ກອງປະຊຸມປະຈໍາປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ (ມື້ທີ 2) ຄັ້ງວັນທີ 07 ເມສາ 2023
By theu vaenvongsod On 10 Apr, 2023 At 04:52 PM | Categorized As ຂ່າວສຳຄັນ | With 0 Comments

     4E7A3987

     ໃນວັນ​ທີ 07 ເມສາ 2023 ເປັນມື້ທີ 02 ທີ່ກະຊວງ​ອຸດສາ​ຫະກຳ ​ແລະ ການ​ຄ້າ ໄດ້​​​ຈັດກອງປະຊຸມປະຈຳປີ 2022 ຂອງຂະແໜງອຸດສາຫະກຳແລະ ການຄ້າ ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫລວງວຽງຈັນ, ໂດຍການເປັນປະທານ ຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ​ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ; ມີລັດຖະມົນຕີ ປະຈຳຫ້ອງວ່າການປະທານປະເທດ, ລັດຖະມົນຕີຫົວຫນ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງ​ລັດຖະມົນຕີ ກະຊວງ ອຄ, ບັນດາ​ທ່ານ ຮອງ​ລັດ​ຖະມົນຕີ ກະຊວງ​ກ່ຽວຂ້ອງ, ບັນດາທ່ານ ຮອງ​ເຈົ້າ​ແຂວງ ​ແລະ ​ຮອງເຈົ້າຄອງ​ນະຄອນຫລວງ ຜູ້​ຊີ້​ນໍາ​ວຽກ​ງານ​ຂົງ​ເຂດ​ເສດຖະກິດ; ກຳມາທິການກົດຫມາຍ, ກຳມະທິການແຜນການ-ການເງິນ , ​ກໍາມະທິການ​ເສດຖະກິດ​ເຕັກ​ໂນ​ໂລ​ຊີ ​ແລະ ສິ່ງ​ແວດ​ລ້ອມ ສະພາ​​ແຫ່ງ​ຊາດ; ຮອງຜູ້ວ່າທະນາຄານ ​ແຫ່ງ ສປປ ລາວ, ປະທານສະພາບໍລິຫານ ນິຄົມອຸດສາຫະກໍາ-ການຄ້າວຽງຈັນໂນນທອງ, ບັນດາ​ທ່ານຫົວໜ້າ​ກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ ຈາກບັນດາກົມ, ສະຖາບັນ, ຫ້ອງການກະຊວງ ອຄ, ບັນດາ​ທ່ານທີ່​ປຶກສາ​ທູດ​ເສດຖະກິດ-ການ​ຄ້າ​ ປະຈໍາການຢູ່​ຕ່າງປະ​ເທດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບັນດາລັດວິສາຫະກິດ  ແລະ ບໍລິສັດທີ່ຂຶ້ນກັບກະຊວງ ອຄ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ ອຄ ແຂວງ, ນະຄອນຫລວງ ​ແລະ ພະນັກງານຫຼັກແຫຼ່ງກະຊວງ ອຄ ເຂົ້າຮ່ວມ ຈຳນວນ 257 ​ທ່ານ.

ກອງປະຊຸມມື້ນີ້ ແມ່ນໄດ້ສືບຕໍ່ຈາກມື້ທໍາອິດ ທີ່ມີການປຶກສາຫະລືໃນຫົວຂໍ້: ບົດສະຫລຸບຜົນງານພົ້ນເດັ່ນ ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ປີ 2022 ແລະ ທິດທາງແຜນການຈັດຕັັ້ງປະຕິບັດວຽກງານຈຸດສຸມປີ 2023; ການຄຸ້ມຄອງ ແລະ ການສະໜອງນໍ້າມັນເຊື້ອໄຟ; ການຄຸ້ມຄອງລາຄາສິນຄ້າ; ການຄຸ້ມຄອງສິນຄ້ານໍາເຂົ້າ-ສົ່ງອອກ; ການສົ່ງເສີມຜະລິດເປັນສິນຄ້າ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກໄປຕ່າງປະເທດ; ການເຂົ້າເຖິງແຫຼ່ງທຶນ MSME; ການກວດກາການຄ້າ; ແລະ ມື້ໃນນີ້ ພິເສດແມ່ນໄດ້ເຊື້ອເຊີນຂະແໜງການທີ່ຕິດພັນກັບການຄ້າ ຊຶ່ງປະກອບມີ ທ່ານຮອງລັດຖະມົນຕີ ກະຊວງການເງິນ, ທ່ານຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ຮອງຜູ້ວ່າ ທະນາຄານແຫ່ງ ສປປ ລາວ, ຮອງລັດຖະມົນຕີ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ທ່ານຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ບັນດາທ່ານຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງ ຜູ້​ຊີ້​ນໍາ​ວຽກ​ງານ​ຂົງ​ເຂດ​ເສດຖະກິດ; ກຳມາທິການກົດໝາຍ, ກຳມະທິການແຜນການ-ການເງິນ, ​ກໍາມະທິການ​ເສດຖະກິດ​ເຕັກ​ໂນ​ໂລ​ຊີ ​ແລະ ສິ່ງ​ແວດ​ລ້ອມ ສະພາ​​ແຫ່ງ​ຊາດ; ພ້ອມ​ທັງຍົກບັນຫາທີ່ຄົງຄ້າງມາປຶກສາຫາລື ແລະ ແລກປ່ຽນຄຳຄິດຄໍາເຫັນ ລະຫວ່າງບັນດາຂະແໜງການກ່ຽວຂ້ອງ  ​ແລະ ຜູ້ເຂົ້າຮ່ວມປະຊຸມຈາກພາຍໃນຂະແໜງ ອຄ, ຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໃຫ້ໄດ້ຮັບຊາບຂໍ້ມູນຂ່າວສານທີ່ເປັນປັດຈຸບັນ ຕາມນະໂຍບາຍ ແລະ ນິຕິກຳ ຂອງລັດຖະບານ ໃນວຽກງານອຸດສາຫະກຳປຸງແຕ່ງ ແລະ ການຄ້າ;

         ພ້ອມດຽວກັນນີ້, ທ່ານລັດຖະມົນຕີ ກະຊວງ ອຄ ໄດ້ລາຍງານຕໍ່ທ່ານ ​ນາຍົກລັດຖະມົນຕີ ໃນວຽກງານໜຶ່ງປີຜ່ານມາ ແລະ ຜົນກອງປະຊຸມໃນມື້ທໍາອິດ ແລະ ໄດ້ຮັບ​ທິດ​ຊີ້​ນໍາ​ຈາກທ່ານນາຍົກລັດຖະມົນຕີ ເພື່ອເປັນບ່ອນອີງໃນການຈັດຕັ້ງຜັນຂະຫຍາຍໃນວຽກງານຂະແໜງ ອຄ ເປັນຕົ້ນ: 1/ ຕໍ່ກັບບົດສະຫລຸບການຈັດຕັ້ງປະຕິບັດ ວຽກງານພົ້ນເດັ່ນ ປີ 2022 ແລະ ທິດທາງແຜນການຈັດຕັ້ງປະຕິບັດວຽກງານຈຸດສຸມປີ 2023: ເຖິງວ່າໃນປີຜ່ານມາຈະພົບກັບວິກິດຕ່າງໆກໍ່ຕາມ ແຕ່ຂະແໜງ ອຄ ກໍ່ສາມາດຍາດມາໄດ້ຜົນງານພົ້ນເດັ່ນ ບໍ່ວ່າຈະເປັນວຽກງານການເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດກັບພາກພື້ນ ແລະ ສາກົນ, ສົ່ງເສີມການພັດທະນາອຸດສາຫະກຳ ແລະ ການຜະລິດເປັນສິນຄ້າ, ເປັນເຈົ້າການ ນໍາໜ້າພາທາງໃນການປັບປຸງ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການດໍາເນີນທຸລະກິດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ພາກທຸລະກິດ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາການຄ້າໃຫ້ກ້າວທັນກັບສະພາບການໃໝ່ ແລະ ກ້າວໄປສູ່ທັນສະໄໝ (E-Commerce), ເພີ່ມປະສິດທິພາບການຄຸ້ມຄອງມະຫາພາກ, ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ການແກ້ໄຂສະພາບການສະໜອງນໍ້າມັນເຊື້ອໄຟ ຮັບປະກັນຕອບສະໜອງ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ. 2/ ຄຽງຄູ່ກັບຜົນງານ ກໍຄືຜົນສຳເລັດທີ່ຍາດມາໄດ້ນັ້ນ ກໍຍັງມີບັນຫາຈໍານວນໜຶ່ງ ທີ່ຂະແໜງການ ອຄ ຕ້ອງສືບຕໍ່ເອົາໃຈໃສ່ແກ້ໄຂໃນຕໍ່ໜ້າ ເປັນຕົ້ນການຜະລິດເປັນສິນຄ້າປະເພດຕ່າງໆບໍ່ທັນຫຼາກຫຼາຍ, ຄຸນນະພາບກໍຄືມາດຕະຖານບໍ່ທັນດີ ເປັນຕົ້ນແມ່ນສິນຄ້າສົ່ງອອກໄປຕ່າງປະເທດ ແລະ ການຜະລິດສິນຄ້າທົດແທນນຳເຂົ້າ ແລະ ສົ່ງອອກ ຍັງບໍ່ມີທັນຫຼາຍ, ອັດຕາການຂາດດຸນລະຫວ່າງການນຳເຂົ້າ ແລະ ສົ່ງອອກໂດຍລວມ ເຫັນວ່າຍັງສູງ, ກະແສເງິນຕາໄຫລອອກນອກປະເທດຫຼາຍກວ່າຈຳນວນເງິນໄຫລເຂົ້າປະເທດ; ການສົ່ງເສີມວິສາຫະກິດຂະໜາດຈຸນລະ, ຂະໜາດນ້ອຍ ແລະ ຂະໜາດກາງ (MSME) ບໍ່ທັນແຂງແຮງ, ການເຄື່ອນໄຫວຂອງວິສາຫະກິດຕ່າງໆ ທັງຂະໜາດກາງ ແລະ ຂະໜາດນ້ອຍ ບໍ່ທັນພົ້ນເດັ່ນ ຍັງກະແຈກກະຈາຍ ບໍ່ທັນລວມຕົວໃຫ້ກາຍເປັນຫົວໜ່ວຍວິສາຫະກິດທີ່ເຂັ້ມແຂງ, ສ້າງຜະລິດຕະພັນໃໝ່ ແລະ ລາຍຮັບໃໝ່ໃຫ້ຫຼາຍຂຶ້ນ, ມີຄຸນນະພາບ ແລະ ສາມາດແຂ່ງຂັນໄດ້, ບັນຫາການເຂົ້າຫາກອງທຶນ MSME ຂອງທ້ອງຖິ່ນຍັງພົບຄວາມຫຍຸ້ງຍາກດ້ານຂະບວນການອະນຸມັດ. ນອກຈາກນັ້ນ ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ສະພາບການເໜັງຕີງຂອງລາຄາສິນຄ້າ ທີ່ມີຄວາມອ່ອນໄຫວ ແລະ ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຍັງບໍ່ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ຢ່າງທັນການ ແລະ ທົ່ວເຖິງ ໂດຍສະເພາະບັນຫາການຄຸ້ມຄອງ, ດັດສົມການສະໜອງ ແລະ ຄວາມຕ້ອງການ ແລະ ລາຄາສິນຄ້າປະເພດຕ່າງໆ ແລະ ບັນຫາການເຂົ້າເຖິງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ, ຍັງບໍ່ທັນໝັ້ນທ່ຽງ ເຮັດໃຫ້ຜູ້ຜະລິດ ແລະ ຜູ້ບໍລິການຊື້-ຂາຍ ຂາດຄວາມເຊື່ອໝັ້ນ. ນອກຈາກນັ້ນ, ພວກເຮົາຍັງບໍ່ທັນໄດ້ມີການບັງຄັບໃຊ້ນະໂຍບາຍ ແລະ ມາດຕະການ ຢ່າງເຂັ້ມງວດໃນການຄຸ້ມຄອງ ຫຼື ຈຳກັດການນຳເຂົ້າປະເພດສິນຄ້າທີ່ເຮົາຜະລິດເອງຢູ່ພາຍໃນປະເທດ ເພື່ອສົ່ງເສີມການຜະລິດ ແລະ ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ ຍັງບໍ່ທັນເປັນຂະບວນຟົດຟື້ນ. 3/ ຕໍ່ກັບທິດທາງໜ້າທີ່ ແລະ ບັນດາຄາດໝາຍທີ່ຈະສູ້ຊົນຈັດຕັ້ງປະຕິບັດໃນປີ 2023 ທ່ານນາຍົກໄດ້ເນັ້ນຕື່ມ 02 ບັນຫາໃຫຍ່ຄື: ອັນທີໜຶ່ງ, ກ່ຽວກັບວຽກງານປັບປຸງກໍ່ສ້າງພະນັກງານ: ສືບຕໍ່ເພີ່ມທະວີ ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ແຂງແຮງ ແລະ ເລິກເຊິ່ງກວ່າເກົ່າ, ເຊື່ອມຊຶມກໍາແໜ້ນແນວທາງແຜນນະໂຍບາຍຂອງພັກ ແລະ ວິຊາສະເພາະ ໃຫ້ພະນັກງານຫຼັກແຫຼ່ງຂັ້ນຕ່າງໆໃນທົ່ວຂະແໜງການ; ສືບຕໍ່ປັບປຸງແບບແຜນການນໍາພາ ແລະ ແບບແຜນວິທີເຮັດວຽກໃຫ້ຖືກຕ້ອງ ແລະ ມີປະສິດທິພາບສູງ, ຕ້ອງເຄົາລົບ, ຢຶດໝັ້ນ ແລະ ປະຕິບັດຫຼັກການ ລວມສູນປະຊາທິປະໄຕ ຂອງພັກ, ຄົ້ນຄວ້າຕົກລົງບັນຫາສຳຄັນຕ່າງໆເປັນໝູ່ຄະນະ, ແບ່ງບຸກຄົນຮັບຜິດຊອບ, ມີການຕິດຕາມ, ກວດກາ, ຊຸກຍູ້ການປະຕິບັດວຽກງານຕົວຈິງ ຢູ່ບັນດາກົມ ຫຼື ພະແນກຂັ້ນທ້ອງຖິ່ນ, ຕ້ອງແກ້ໄຂ ແລະ ຕ້ານແບບແຜນອາຍາສິດ, ເອກະຊົນບົງການອ້າຍດຽວ ແລະອື່ນໆ; ອັນທີສອງ, ກ່ຽວກັບວຽກວິຊາສະເພາະຂອງຂະແໜງ ອຄ: ບັນຫາເລັ່ງທວງຂອງຂະແໜງການອຸດສາຫະກຳ ແລະ ການຄ້າ ໃນເພາະໜ້ານີ້ແມ່ນການສຸມໃສ່ຈັດຕັ້ງປະຕິບັດມະຕິເລກທີ 07/ລບ, ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍມະຕິ ຂອງສະພາແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເພື່ອສ້າງພື້ນຖານອັນໜັກແໜ້ນໃນການຫັນເປັນອຸດສາຫະກໍາ ແລະທັນສະໄໝ; ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງເອົາໃຈໃສ່ຈັດຕັ້ງນໍາພາໃຫ້ເກີດຜົນເປັນຈິງ ໂດຍຜັນຂະຫຍາຍ ບັນດາມະຕິຄໍາສັ່ງຂອງຂັ້ນເທິງ ແລະ ນະໂຍບາຍຂອງພັກ-ລັດ ໃຫ້ເປັນອັນລະອຽດ ໂດຍມີຫຼາຍຂະແໜງການ ແລະ ທ້ອງຖິ່ນເຂົ້າຮ່ວມ, ພ້ອມທັງບົດບາດການຄຸ້ມຄອງມະຫາພາກ ແລະ ກົນໄກການປະສານງານ ລະຫວ່າງພາກລັດ-ພາກທຸລະກິດ ໃຫ້ຄ່ອງຕົວຂຶ້ນກວ່າເກົ່າ. ກອງປະຊຸມໄດ້ປິດລົງໃນວັນທີ 07 ເມສາ 2023 ເວລາ 16:30ມ ແລະ ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍຂອງກອງປະຊຸມ.

ຂ່າວໂດຍ: ນ ຖື ແຫວນວົງສົດ