ທ່ານຮອງລັດຖະມົນຕີ ກະຊວງ ອຄ ຕ້ອນຮັບການເຂົ້າຢ້ຽມພົບປະ ເຈົ້າເມືອງ ກຸ້ຍຢາງ ເມືອງຫລວງ ຂອງ ແຂວງກຸ້ຍໂຈ ແຫ່ງ ສປ ຈີນ
By ໄພວັນ On 8 Jun, 2023 At 12:10 PM | Categorized As ຂ່າວສຳຄັນ | With 0 Comments

IMG_0052

ຕອນເຊົ້າ ວັນທີ 7 ມິຖຸນາ 2023 ທີ່ຫ້ອງຮັບແຂກ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຕ້ອນຮັບການເຂົ້າຢ້ຽມ ແລະ ພົບປະ ຂອງທ່ານ ຫມາ ນິງຢີ້ (Ma Ningyu) ເຈົ້າເມືອງ ກຸ້ຍຢາງ ເມືອງຫລວງ ຂອງ ແຂວງກຸ້ຍໂຈ, ແຫ່ງ ສປ ຈີນ  ພ້ອມດ້ວຍຄະນະ, ເນື່ອງໃນໂອກາດການເຂົ້າຢ້ຽມພົບປະຄັ້ງນີ້ ເພື່ອປຶກສາຫາລື ການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ລະຫວ່າງ ສປປ ລາວ ແລະ ແຂວງກຸ້ຍໂຈ ໃນຕໍ່ໜ້າ, ມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມ ຈໍານວນ  13 ທ່ານ.

IMG_0048

ໂອກາດນີ້ທ່ານ ຮອງລັດຖະມົນຕີ ກະຊວງ ອຄ ໄດ້ກ່າວຕ້ອນຮັບດ້ວຍຄວາມຈິງໃຈ ຕໍ່ຄະນະຂອງທ່ານເຈົ້າເມືອງ ກຸ້ຍຢາງ ເມືອງຫລວງ ຂອງ ແຂວງກຸ້ຍໂຈ ແຫ່ງ ສປ ຈີນ ທີ່ໃຫ້ກຽດມາຢ້ຽມຢາມ ແລະ ພົບປະຄັ້ງນີ້ຢ່າງອົບອຸ່ນ, ການພົບປະຄັ້ງນີ້ທັງສອງຝ່າຍໄດ້ປຶກາຫາລືຮ່ວມກັນ ກ່ຽວກັບການຮ່ວມມືສອງຝ່າຍ, ​ຊຸກຍູ້ ​ແລະ ​ສົ່ງ​ເສີມ​ການ​ຄ້າ-ການ​ລົງທຶນ ​ແລະ ການ​ຄ້າ​ຊາຍ​ແດນ ລາວ-ຈີນ, ການ​ພັດທະນາອຸດສາຫະກຳ ແລະ ອຳນວຍ​ຄວາມ​ສະດວກ​ໃນ​ການ​ຂົນ​ສົ່ງ​ສິນຄ້າ ຜ່ານ​ທາງ​ລົດ​ໄຟ ລາວ-ຈີນ ​ຕໍ່ ເອີຣົບ.

IMG_0068

ນອກນັ້ນທັງສອງຍັງ​​ແລກປ່ຽນ ​ຂໍ​ການ​ສະໜັບສະໜູນ ​ວຽກ​ງານສົ່ງ​ເສີມ​​ການ​ຄ້າ ​ເປັນ​ຕົ້ນ​ວຽກ​ງານ​ວາງສະ​ແດງ​ສິນຄ້າ ​ແລະ ວຽກ​ງານ​ອຳນວຍ​ຄວາມ​ສະດວກທາງ​ດ້ານ​ການ​ຄ້າ ​ເປັນ​ຕົ້ນ​ການ​ຂົນ​ສົ່ງ​ສິນຄ້າ​ຜ່ານ​ທາງ​ລົດ​ໄຟ; ເພື່ອດືງດູດການລົງທືນຈາກ ສປ ຈີນ ແລະ ບັນດາປະເທດຕ່າງໆ ໃຫ້ຫລາຍຂື້ນໃນອະນາຄົດ, ສະເຫນີໃຫ້ມີການຈັດກິດຈະກຳສຳມະນາ ຫລື ເວທີພົບປະໃດຫນື່ງລະຫວ່າງພາກທຸລະກິດຂອງສອງຝ່າຍ, ເພື່ອເປັນເວທີ ແລະ ຊ່ອງທາງໃນການສົ່ງເສີມການຄ້າ ແລະ ການລົງທືນ, ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທືນ, ການສ້າງຕ່ອງໂສ້ມູນຄ່າເພີ່ມໃນລະດັບພາກພື້ນ ແລະ ສາກົນ, ການສົ່ງເສີມການຄ້າເອເລັກໂຕຣນິກ ແລະ ອື່ນໆ; ແລະ ຮ່ວມກັນສ້າງກົນໄກປະສານງານລະຫວ່າງ ສປປ ລາວ ແລະ ແຂວງ ກຸ້ຍໂຈ.

IMG_0071

ໂອກາດພົບປະຄັ້ງນີ້  ທ່ານ ຫມາ ນີງຢີ້, ເຈົ້າເມືອງ ກຸ້ຍຢາງ ສະແດງຄວາມຂອບໃຈຕໍ່ ທ່ານຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ກາຄ້າ ທີ່ໃຫ້ກຽດຕ້ອນຮັບ ແລະ ອວຍພອນໄຊໃຫ້ທ່ານຈົ່ງປະສົບຜົນສຳເລັດໃນການປະຕິບັດວຽກງານ ແລະ ຫນ້າທີ່ການງານທຸກປະການ.

ຂ່າວ-ພາບ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -