່ວນລວມ.

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ, ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -