ນິຄົມວຽງຈັນ-ໂນນທອງ ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ
By ໄພວັນ On 2 Jun, 2023 At 04:39 PM | Categorized As ອື່ນໆ, ຂ່າວສຳຄັນ | With 0 Comments

IMG_0030.jpg1

ຕອນເຊົ້າ ວັນທີ 1 ມິຖຸນາ 2023 ທີ່ນິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນ-ໂນນທອງ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍ ໂດຍການໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ພູຂົງ ບັນນະວົງ, ຮອງເຈົ້າຄອນນະຄອນຫລວງວຽງຈັນ, ມີບັນດາທ່ານຫົວໜ້າກົມ, ຫົວໜ້າຫ້ອງການ, ສະຖາບັນ ແລະ ພະນັກງານນິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນ-ໂນນທອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ

IMG_0067

ໃນໂອກາດນີ້ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວໃນພິທີປູກຕົ້ນໄມ້ ວັນທີ 1 ມິຖຸນາ 2023, ຢູ່ທີ່ນິຄົມ ອຸດສາຫະກໍາ ແລະ ການຄ້າ ວຽງຈັນ-ໂນນທອງ ວ່າ: ນິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນ-ໂນນທອງ ຫລື VITA PARK ໄດ້ຖືກສ້າງຕັ້ງຂຶ້ນພາຍໃຕ້ສັນຍາຮ່ວມມືພັດທະນາ ລະຫວ່າງລັດຖະບານແຫ່ງ ສປປ ລາວ (ຕາງໜ້າໂດຍກະຊວງອຸດສາຫະກຳ ແລະ ການຄ້າ) ຖືຮຸ້ນ 30% ກັບ ນັກລົງທຶນຕ່າງປະເທດ ຈີນໄຕ້ຫວັນ (ບໍລິສັດ ໝໍາເວພັດທະນາ ຈຳກັດ) ຖືຮຸ້ນ 70% ໂດຍໄດ້ຖືກຮັບຮອງ ແລະ ສ້າງຕັ້ງຂຶ້ນຢ່າງເປັນທາງການຕາມ ຂໍ້ຕົກລົງຂອງຄະນະກໍາມະການແຫ່ງຊາດ ເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ເລກທີ 02/ຄຂພສ, ລົງວັນທີ 01/11/2010; ສະຖານທີ່ຕັ້ງຢູ່ເຂດຫຼັກ 22, ບ້ານໂນນທອງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

IMG_0132.jpg 6

ພາຍໃຕ້ຈຸດປະສົງເພື່ອດຳເນີນກິດຈະການພັດທະນາພື້ນຖານໂຄງລ່າງ ແລະ ດຶງດູດເອົານັກລົງ ທຶນມາລົງທຶນດ້ານການຜະລິດອຸດສາຫະກຳປຸງແຕ່ງເພື່ອສົ່ງອອກ, ການຄ້າ ແລະ ການບໍລິການ, ພັດທະນາໃຫ້ກາຍເປັນເຂດອຸດສາຫະ ກຳ, ການຄ້າ ແລະ ການບໍລິການທີ່ທັນສະໄໝ ເລະ ເປັນຄົມອຸດສາຫະກໍາຕົວແບບ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ຕາມສັນຍາຮ່ວມມືພັດທະນາ; ນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ ມີເນື້ອທີ່ພັດທະນາໄລຍະທີ 01 ທີ່ສໍາເລັດໄປແລ້ວ 110 ເຮັກຕາ ແລະ ກໍາລັງຂະຫຍາຍ ໄລຍະ 2 ໃນເນື້ອທີ 142 ເຮັກຕາ.

ທ່ານ ກ່າວຕື່ມວ່າ: ປັດຈຸບັນ, ມີນັກລົງທຶນຕ່າງປະເທດ ຈາກ: ໄຕ້ຫວັນ, ຈີນ, ຍີ່ປຸ່ນ, ໄທ, ຫວຽດນາມ, ເດັນມາກ, ການາດາ ແລະ ອື່ນໆເຂົ້າມາຈັບຈອງ ແລະ ຂຶ້ນທະບຽນເພື່ອດໍາເນີນທຸລະກິດ ຈຳນວນ 71 ບໍລິສັດ ມີທຶນຈົດທະບຽນ ທັງໝົດ 81 ລ້ານກວ່າໂດລາສະຫະລັດ. ໃນນີ້, ໄດ້ດໍາເນີນການເຄື່ອນໄຫວຕົວຈິງມີ 29 ບໍລິສັດ, ກຳລັງກໍ່ສ້າງ 1 ບໍລິສັດ/ໂຮງງານ, ສ່ວນທີ່ເຫຼືອແມ່ນຢູ່ໃນໄລຍະກະກຽມການສ້າງຕັ້ງໂຮງງານ/ບໍລິສັດ. ມູນຄ່າການນໍາເຂົ້າສິນຄ້າ ທັງໝົດ 905 ລ້ານກວ່າໂດລາສະຫະລັດ ແລະ ມູນຄ່າການສົ່ງອອກສິນຄ້າ 462 ລ້ານກວ່າໂດລາສະຫະລັດ (ສິນຄ້າສົ່ງອອກມີເຄື່ອງນຸ່ງຫົ່ມ, ສິ້ນສ່ວນອຸປະກອນເອເລັກໂຕຼນິກ, ສາຍໄຟສຳລັບປັບອຸນຫະພູມແອເຢັນ,ເຄື່ອງຫລິ້ນເດັກນ້ອຍ, ທູບຈອດ, ເຄື່ອງມືອຸປະກອນການຜະລິດເຕັກນິກ, ໝາກລໍ້ແກ່ເຄື່ອງ ແລະ ແຜ່ນແພ) ນິຄົມສາມາດສ້າງວຽກເຮັດງານ ທໍາໄດ້ 5.715 ຄົນ (ໃນນັ້ນຕ່າງປະເທດ 98 ຄົນ). ພ້ອມນີ້, ຍັງໄດ້ປະກອບສ່ວນ ການພັດທະນາຖະໜົນຫົນທາງຂອງບ້ານອ້ອມຂ້າງ ແລະ ທັງໄດ້ສ້າງເງື່ອນໄຂໃຫ້ປະຊາຊົນຢູ່ອ້ອມຂ້າງມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ລຶບລ້າງຄວາມທຸກຍາກ ເທື່ອລະກ້າວ ຕາມແນວທາງ, ນະໂຍບາຍ ຂອງພັກ-ລັດ ວາງອອກ.

IMG_0185.jpg 12

ທ່ານຍັງໃຫ້ຮູ້ຕື່ມວ່າ: ໄປຄຽງຄູ່ກັບການພັດທະນາ, ນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ ກໍໍ່ຖືສຳຄັນວຽກງານການປົກປັກຮັກສາສິ່ງແວດລ້ອມ ໂດຍຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ໃນການເພີ່ມເນື້ອທີ່ປົກຫຸ້ມສີຂຽວໃນທົ່ວປະເທດໃຫ້ກວມອັດຕາສູງຂຶ້ນ 70%. ນິຄົມໄດ້ນຳເອົາຕົ້ນໄມ້ອຸດສາຫະກຳ ແລະ ໄມ້ປະດັບ ມາປູກແລ້ວ ຫລາຍຮ້ອຍຕົ້ນ ໃນຫລາຍປີຜ່ານມາ ເພື່ອເປັນການຟື້ນຟູ ແລະ ປົກປັກຮັກສາສະພາບແວດລ້ອມທາງທຳມະຊາດໃຫ້ມີຄວາມຂຽວສົດງົດງາມ ຊຸ່ມຊື່ນ ອຸດົມສົມບູນ ທັງເປັນການຊ່ວຍຕ້ານ ແລະ ຫລຸດຜ່ອນຜົນກະທົບທີ່ເກີດຈາກໄພພິບັດ

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -