ທາບທາມຄໍາເຫັນໃສ່ ຮ່າງປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ
By ໄພວັນ On 7 Apr, 2023 At 02:29 PM | Categorized As ຂ່າວສຳຄັນ | With 0 Comments

WhatsApp Image 2023-04-06 at 16.34.13ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມທາບທາມຄໍາເຫັນໃສ່ ຮ່າງປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ, ໃຫ້ກຽດເປັນປະທານຂອງ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ໃນວັນທີ 05 ເມສາ 2023, ທີ່ ຫ້ອງປະຊຸມ ຊັ້ນ 4 ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ ກະຊວງ ອຄ, ມີບັນດາທ່ານຄະນະກົມຊັບສິນທາງປັນຍາ, ມີຄະນະຮັບຜິດຊອບປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ, ຜູ້ຕາງໜ້າຈາກ ຫ້ອງການ, ບັນດາກົມ, ສະຖາບັນ ພາຍໃນກະຊວງ ອຄ ແລະ ຜູ້ຕາງໜ້າຈາກບັນດາ ກະຊວງອ້ອມຂ້າງ ເຂົ້າຮ່ວມ ທັງໝົດ 40 ທ່ານ

WhatsApp Image 2023-04-06 at 16.34.14 (4)

ຈຸດປະສົງ ຂອງກອງປະຊຸມເພື່ອເປັນການເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບ ປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ແລະ ແຜນວຽກໃນການຈັດຕັ້ງປະຕິບັດປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ພ້ອມທັງ ທາບທາມຄໍາເຫັນໃສ່ຮ່າງປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ (ສະບັບ ທຳອິດທີ່ກົມໄດ້ຮຽບຮຽງມາ)

ໃນໂອກາດນີ້ ທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ ໄດ້ໃຫ້ຮູ້ວ່າ: ການປັບປຸງກົດໝາຍສະບັບນີ້ ເນື່ອງຈາກວ່າ ວຽກງານຊັບສິນທາງປັນຍາ ໄດ້ຖືກມອບໂອນມາຂຶ້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າ ນັບແຕ່ປີ 2021, ເຮັດໃຫ້ບັນດານິຕິກໍາ ແລະ ລະບຽບການໃນການປົກປ້ອງ ແລະ ຄຸ້ມຄອງຊັບສິນທາງປັນຍາ ທີ່ອອກໃນເມື່ອກ່ອນຕ້ອງໄດ້ມີການປັບປຸງ ເພື່ອປ່ຽນຊື່ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມາເປັນ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເພື່ອກໍານົດການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ທາງດ້ານບໍລິຫານ ກ່ຽວກັບການລະເມີດໃຫ້ຈະແຈ້ງຂຶ້ນຕື່ມ ແລະ ໃຫ້ສອດຄ່ອງກັບສົນທິສັນຍາສາກົນທີ່ ສປປ ລາວ ມີແຜນທີ່ຈະເຂົ້າເປັນພາຄີ

WhatsApp Image 2023-04-06 at 16.34.14 (3)

ໃນການປັບປຸງກົດໝາຍ ສະບັບນີ້ແມ່ນໄດ້ກຳນົດ ກ່ຽວກັບສິດຂອງເຈົ້າຂອງຊັບສິນທາງປັນຍາ ກ່ຽວກັບການນໍຳເຂົ້າແບບຄູ່ຂະໜານ (Parallel Import). ພ້ອມທັງໄດ້ມີການປັບປຸງ ຂໍ້ຜິດພາດຕ່າງໆ ທີ່ຢູ່ໃນກົດໝາຍ. ຜ່ານມາ ຮ່າງປັບປຸງກົດໝາຍ ສະບັບດັ່ງກ່າວນີ້ ທາງກົມຊັບສິນທາງປັນຍາ ໄດ້ເລີ່ມກະກຽມຄົ້ນຄວ້າເນື້ອໃນດ້ານວິຊາການ ໃນແຕ່ລະຂົງເຂດຊັບສິນທາງປັນຍາ ຊຶ່ງໄດ້ເລີ່ມປັບປຸງ ມາແຕ່ເດືອນ ສິງຫາ 2021 ແລະ ໄດ້ເປີດກອງປະຊຸມປຶກສາຫາລື ເພື່ອຄົ້ນຄວ້າເນື້ອໃນດ້ານວິຊາການ ພາຍໃນກົມຫຼາຍຄັ້ງ. ນອກຈາກນີ້ ກໍໄດ້ນໍາສົ່ງຮ່າງປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບນີ້ ໃຫ້ແກ່ຊ່ຽວຊານຂອງອົງການຊັບສິນທາງປັນຍາໂລກ (WIPO) ແລະ ສະຫະພັນສາກົນເພື່ອການປົກປ້ອງພັນພືດໃຫມ່ (UPOV), ເພື່ອມີຄໍາເຫັນຕໍ່ຮ່າງປັບປຸງດັ່ງກ່າວ ໂດຍສະເພາະ ຄວາມສອດຄ່ອງຂອງກົດໝາຍ ຕໍ່ກັບສົນທິສັນຍາສາກົນ ຕ່າງໆ

ທ່ານກ່າວຕື່ມອີກວ່າ: ຮ່າງປັບປຸງກົດໝາຍ ສະບັບນີ້ ແມ່ນໄດ້ປັບປຸງພາກພັນພືິດ, ລິຂະສິດ, ແບບອຸດສາຫະກຳ ແລະ ການແກ້ໄຂທາງດ້ານບໍລິຫານກ່ຽວກັບການລະເມີດ, ໂດຍສະເພາະການແບ່ງຂັ້ນຄຸ້ມຄອງຈາກສູນກາງລົງສູ່ທ້ອງຖິ່ນ, ປັບບາງປະໂຫຍກຄໍາສັບ ແລະ ຮຽບຮຽງຄືນໃຫມ່ ເພື່ອໃຫ້ເຂົ້າໃຈງ່າຍ ແຕ່ຮັກສາຄວາມໝາຍເດີມຂອງກົດໝາຍ, ປັບປຸງຊື່ກະຊວງ ຈາກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມາເປັນ ກະຊວງອຸດສາະກຳ ແລະ ການຄ້າ ເພື່ອເຮັດໃຫ້ການຈົດທະບຽນຊັບສິນອຸດສາຫະກໍາ, ພັນພືດໃໝ່, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ທັນສະໄໝ ແລະ ສອດຄ່ອງກັບລະບົບການຈົດທະບຽນສາກົນ, ການແກ້ໄຂທາງດ້ານບໍລິຫານ ກ່ຽວກັບການລະເມີດຊັບສິນທາງປັນຍາ ໃຫ້ເປັນຮູບປະທໍາ ແລະ ຊັດເຈນຂຶ້ນ

WhatsApp Image 2023-04-06 at 16.34.14

ພ້ອມດຽວກັນນັ້ນ, ທ່ານ ຮອງລັດຖະມົນຕີ ກໍໄດ້ຮຽກຮ້ອງມາຍັງ ບັນດາຄະນະຮັບຜິດຊອບປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ແລະ ບັນດາທ່ານຜູ້ທີ່ເຂົ້າຮ່ວມກອງປະຊຸມ ເອົາໃຈໃສ່ ຄົ້ນຄວ້າ, ປະກອບຄຳຄິດຄໍາເຫັນໃສ່ ຮ່າງກົດໝາຍດັ່ງກ່າວ ເພີ່ຶອເຮັດໃຫ້ຮ່າງກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນ ແລະ ສົມບູນຍິ່ງຂຶ້ນ ເພື່ອສ້າງກົດໝາຍໃຫ້ສອດຄອງກັບລະບຽບ ກ່ຽວກັບການສ້າງນິຕິກຳ ຂອງ ສ ປປ ລາວ ກໍຄືກົດໝາຍ ວ່າດ້ວຍການສ້າງນິຕິ

ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ

ຮຽບຮຽງ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -