ພາກລັດ ແລະ ທຸລະກິດ ປຶກສາຫາລື ກ່ຽວກັບບັນຫາຂອງພາກທຸລະກິດທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ
By ໄພວັນ On 8 Jun, 2023 At 03:56 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

IMG_1343

ໃນວັນທີ 07 ມີຖຸນາ 2023, ທີ່ ຫ້ອງປະຊຸມໃຫຍ່ກະຊວງ ອຄ, ກົມການນໍາເຂົ້າ ແລະ ສົ່ງອອກ ຈັດກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ທຸລະກິດ ກ່ຽວກັບບັນຫາຂອງພາກທຸລະກິດທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໂດຍການເປັນປະທານຂອງ ນາງ ມະນີວອນ ວົງໄຊ ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ມີພາກລັດ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ, ສະມາຄົມ, ລັດວິສາຫະກິດ, ກຸ່ມຜູ້ຜະລິດ, ສະພາການຄ້າຂອງຕ່າງປະເທດ ແລະ ບັນດາບໍລິສັດ ທີ່ກ່ຽວຂ້ອງເຂົ້າຮ່ວມ

ທ່ານປະທານໄດ້ໃຫ້ຮູ້ວ່າ: ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ, ກໍ່ຄືການແກ້ໄຂບັນຫາຂອງພາກທຸລະກິິດທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ເປັນວຽກງານໜຶຶ່ງທີ່ນອນໃນແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ 9 (2021-2025) ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຊຶ່ງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ຄວາມສຳຄັນ ແລະ ພະຍາຍາມສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢ່າງຕັ້ງໜ້າ ໃນການປັບປຸງ ແລະ ແກ້ໄຂບັນຫາທີ່ຫຍຸ້ງຍາກ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການດໍາເນີນທຸລະກິດຢູ່ພາຍໃນປະເທດ, ຍົກລະດັບຄວາມອາດສາມາດໃນການແຂ່ງຂັນຂອງພາກທຸລະກິດລາວ ພ້ອມທັງສົ່ງເສີມ ແລະ ດຶງດູດການລົງທຶນທີ່ມີຄຸນນະພາບຈາກຕ່າງປະເທດ ແນໃສ່ປະກອບສ່ວນເຮັດໃຫ້ເສດຖະກິດແຫ່ງຊາດຂະຫຍາຍຕົວ.

IMG_1553

ພ້ອມດຽວກັນ, ໃນເວທີສາກົນ ແມ່ນຖືເອົາວຽກງານຂົນສົ່ງ ແລະ ການຫັນເປັນດິຈິຕອນ ເປັນອົງປະກອບທີ່ສໍາຄັນໃນການຂັບເຄື່ອນວຽກງານອໍານວຍຄວາມສະດວກທາງດ້ານການຄ້າ. ຄະນະກໍາມະການດັ່ງກ່າວ ປະກອບມີ 2 ຂັ້ນ ຄື: ຂັ້ນສູນກາງ ໂດຍແມ່ນທ່ານຮອງນາຍົກລັດຖະມົນຕີ ເປັນຫົວໜ້າຄະນະ ແລະ ມີຫ້ອງການກອງເລຂາ ຢູ່ກົມການນໍາເຂົ້າ ແລະ ສົ່ງອອກ. ຂັ້ນແຂວງ ໂດຍແມ່ນທ່ານຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ເປັນຫົວໜ້າຄະນະ ແລະ ມີ ເປັນຫົວໜ້າກອງເລຂາ. ນອກຈາກນັ້ນ, ຍັງໄດ້ແບ່ງອອກເປັນອີກ 2 ໜ່ວຍງານ ຄື: u ໜ່ວຍງານອໍານວຍຄວາມສະດວກທາງດ້ານການຄ້າ ມີຈຸດປະສານງານຢູ່ກົມການນໍາເຂົ້າ ແລະ ສົ່ງອອກ ແລະ v ໜ່ວຍງານອໍານວຍຄວາມສະດວກທາງດ້ານການຂົນສົ່ງ ມີຈຸດປະສານງານຢູ່ກົມຂົນສົ່ງ

IMG_1453

ນອກນັ້ນ, ກອງປະຊຸມຈະໄດ້ຮັບຟັງການລາຍງານຫຍໍ້ສະພາບລວມການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານຄ້າ ໂດຍຄັດເລືອກເອົາບາງຜົນສໍາເລັດອັນພົ້ນເດັ່ນ ໃນໄລຍະຜ່ານມາ ເພື່ອມາແລກປ່ຽນໃນກອງປະຊຸມ; ຮັບຟັງຂໍ້ສະເໜີຂອງພາກທຸລະກິດທີ່ຕິດພັນກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ; ແລະ ປຶກສາຫາລື ແລະ ຊີ້ແຈງບັນຫາ ລະຫວ່າງພາກລັດ ແລະ ພາກທຸລະກິດ

IMG_1369

ຕອນທ້າຍ, ປະທານຮຽກຮ້ອງໃຫ້ບັນດາທ່ານ ຈົ່ງປະກອບຄໍາຄິດເຫັນແລກປ່ຽນ ຕໍ່ກັບບົດນໍາສະເໜີ ແລະ ປຶກ ສາຫາລືບັນຫາ ແລະ ຂໍ້ຄົງຄ້າງຕ່າງໆ ກ່ຽວກັບການຈັດຕັ້ງປະຕິບັດຕົວຈິງທີ່ບໍລິສັດຂອງທ່ານ ພົບພໍ້ ເພື່ອຊອກຫາວິທີການແກ້ໄຂບັນຫາຮ່ວມກັນ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ກົມກຽວກັນ.

                                                                                                                                                                                        ພາບ: ກົມການນໍາເຂົ້າ ແລະ ສົ່ງອອກ

ຂ່າວ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -