ພະແນກອຸດສະຫະກໍາ​ ແລະ​ ການຄ້າ ແຂວງອັດຕະປື ເຂັ້ມງວດຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໄລຍະບຸນປີໃໝ່ລາວ
By admin On 10 Apr, 2023 At 10:17 AM | Categorized As ຂ່າວພາຍໃນ | With 0 Comments

WhatsApp Image 2023-04-07 at 21.15.45

ໄລຍະບຸນປນໃໝ່ລາວປີນີ້ ພະແນກອຸດສະຫະກໍາແລະການຄ້າແຂວງອັດຕະປື​ ຈະໄດ້ເພີ່ມທະວີການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ເພື່ອປົກປ້ອງສິດ​ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ພ້ອມທັງຫຼີກເວັ້ນການສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງ ໃຈຂອງຜູ້ປະກອບການໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ.ໂດຍການວາງລະບຽບການ,ມາດຕະການໃນການຄວບຄຸມລາຄາສິນຄ້າຢູ່ຕາມທ້ອງຕະຫຼາດໃຫ້ເປັນເອກະພາບກັນໃນທົ່ວແຂວງ.
ທ່ານ ເພັດສະຫມອນ ແກ້ວພິມພອນ ຮອງຫົວໜ້າຂະແໜງ ການຄ້າພາຍໃນ ຊີ້ນໍາວຽກງານ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ພະແນກອຸດສາຫະກຳແລະການຄ້າແຂວງອັດຕະປື​ ໄດ້ໃຫ້ສຳພາດຕໍ່ສື່ມວນຂອງແຂວງ ໃນວັນທີ 7ເມສາ 2023 ນີ້ວ່າ: ໃນໄລຍະບຸນປີໃໝ່ລາວ ປີ ພສ 2566 ນີ້ທາງພະແນກອຸດສາ ຫະກຳ ແລະ ການຄ້າແຂວງອັດຕະປື ໄດ້ເອົາໃຈໃສ່ຕິດ ຕາມ,ຄວບຄຸມ ລາຄາສິນຄ້າຕາມທ້ອງຕະຫຼາດພາຍໃນແຂວງ ເພື່ອປ້ອງກັນການສວຍໂອກາດຂື້ນລາຄາສິນຄ້າຂອງບັນດາຜູ້ປະກອບການຄ້າຂາຍ,ໂດຍໃນເບື້ອງຕົ້ນນັ້ນ ແມ່ນຈະໄດ້ເອົາໃຈໃສ່ຄຸ້ມຄອງ ລາຄາສິນຄ້າ ປະເພດສະບຽງອາຫານ ເຊັ່ນ: ຊີ້ນໝູ, ຊີ້ນງົວ, ຊີ້ນຄວາຍ, ໄກ່, ປາ ແລະ ປະເພດພືດຜັກຕ່າງໆ ລວມທັງສິນຄ້າອຸປະໂພກ- ບໍລິ ໂພກ ແລະ ສິນຄ້າທົ່ວໄປ ທີ່ມີຜົນກະທົບໄວ ຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນ ໃຫ້ມີຄວາມສະຫງົບ ແລະ ສາມາດສະໜອງພຽງພໍກັບ ຄວາມຕ້ອງການ ຂອງສັງຄົມ, ພ້ອມທັງ ຕິດຕາມ, ກວດກາລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ເປັນປົກກະຕິ ບໍ່ໃຫ້ມີການສວຍໂອກາດຂຶ້ນ ລາຄາສິນຄ້າ ຕາມລຳພັງໃຈ.ຖ້າຫາກວ່າພາກສ່ວນໃດ ຂຶ້ນລາຄາເກີນຕາມກຳນົດໄວ້ ຄັ້ງທຳອິດຈະໄດ້ມີການຕັກເຕືອນ ສຶກສາອົບຮົມ ເຮັດບົດບັນທຶກ ຄັ້ງຕໍ່ໄປ ຈະໄດ້ມີການປັບໄໝຕາມລະບຽບການ ຖ້າກໍລະນີຮ້າຍແຮງ ຂຶ້ນລາຄາເກີນຂອບເຂດ ຈະໄດ້ຖອນໃບອະນຸຍາດ ຕາມລະບຽບກົດຫມາຍ.

ທ່ານ ເພັດສະຫມອນ ແກ້ວພິມພອນ ຮອງຫົວໜ້າຂະແໜງ ການຄ້າພາຍໃນ ຊີ້ນໍາວຽກງານ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໄດ້ກ່າວຕື່ມວ່າ : ການຄຸ້ມຄອງລາຄາສິນຄ້າໃນໄລຍະບຸນປີໃໝ່ລາວ ນີ້ ແມ່ນໄດ້ອີງໃສ່ ແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ມາຜັນຂະຫຍາຍເປັນຂອງແຂວງ ແລະ ຂອງພະແນກອຸດສາຫະກຳແລະການຄ້າ ເພື່ອ
ເປັນເຈົ້າການໃນການເຜີຍແຜ່ ແນະນຳຜູ້ປະກອບການ  ໃຫ້ເຂົ້າໃຈຕໍ່ແນວທາງນະໂຍບາຍ ກໍຄືລະບຽບການ ທີ່ລັດ ວາງອອກໃນແຕ່ລະໄລຍະ ເປັນຕົ້ນ ຂະແໜງການຄ້າພາຍໃນ ກໍ່ຄືເຈົ້າໜ້າທີ່ກວດກາການຄ້າ ເປັນເຈົ້າການປະສານສົມທົບກັບຫ້ອງການ ອຸດສາຫະກຳ ແລະ ການຄ້າ 5 ຕົວເມືອງ. ລົງຕິດຕາມ, ກວດກາລາຄາສິນຄ້າ ແລະ ຄ່າບໍລິການໃນໄລຍະ ເທດສະການດັ່ງກ່າວ. ຫາກພົບເຫັນຜູ້ລະເມີດ ເຊັ່ນ: ການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ການກັກຕຸ້ນສິນ ຄ້າ ໂດຍບໍ່ມີເຫດຜົນ, ບໍ່ຕິດປ້າຍລາຄາສິນຄ້າຕາມທີ່ລັດກຳນົດ, ການຕິດປະກາດ ຫຼື ການໂຄສະນາລາຄາສິນ ຄ້າ ແລະ ຄ່າບໍລິການ ເປັນເງິນຕາຕ່າງປະເທດ, ການວັດແທກຊັງຜ່ອງ,ຕາຊິງຊັງ ບໍ່ໄດ້ມາດຕະຖານ, ການຈຳໜ່າຍສິນຄ້າໝົດອາຍຸ,ການຈຳໜ່າຍສິນຄ້ານອກລະບົບ,ການຈຳໜ່າຍສີນຄ້າລອກ ລຽນແບບ ແລະ ອື່ນໆ ແມ່ນໃຫ້ນໍາໃຊ້ມາດຕະການຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ.

WhatsApp Image 2023-04-07 at 21.15.45 (1)

ຂ່າວ: ສິດຕິພອນ, ພະແນກ ອຄ ແຂວງ ອັດຕະປື

About -