ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊີ້ນໍາຕໍ່ວຽກງານອຸດສາຫະກຳ ແລະ ການຄ້າ ປະຈໍາປີ 2022
By ໄພວັນ On 10 Apr, 2023 At 02:58 PM | Categorized As ຂ່າວສຳຄັນ | With 0 Comments

IMG_0268.jpg 899

ວັນທີ 7 ເມສາ 2023 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີທິດຊີ້ນໍາຕໍ່ກອງປະຊຸມປະຈໍາປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຄັ້ງນີ້ວ່າ: ກອງປະຊຸມສຸດທີ່ມີຄວາມ   ໝາຍ ແລະ ສຳຄັນຫລາຍ ຄືດັ່ງທີ່ຮູ້ດີແລ້ວວ່າ ຂະແໜງອຸດສາຫະກຳ ແລະ ການຄ້າ ເປັນຂະແໜງເສດຖະກິດທີ່ສຳຄັນ ຖ້າຂະແໜງການນີ້ ມີຄວາມເຂັ້ມແຂງ ເສດຖະກິດຂອງປະເທດ ກໍມີຄວາມເຂັ້ມແຂງ

IMG_0275.jpg 889

ໃນປີ 2022 ທີ່ຜ່ານມາ, ຂະແໜງອຸດສາຫະກຳ ແລະ ການຄ້າ ກໍຍັງສາມາດປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຫຼາຍດ້ານທີ່ຜົນເດັ່ນ ເປັນຕົ້ນ: ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ສາມາດບັນລຸໄດ້ 13.210 ຕື້ກີບ, ມູນຄ່າການຈໍລະຈອນສິນຄ້າພາຍໃນສາມາດບັນລຸໄດ້ 72.622 ຕື້ກີບ, ມູນຄ່າການຄ້າຕ່າງປະເທດບັນລຸ 15 ຕື້ໂດລາສະຫະລັດ (ໃນນັ້ນ, ການສົ່ງອອກປະຕິບັດໄດ້ປະ ມານ 8 ຕື້ໂດລາສະຫະລັດ, ການນຳເຂົ້າປະຕິບັດໄດ້ປະມານ 6 ຕື້ໂດລາສະຫະລັດ), ການປັບປຸງສະພາບແວດລ້ອມ ໃນການດຳເນີນທຸລະກິດ ໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນ, ຜົນສຳເລັດ ໃນການປັບປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດ  ໝາຍຈຳນວນໜຶ່ງ ເປັນຕົ້ນແມ່ນ: ກົດໝາຍວ່າດ້ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ; ກົດໝາຍວ່າດ້ວຍວິສາຫະກິດ; ດຳລັດວ່າດ້ວຍກອງທຶນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ; ແລະ ອື່ນໆ

IMG_0083.jpg 877

ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນ, ອັດຕາເງິນເຟີ້, ລາຄານໍ້າມັນ ແລະ ສິນຄ້າແພງຂຶ້ນ ໃນຂະນະທີ່ ອຸດສາຫະກຳແລະ ການຜະລິດພາຍໃນ ຍັງອ່ອນເພຍ ແລະ ຂະຫຍາຍຕົວຊ້າ. ຕໍ່ສະພາບການດັ່ງກ່າວນັ້ນ, ຮຽກຮ້ອງ ໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ຕ້ອງໄດ້ບຸກໜ້າບືນຕົວ ແລະ ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ເພື່ອຈະເປັນກຳລັງແຮງທາງດ້ານເສດຖະກິດ ຊ່ວຍລັດຖະບານ. ໃນໂອກາດນີ້ສະເໜີ ໃຫ້ ຄະນະພັກ-ຄະນະນຳ ແລະ ພະນັກງານ ໃນທົ່ວຂະແໜງອຸດສາຫະກຳ ແລະ ການຄ້າ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ຈົ່ງເອົາໃຈໃສ່ວຽກງານຈຸດສຸມທີ່ສຳຄັນດັ່ງນີ້: 1). ເພີ່ມທະວີຄວາມເອົາໃຈໃສ່ ໃນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ພົວພັນກັບຂະແໜງອຸດສາຫະກຳ ແລະ ການຄ້າ ຕາມມະຕິ 07 ຂອງລັດຖະບານ ໃຫ້ສຳເລັດ ເປັນຕົ້ນ: ປັບປຸງຜູ້ປະກອບການທຸລະກິດນໍ້າມັນເຊື້ອໄຟ  ຕາມດຳລັດ 331/ນຍ; ປັບປຸງລະບຽບການ ແລະ ກົນໄກ ການຄຸ້ມຄອງບໍລິສັດຈຳໜ່າຍພາຫະນະ, ບໍລິສັດ ນຳເຂົ້າສິນຄ້າ ເພື່ອໃຫ້ຖືບັນຊີ ແລະ ປະຕິບັດລະບຽບການຢ່າງເຂັ້ມງວດ, 2). ຍົກສູງປະສິດທິພາບ ແລະ ປະສິດທິຜົນ ໃນການປະຕິບັດພາລະບົດບາດ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ເປັນຕົ້ນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປິ ຄັ້ງທີ 9 ຕາມ 5 ແຜນງານຫຼັກຂອງຂະແໜງການ ຄື: ເພີ່ມທະວີ ການເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດກັບພາກພື້ນ ແລະ ສາກົນ ຢ່າງເປັນເຈົ້າການ; ພັດທະນາອຸດສາຫະກໍາ ແລະ ການຜະລິດ ເປັນສິນຄ້າ ຢ່າງແຂງແຮງ; ປັບປຸງສະພາບແວດລ້ອມ ໃນການດໍາເນີນທຸລະກິດ ໃຫ້ສະດວກ ແລະ ດຶງດູດ; ຄຸ້ມຄອງ ແລະ ພັດທະນາການຄ້າ ໃຫ້ຂະຫຍາຍຕົວ; ເພີ່ມປະສີດທິພາບໃນການຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາອຸດສາຫະກໍາ ແລະ ການຄ້າ, 3). ສຸມໃສ່ວຽກງານທີ່ລັດຖະບານ ກໍຄືສັງຄົມເລັ່ງທວງ ໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ຕ້ອງເອົາໃຈໃສ່ ແລະ ປະຕິບັດ ໃຫ້ເຫັນໝາກເຫັນຜົນໄວ ເປັນຕົ້ນ: 1. ຄຸ້ມຄອງການນຳເຂົ້າ, ການຈຳໜ່າຍ ແລະ ປັບລາຄານໍ້າມັນເຊື້ອໄຟ ເພື່ອຮັບປະກັນຄວາມໝັ້ນຄົງ ໃນການສະໜອງນໍ້າມັນເຊື້ອໄຟ ເພື່ອການຜະລິດ ແລະ ການຊົມໃຊ້ພາຍໃນ. ພ້ອມນີ້, ກໍໃຫ້ຄົ້ນຄວ້າ ແລະ ສະເໜີແນວຄິດຍຸດທະສາດ ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານການສະໜອງນໍ້າມັນເຊື້ອໄຟ ໃນໄລຍະກາງ ແລະ ຍາວ, ການປະຢັດພະລັງງານ ແລະ ການສົ່ງເສີມການນຳໃຊ້ພະລັງ ງານທົດແທນ. 2. ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ຢູ່ໃນລະດັບ ທີ່ເໝາະສົມ, ບໍ່ກະທົບແຮງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແຕ່ກໍ່ເປັນທຳຕໍ່ຜູ້ຜະລິດ ແລະ ປະກອບທຸລະກິດ. ຄົ້ນຄວ້າດັດສົມການສະໜອງ ແລະ ຄວາມຕ້ອງການພາຍໃນໃຫ້ມີປະສິດທິພາບ. ຄົ້ນຄວ້ານະໂຍບາຍ ແລະ ມາດຕະການ ຊ່ວຍໜຸນຜູ້ມີລາຍຮັບຕໍ່າໃນສັງຄົມ. 3. ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ສິນຄ້າໃຫ້ຮັດກຸມ, ສ້າງ ແລະ ເຊື່ອມຕໍ່ຖານຂໍ້ມູນ ສິນຄ້ານໍາເຂົ້າ ແລະ ສົ່ງອອກ ໃຫ້ເປັນລະບົບ ຄົບຖ້ວນ-ຊັດເຈນ, ສ້າງນິຕິກຳ ເພື່ອຄຸ້ມຄອງການນຳເຂົ້າ-ສົ່ງອອກ ແລະ ຫັນລາຍຮັບ-ລາຍຈ່າຍເງິນຕາ ຈາກການນໍາເຂົ້າ-ສົ່ງອອກ ເຂົ້າສູ່ລະບົບທະນາຄານ. 4. ສົ່ງເສີມການຜະລິດເປັນສິນຄ້າ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ ຢ່າງແຂງແຮງ, ສົ່ງເສີມການປຸງແຕ່ງຜະລິດຕະພັນ ທີ່ປະເທດເຮົາມີທ່າແຮງ ເປັນຕົ້ນ ແຮ່ທາດ, ກະສິກຳ, ການຜະລິດເຄື່ອງນຸ່ງຮົ່ມທີ່ລາວມີສິດທິພິເສດ, ເຄື່ອງຫັດຖະກຳ ທີ່ມີຕະຫລາດ ພ້ອມທັງສົ່ງເສີມການຊົມໃຊ້ສິນຄ້າທີ່ຜະລິດໄດ້ພາຍໃນ. 5. ສົ່ງເສີມຈຸລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຢ່າງແຂງແຮງ ໂດຍການສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດ, ຄຸ້ມຄອງ ແລະ ນໍາໃຊ້ກອງທຶນ ສົ່ງເສີມວິສາຫະກິດ ຂະໜາດນ້ອຍ ແລະ ກາງ ໃຫ້ຖືກເປົ້າໝາຍ, ໂປ່ງໃສ ແລະ ມີປະສິດທິຜົນສູງ. 6. ກວດກາການຄ້າ ແລະ ການດຳເນີນທຸລະກິດ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ ໃຫ້ຮັດກຸມ ແລະ ເຂັ້ມງວດກວ່າເກົ່າ ເພື່ອປົກປ້ອງຜົນປະໂຫຍດຂອງລັດ ແລະ ປະຊາຊົນ, ປົກປ້ອງສຸຂະພາບ ສິດ ແລະ ຜົນປະໂຫຍດ ຂອງຜູ້ບໍລິໂພກ-ຜູ້ຊົມໃຊ້, ສົ່ງເສີມການແຂ່ງຂັນທາງດ້ານຄ້າ ແລະ ການດຳເນີນທຸລະກິດ ທີ່ເປັນທຳ ແລະ ຍຸຕິທຳ. 7. ສົ່ງເສີມການພັດທະນາພາກທຸລະກິດ ແລະ ຜູ້ປະກອບການ ໃຫ້ເຂັ້ມແຂງກວ່າເກົ່າ ໂດຍການຊີ້ນຳ, ຮ່ວມມື ແລະ ສ້າງຄວາມເຂັ້ມແຂງ ໃຫ້ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ, ສະມາຄົມທຸລະກິດ; ຄຸ້ມຄອງ ສະມາຄົມທຸລະກິດຕ່າງປະເທດ ທີ່ເຄື່ອນໄຫວຢູ່ ສປປລາວ ໃຫ້ເຄື່ອນໄຫວຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ. 8. ເສີມຂະຫຍາຍການພົວພັນຮ່ວມມື ແລະ ການເຊື່ອມໂຍງສາກົນ ເພື່ອຂະຫຍາຍຕາໜ່າງ ແລະ ບໍລິມາດການຄ້າລະຫວ່າງປະເທດ ໃຫ້ນັບມື້ນັບຫລາຍຂຶ້ນ, ກະກຽມຄວາມພ້ອມຮອບດ້ານ ເພື່ອເປັນເຈົ້າພາບອາຊຽນ ໃນເສົາຄໍ້າເສດຖະກິດ ໃນປີ 2024, ຄົ້ນຄວ້າ ຍາດແຍ່ງ ແລະ ນຳໃຊ້ ການຮ່ວມມື ຫລາຍຝ່າຍ ເປັນຕົ້ນ ໃນຂອບອາຊຽນ, ແມ່ຂອງ ກັບຄູ່ຮ່ວມພັດທະນາ, ອາຊຽນ-ເອີຣົບ, ອົງການການຄ້າໂລກ ແລະ ອື່ນໆ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການພັດທະນາທາງດ້ານອຸດສາຫະກຳ ແລະ ການຄ້າ ໃຫ້ເຂັ້ມແຂງ; 4). ເປັນເຈົ້າການ ຄົ້ນຄວ້າ ແລະ ປັບປຸງນິຕິກຳ ທີ່ບໍ່ສອດຄ່ອງກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການ ຂອງວຽກງານ ເປັນຕົ້ນ: ດຳລັດວ່າດ້ວຍການຄຸ້ມຄອງລາຄາ ແລະ ຄ່າບໍລິການ, ດຳລັດວ່າດ້ວຍທຸລິກິດນໍ້າມັນເຊື້ອໄຟ, ດຳລັດວ່າດ້ວຍດ່ານຊາຍແດນ, ດຳລັດວ່າດ້ວຍການກວດກາການຄ້າ ແລະ ອື່ນໆ; 5). ປະສານສົມທົບກັບຂະແໜງການກ່ຽວຂ້ອງ ປັບປຸງກົນໄກການປະສານງານ ແລະ ປະສານສົມທົບ ເພື່ອໃຫ້ການປະຕິບັດພາລະບົດບາດ ຂອງແຕ່ລະພາກສ່ວນ ມີຄວາມຄ່ອງຕົວ, ມິປະສິດທິພາບ ແລະ ມີປະສິດທິຜົນສູງຂຶ້ນ

IMG_0217.jpg 888

ຂ່າວ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

ພາບ: ໄພຄໍາອີ ວີໄລຄໍາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -