ຫາລື ການປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດສໍາລັບກິດຈະການທີ່ຕິດພັນກັບບັນຊີຄວບຄຸມ
By ໄພວັນ On 24 May, 2023 At 12:51 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

IMG_0100.jpg 1

ໃນວັນທີ 23 ພຶດສະພາ ປີ 2023  ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ,  ໄດ້ເປີດກອງປະຊຸມຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ອະພິສິດ ແສງສຸລິວົງ, ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ  ແລະ ທ່ານ ວັນທະນາ ນໍລິນທາ, ຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ ຈາກບັນດາຂະແໜງການທີ່ກ່ຽວຂ້ອງທັງໝົດ 13 ຂະແໜງການລວມທັງໝົດຜູ້ເຂົ້າຮ່ວມ 40 ທ່ານ

IMG_0144.jpg 3

ຈຸດປະສົງຂອງກອງປະຊຸມນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຈາກບັນດາຂະແໜງ ການທີ່ກ່ຽວຂ້ອງໃນການກໍານົດກິດຈະການທີ່ນອນໃນບັນຊີຄວບຄຸມ ແລະ ກິດຈະການທີ່ຕ້ອງຂໍໃບອະນຸຍາດດໍາເນີນທຸລະກິດ, ຂັ້ນຕອນການຂໍອະນຸຍາດລົງທຶນ ແລະ ຂັ້ນຕອນການຂໍໃບອະນຸຍາດດໍາເນີນທຸລະກິດ ທີ່ເຫັນວ່າຍັງມີຫລາຍປະເດັນທີ່ຍັງບໍ່ທັນຈະແຈ້ງທີ່ຕ້ອງໄດ້ແລກປ່ຽນ, ສ້າງຄວາມເປັນເອກະພາບກັນໃນລາຍລະອຽດຕື່ມ ທັ້ງນີ້ກໍ່ເພື່ອເປັນການຜັນຂະຫຍາຍ ຄໍາສັ່ງຂອງນາຍົກ ສະບັບເລກທີ 03/ນຍ ວ່າດ້ວຍການປັບປຸງວຽກງານການບໍລິການ ການອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດໍາເນີນທຸລະກິດ ໃຫ້ມີຄວາມສະດວກ, ງ່າຍດາຍ, ຫລຸດຂັ້ນຕອນ ແລະ ຂັ້ນຂອດທີ່ບໍ່ຈໍາເປັນໃນການຂໍອະນຸຍາດດຳເນີນທຸລະກິດ  

IMG_0114.jpg 3

                ກອງປະຊຸມດັ່ງກ່າວ ທ່ານ ອະພິສິດ ແສງສຸລິວົງ, ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ  ໄດ້ກ່າວ ຕ້ອນຮັບແຂກດ້ວຍຄວາມອົບອຸ່ນ, ສະແດງຄວາມຂອບໃຈຕໍ່ແຂກທີ່ສະຫລະເວລາມາເຂົ້າຮ່ວມກອງປະຊຸມຕາມການເຊື້ອເຊີນ, ກ່າວຈຸດປະສົງ ແລະ ປະເດັນທີ່ຕ້ອງການແລກປ່ຽນສ້າງຄວາມເປັນເອກະພາບໃນກອງປະຊຸມ, ຫລັງຈາກນັ້ນ ທ່ານ ວັນທະນາ ນໍລິນທາ, ຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ໄດ້ອະທິບາຍລະອຽດກ່ຽວກັບຈຸດປະສົງ, ເປົ້າໝາຍ, ຄວາມຈໍາເປັນໃນການສ້າງບັນຊີຄວບຄຸມ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ເຂົ້າໃຈແຈ້ງ, ຄະນະຮັບຜິດຊອບໃນການສ້າງບັນຊີກິດຈະການທີ່ຕ້ອງຂໍໃບອະນຸຍາດດໍາເນີນທຸລະກິດ ຈາກກົມທະ ບຽນ ແລະ ຄຸ້ມຄອງວິສາຫະກິດ, ລາຍງານຄວາມຄືບໜ້າ ແລະ ສະພາບໃນການສັງລວມບັນຊີ, ຕາງໜ້າຄະນະຮັບຜິດຊອບໃນການປັບປຸງ ແລະ ສັງລວມບັນຊີກິດຄວບຄຸມຈາກກົມສົ່ງເສີມການລົງທຶນ ໄດ້ລາຍງານຄວາມຄືບໜ້າ ແລະ ສະພາບໃນການປັບປຸງ ແລະ ສັງລວມບັນຊີ ແລະ ໄດ້ຮັບຟັງການນໍາສະເໜີການກໍານົດກິດຈະການໃນບັນຊີຄວບຄຸມ, ກິດຈະການທີ່ຕ້ອງຂໍໃບອະນຸຍາດດໍາເນີນທຸລະກິດຕາມຄວາມສ່ຽງ, ຕາມບົດຮຽນທີ່ດີ ຂອງຕ່າງ ປະເທດ ຈາກຊ່ຽວຊານພາຍໃນ ໃນການຊ່ວຍປັບປຸງຂັ້ນຕອນການຂໍໃບອະນຸຍາດດໍາເນີນທຸລະກິດ

IMG_0116.jpg 4

ຜ່ານການປະຊຸມປຶກສາຫາລື ເຫັນວ່າໄດ້ຮັບໝາກຜົນຕາມລະດັບຄາດໝາຍທີ່ຕັ້ງໄວ້ ເພາະເປັນການສ້າງຄວາມເປັນເອກະພາບ, ຄວາມເຂົ້າໃຈແຈ້ງຂຶ້ນຕື່ມ ໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ຜູ້ເຂົ້າຮ່ວມກອງປະ ຊຸມທັງໝົດ, ກອງປະຊຸມໄດ້ດໍາເນີນເປັນເວລາເຄີ່ງວັນ ແລະ ປິດລົງຂອງວັນດຽວກັນດ້ວຍຄວາມສະຫງ່າງາມ

ຂ່າວ: ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ

ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -