ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ ໂຍຮານເນັດສ໌ ອາບຣາຮໍາ (Yohannes Abraham), ເອກອັກຄະລັດຖະທູດ ສ.ອາເມຣິກາ ປະຈໍາ ອາຊຽນ
By ໄພວັນ On 23 May, 2023 At 04:30 PM | Categorized As ຂ່າວສຳຄັນ | With 0 Comments

IMG_0144.jpg 5

ໃນວັນທີ 19 ພຶດສະພາ 2023, ທີ່ຫ້ອງຮັບແຂກກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ ໂຍຮານເນັດສ໌ອາບຣາຮໍາ (Yohannes Abraham), ເອກອັກຄະລັດຖະທູດ ສ.ອາເມຣິກາ ປະຈໍາ ອາຊຽນ ພ້ອມດ້ວຍຄະນະ, ມີທ່ານຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ຫົວໜ້າສະຖາບັນ ແລະ ພະນັກງານວິຊາການເຂົ້າຮ່ວມຈໍານວນ 13 ທ່ານ

IMG_0134.jpg 4

ໃນໂອກາດນີ້ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຄ ກໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານ ໂຍຮານເນັດສ໌ ອາບຣາຮໍາ (Yohannes Abraham), ເອກອັກຄະລັດຖະທູດ ສ.ອາເມຣິກາ ປະຈໍາ ອາຊຽນ ທີ່ໃຫ້ກຽມຢ້ຽມຢາມ ສປປ ລາວ, ທ່ານລັດຖະມົນຕີ ກະຊວງ ອຄ ໃຫ້ຮູ້ຕື່ມວ່າ ກ່ຽວກັບ ຍຸດທະສາດຄູ່ຮ່ວມມືຮອບດ້ານ ລະຫວ່າງ ສ. ອາເມຣິກາ-ອາຊຽນ (US ASEAN Comprehensive Strategic Partnership as Lao PDR prepares to chair ASEAN 2024) ວ່າປັດຈຸບັນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນຈຸດປະສານງານວຽກງານເຊື່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ ແມ່ນຢູ່ໃນຂັ້ນຕອນສຸດທ້າຍ ໃນການຄົ້ນຄວ້າ ເພື່ອກໍານົດເອົາແຜນວຽກບຸລິມະສິດພາຍໃຕ້ເສົາຄໍ້າປະຊາຄົມເສດຖະກິດອາຊຽນ (Priority Economic Deliverables) ສປປ ລາວ ໃນໄລຍະການເປັນປະທານອາຊຽນ ປີ 2024 ໂດຍປະກອບມີ 4 ກຸ່ມຍຸດທະສາດ (Strategic Thrusts) ຄື: 1. ການເຊື່ອມໂຍງ ແລະ ເຊື່ອມຈອດດ້ານເສດຖະກິດ; 2. ການກ້າວໄປຂ້າງໜ້າແບບຍືນຍົງ; 3. ການສົ່ງເສີມການມີສ່ວນຮ່ວມ ແລະ ສ້າງສັນ; ແລະ 4. ການຫັນປ່ຽນເພື່ອກ້າວໄປສູ່ດິຈິຕອນໃນອະນາຄົດ, ຊຶ່ງລວມມີ 16 ຫົວຂໍ້ໃນເບື້ອງຕົ້ນ. ໂດຍແຜນວຽກໃນຕໍ່ໜ້າແມ່ນກະກຽມສ້າງເອກະສານແນວຄວາມຄິດ (concept note) ຂອງແຕ່ລະຫົວຂໍ້ແຜນວຽກບູລິມະສິດ ເພື່ອສົ່ງໃຫ້ພາກສ່ວນກ່ຽວຂ້ອງມີຄໍາເຫັນເພີ່ມເຕີມ (ພາຍໃນເດືອນກໍລະກົດ 2023)

IMG_0161.jpg 11

ທ່ານ ລັດຖະມົນຕີ ກະຊວງ ອຄ ສະແດງຄວາມຂອບໃຈທີ່ທ່ານ ໂຍຮານເນັດສ໌ ອາບຣາຮໍາ (Yohannes Abraham), ເອກອັກຄະລັດຖະທູດ ສ.ອາເມຣິກາ ປະຈໍາ ອາຊຽນ ໃຫ້ກຽດມາພົບປະຢ້ຽມຢາມ ແລະ ເຮັດວຽກກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼື່ອແກ່ ສປປ ລາວ ຜ່ານໂຄງການທີ່ສໍາຄັນຕ່າງໆ ທັງໃນຂອບຮ່ວມມື ສອງຝ່າຍ, ຫຼາຍຝ່າຍ ແລະ ຂອບ ອາເມຣິກາ-ອາຊຽນ

IMG_0210.jpg 12

ທ່ານ ໂຍຮານເນັດສ໌ ອາບຣາຮໍາ (Yohannes Abraham), ເອກອັກຄະລັດຖະທູດ ສ.ອາເມຣິກາ ປະຈໍາ ອາຊຽນ ໄດ້ສະແດງຄວາມຂອບໃຈ ແລະ ເປັນກຽດຢ່າງຍິ່ງ ມາຍັງທ່ານລັດຖະມົນຕີ ກະຊວງ ອຄ ທີ່ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມ ແລະ ພົບປະຢ່າງອົບອຸ່ນ ເຊິ່ງໄດ້ລົງເລິກການໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນຄວາມຮັບຜິດຊອບກະກຽມ ແລະ ດຳເນີນການເປັນເຈົ້າພາບຈັດກອງປະຊຸມຕ່າງໆ ທີ່ຕິດພັນກັບເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ໃຫ້ການສະໜັບສະໜູນ ຫລື ຊ່ວຍເຫລືອ ຕໍ່ວຽກບຸລິມະສິດຂອງອາຊຽນ ພາຍໃຕ້ຍຸດທະສາດຄູ່ຮ່ວມມືຮອບດ້ານ ລະຫວ່າງ ສ. ອາເມຣິກາ-ອາຊຽນ ແລະ ສະໜັບສະໜູນ ສ ປປ ລາວ ເພື່ອກະກຽມເປັນເຈົ້າພາບ ແລະ ດຳເນີນການເປັນປະທານ ອາຊຽນ ໃນປີ 2024 ນີ້

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -