ກອງປະຊຸມ ຄົບຄະນະຫນ່ວຍພັກຮາກຖານ ພະແນກ ອຸດສາຫະກຳ ແລະ ການຄ້າ ກາງສະໄຫມ ທີ XV
By ໄພວັນ On 12 May, 2023 At 12:00 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

111

ກອງປະຊຸມ ຄົບຄະນະຫນ່ວຍພັກຮາກຖານ ກາງສະໄຫມທີ XV ຂອງພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ, ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 9-10 ພຶດສະພາ 2023 ຜ່ານມາ, ທີ່ພະແນກ ອຄ ແຂວງ ອຸດົມໄຊ. ໂດຍການເປັນປະທານຂອງ ສະຫາຍ ນາງ ໄມພອນ ສີລິວົງ ເລຂາຫນ່ວຍພັກຮາກຖານ, ຫົວຫນ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ, ເປັນກຽດເຂົ້າຮ່ວມມີ ສະຫາຍ ສົມຈິດ ປັນຍາສັກ ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງອຸດົມໄຊ, ມີຄະນະຫນ່ວຍພັກຮາກຖານ, ສະມາຊິກພັກ ພາຍໃນຫນ່ວຍພັກ ແລະ ຕາງຫນ້າຂະແຫນງການກ່ຽວຂ້ອງຂັ້ນແຂວງ ເຂົ້າຮ່ວມ

123

ການດຳເນີນ ກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນການ ສະຫລຸບຕີລາຄາຄືນ ຜົນການເຄື່ອນໄຫວ ນຳພາ-ຊີ້ນໍາ ຂອງຄະນະພັກຮາກຖານ ຕະຫລອດໄລຍະກາງສະໄຫມ ຜ່ານມາ ທັງເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ, ມະຕິ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງອຸດົມໄຊ ແລະ ທິດທາງແຜນການ 5 ປີ ຂອງຄະນະຫນ່ວຍພັກຮາກຖານ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໃຫ້ປະກົດຜົນເປັນຈິງ. ໃນນີ້ ໄດ້ຮັບຟັງການເຜີຍແຜ່ ເຊື່ອມຊຶມ ບັນດາເອກະສານທາງດ້ານການເມືອງ-ແນວຄິດ, ຜ່ານບາງເນື້ອໃນເອກະສານ ທີ່ສໍາຄັນຂອງພັກ, ມາດຖານເງື່ອນໄຂຂອງພະນັກງານ ນຳພາ-ຄຸ້ມຄອງ, ມາດຖານ ຂອງສະມາຊິກພັກ, ຂໍ້ຫ້າມ, ສິດ ແລະ ຫນ້າທີ່ ຂອງຄະນະພັກແຕ່ລະຂັ້ນ, ສະຫລຸບ ຕີລາຄາ ການຈັດຕັ້ງປະຕິບັດ ມະຕິ ກອງປະຊຸມຄະນະພັກກາງສະໄຫມ ໂດຍຍົກໃຫ້ເຫັນ ດ້ານດີ, ຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງ ຕະຫລອດຮອດ ທິດທາງແຜນການເຄື່ອນໄຫວໃນຕໍ່ຫນ້າ. ພ້ອມທັງມີຄຳຄິດ, ຄຳເຫັນ ຕໍ່ບາງບັນຫາທີ່ຍັງຄົງຄ້າງ ໂດຍແນ່ໃສ່ເຮັດໃຫ້ການເຄື່ອນໄຫວວຽກງານໃນຕໍ່ຫນ້າ ມີປະສິດທິພາບ ແລະ ໄດ້ຮັບຜົນສຳເລັດຕາມລະດັບຄາດຫມາຍ

125

ພ້ອມນີ້ ກອງປະຊຸມ ຍັງໄດ້ມີການທາບທາມ ຄວາມເຊື່ອຫມັ້ນ ແລະ ຄວາມໄວ້ວາງໃຈ ຂອງຄະນະຫນ່ວຍພັກຮາກຖານ ຕໍ່ກັບການນຳພາລວມ ຕະຫລອດໄລຍະກາງສະໄຫມ ທີ່ຜ່ານມາ ແລະ ປະກອບຄຳເຫັນໃສ່ບັດທາບທາມ ຈາກສະມາຊິກພັກ. ພ້ອມທັງດໍາເນີນການສຳຫລວດບຸກຄົນ ພາຍໃນ ຄະນະຫນ່ວຍພັກຮາກຖານ ເພື່ອເປັນການປັບປຸງ, ກໍ່ສ້າງ, ຕຳນິ, ສົ່ງຂ່າວ ເຊິ່ງກັນ ແລະ ກັນ ຕື່ມອີກ

 ຂໍ້ມູນຈາກ: ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ

ຮຽບຮຽງ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -