ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ລົງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ໃນຊ່ວງເທດສະການບຸນປີໃໝ່ລາວ ພສ 2566
By ໄພວັນ On 10 Apr, 2023 At 02:44 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

WhatsApp Image 2023-04-10 at 12.51.10 (3).jpg 111

ໂດຍອີງຕາມທິດຊີ້ນຳຂອງຄະນະພັກ, ຄະນະພະແນກ ເລື່ອງ ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ໃນຊ່ວງເທດສະການບຸນປີໃໝ່ລາວ ພສ 2566 ຄັ້ງວັນທີ 19/3/2023

ໃນໄລຍະປີໃໝ່ລາວ ພສ 2566 ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ແຂວງອຸດົມໄຊ, ກໍຄືຂະແໜງການຄ້າພາຍໃນ ສົມທົບກັບ ຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ  ໄດ້ເພີ່ມທະວີການລົງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ຕາມຕະຫຼາດສົດ ແລະ ຮ້ານຊຸມເປີດມາເກັດ ພາຍໃນເທດສະບານ ເມືອງໄຊ ແຂວງອຸດົມໄຊ ເພື່ອປົກປ້ອງສິດ​ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ພ້ອມທັງຫຼີກເວັ້ນການສວຍໂອກາດກັກຕູສິນຄ້າ ແລະ ຂຶ້ນລາຄາສິນຄ້າ ຕາມລຳພັງ ຂອງຜູ້ປະກອບການໃນໄລຍະເທດສະການສະເຫຼີມສະຫຼອງບຸນປີ    ໃໝ່ລາວ ພສ 2566

WhatsApp Image 2023-04-10 at 12.51.33.jpg 333

ຫາກພົບເຫັນຜູ້ລະເມີດ ເຊັ່ນ: ການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ການກັກຕຸ້ນສິນຄ້າ ໂດຍບໍ່ມີເຫດຜົນ, ບໍ່ຕິດປ້າຍລາຄາສິນຄ້າຕາມທີ່ລັດກຳນົດ, ການຕິດປະກາດ ຫຼື ການໂຄສະນາລາຄາສິນຄ້າ ແລະ ຄ່າບໍລິການ ເປັນເງິນຕາຕ່າງປະເທດ, ການວັດແທກຊັງຜ່ອງ, ຕາຊິງຊັງ ບໍ່ໄດ້ມາດຕະຖານ, ການຈຳໜ່າຍສິນຄ້າໝົດອາຍຸ, ການຈຳໜ່າຍສິນຄ້ານອກລະບົບ, ການຈຳໜ່າຍສີນຄ້າປອມແປງ ແລະ ອື່ນໆ ແມ່ນຈະໄດ້ນໍາໃຊ້ມາດຕະການຕາມລະບຽບກົດໝາຍ ທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ

WhatsApp Image 2023-04-10 at 12.51.12.jpg 777

ແຫຼ່ງຂໍ້ມູນ: ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ອຸດົມໄຊ

ຮຽບຮຽງ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -