ສະຫຼຸບຜົນງານການຈັດຕັ້ງປະຕິບັດວຽກງານອຸດສາຫະກຳ ແລະ ການຄ້າ ປະຈໍາປີ 2022
By ໄພວັນ On 6 Apr, 2023 At 03:52 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

WhatsApp Image 2023-04-06 at 10.19.58.jpg 78         ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງແຂວງ ອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານອຸດສາຫະກຳ ແລະ ການຄ້າ ປະຈໍາປີ 2022 ແລະ ວາງທິດທາງແຜນການປະ 2023 ຂຶ້ນໃນວັນທີ 31 ມີນາ 2023 ຜ່ານມານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ. ມີທ່ານ ນາງ ໄມພອນ ສີລິວົງ  ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຄະນະພະແນກການ, ສະ ພາປະຊາຊົນແຂວງ, ເຈົ້າເມືອງ, ຮອງເຈົ້າເມືອງ, ບັນດາຂະແໜງການອ້ອມຂ້າງແຂວງ, ສະພາການຄ້າ ແລະ ອຸດສາຫະ ກຳແຂວງ, ຫ້ອງການອຸດສາຫະກຳ ແລະ ການຄ້າ 7 ເມືອງ ແລະ ມີພະນັກງານລັດຖະກອນພາຍໃນພະແນກອຸດສາຫະກຳ ແລະ ການຄ້າແຂວງເຂົ້າຮ່ວມ ທັງໝົດ 72 ທ່ານ, ຍິງ 28 ທ່ານ

WhatsApp Image 2023-04-06 at 10.19.59.jpg 888

ທ່ານ ນາງ ໄມພອນ ສີລິວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ລາຍງານໃຫ້ຮູ້ວ່າ: ຕະຫຼອດໄລຍະ 1 ປີ ຜ່ານມາ ພະແນກ ອຸດສາຫະກຳ ແລະ ການຄ້າ ໄດ້ຍົກສູງຄວາມຮັບຜິດຊອບເປັນເສນາທິການໃຫ້ແກ່ ອົງການປົກຄອງແຂວງ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນການເຄື່ອນໄຫວຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍແຜນພັດ ທະນາເສດຖະກິດ-ສັງຄົມ ຄັ້ງທີ 9 ຂອງແຂວງ ແລະ  ແຜນພັດທະນາວຽກງານອຸດສາຫະກຳ ແລະ ການຄ້າ 5 ປີ 2020-2025 ມາເປັນແຜນ ປະຈຳປີ 2022 ໃນຂົງເຂດວຽກງານອຸດສາຫະກຳ ແລະ ການຄ້າ. ຕໍ່ໜ້າສະພາບເສດຖະ ກິດທີ່ມີຄວາມຫຸ້ຍງຍາກຫຼາຍດ້ານເຊັ່ນ: ລາຄານ້ຳມັນເຊື້ອໄຟເພິ້ມສູງຂຶ້ນ, ບັນຫາເງິນກີບອອ່ນຄ່າ, ຂາດເຂີນເງິນຕາ ເຊິ່ງໄດ້ສົ່ງຜົນກະທົບເຮັດໃຫ້ການນຳເຂົົ້າສິນຄ້າ ຊົມໃຊ້ ແລະ ປັດໃຈການຜະລິດ ມີລາຄາແພງ, ສົ່ງຜົນກະທົບໂດຍກົງຕໍ່ພາກທຸລະກິດ-ຜູ້ປະກອບການ ເຮັດໃຫ້ຫຼາຍຫົວໜ່ວຍທຸລະກິດໄດ້ຍຸດເຊົ່າການດຳເນີນທຸລະກິດຊົ່ວຄາວ ແລະ ກໍ່ຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງທຸກຊັ້ນຄົນໃນສັງຄົມ, ຂະແໜງອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ສຸມໃສ່ເຄື່ອນໄຫວຕິດຕາມ-ກວດກາ ແລະ ແກ້ໄຂດ້ວຍຫຼາຍວິທີການ ໃນນັ້ນ ວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ການຄ້າ ໄດ້ສຸມໃສ່ສ້າງເງື່ອນໄຂ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າໃຫ້ມີຫຼາກຫຼາຍປະເພດ ເພື່ອຫຼຸດຜ່ອນການນໍາເຂົ້າ ແລະ ສາມາດສົ່ງອອກ, ຂື້ນທະບຽນວິສາຫະກິດໃໝ່ ແລະ ປ່ຽນແປງເນື້ອໃນທະບຽນ ທັງໝົດ 145 ຫົວໜ່ວຍ, ມີທືນຈົດທະບຽນ 633 ຕື້ກີບ ແລະ 22 ລ້ານໂດລາ ໃນນີ້ ຂື້ນທະບຽນໃໝ່ 59 ຫົວໜ່ວຍ, ທຶນຈົດທະບຽນ 409 ຕື້ກີບ ແລະ 6 ລ້ານໂດລາ, ປ່ຽນແປງເນື້ອໃນທະບຽນວິສາຫະກິດ ຈໍານວນ 86 ຫົວໜ່ວຍ, ມີທືນຈົດທະບຽນ 224 ຕື້ກີບ ແລະ 16 ລ້ານໂດລາ, ເອົາໃຈໃສ່ ໃນການຄຸ້ມຄອງຕະຫຼາດ, ລາຄາສິນຄ້າ, ຕິດຕາມກວດກາ  ສິນຄ້າໝົດອາຍຸ, ສິນຄ້ານອກລະບົບ, ສິນຄ້າເກືອດຫ້າມ ໃນທົ່ວແຂວງ ເພື່ອນຳໄປທຳລາຍຖິ້ມ ແລະ ໄດ້ເຮັດບົດບັນທຶກກ່າວເຕື່ອນ, ສຶກສາອົບຮົມນັກທຸລະກິດ-ຜູ້ປະກອບການ, ເພື່ອປົກປ້ອງຜູ້ຊົມໃຊ້ ແລະ ການແຂ່ງຂັນທາງທຸລະກິດ

WhatsApp Image 2023-04-06 at 10.19.57 (2).jpg 333

ການຈໍລະຈອນສິນຄ້າ ຂາຍຍ່ອຍ: 681.06 ຕື້ກີບ, ຂາຍຍົກ: 657.67 ຕື້ກີບ ແລະ ມູນຄ່າເກັບຊື້ຜະລິດຕະພັນພາຍໃນ: 196.46 ຕື້ກີບ, ໄລຍະ 1 ປີ ສາມາດລວມຍອດມຸນຄ່າການຄ້າ ໃນທົ່ວແຂວງໄດ້ 319 ຕື້ກີບ ເມື່ອທຽບໃສ່ແຜນປີແລ້ວປະຕິໄດ້ 35,2%,  ອອກອະນຸຍາດດໍາເນີນກິດຈະການໃໝ່ຈຳນວນ 11 ຫົວໜ່ວຍ ໄດ້ສືບຕໍ່ອອກໃບຢັ້ງຢຶນດໍາເນີນກິດຈະການທັງໝົດ ຈໍານວນ 85 ຫົວໜ່ວຍ, ແກ້ໄຂຂໍ້ຫຍຸ້ງຍາກດ້ານການຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກໄປຕ່າງແຂວງ ມີຄວາມສະດວກ ແລະ ວ່ອງໄວຫຼາຍຂື້ນ, ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດກອງປະຊຸມປຶກສາຫາລືແກ້ໄຂບັນດາຂໍ້ຫຍຸ້ງຍາກໄດ້ຫຼາຍບັນຫາ ແລະ ໄດ້ເຮັດໃຫ້ມຸນຄ່າການຄ້າກັບຕ່າງປະເທດປະຕິບັດໄດ້: 835,6 ຕື້ກີບ ເທົ່າກັບ 49 ລ້ານໂດລາ ເທົ່າກັບ 415%, ຕາມແຜນວາງໄວ້ 201.46 ຕື້ກີບ. ໃນນີ້ ມູນຄ່າການນໍາເຂົ້າ: ສາມາດປະຕິບັດໄດ້ 8,6 ຕື້ກີບ ເທົ່າກັບ 5 ແສນໂດລາ; 13,1%, ຕາມແຜນ 65.5 ຕື້ກີບ,  ມູນຄ່າການສົ່ງອອກ: ສາມາດປະຕິບັດໄດ້: 827 ຕື້ກີບ ເທົ່າກັບ48,6 ລ້ານໂດລາ; ເທົ່າກັບ 606%, ຕາມແຜນ 136.40 ຕື້ກີບ. ໃນນີ້, ສົ່ງອອກແຮ່ທາດມູນຄ່າ  726 ຕື້ກີບ

ແຫ່ຼງຂໍ້ມູນຈາກ: ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ

ຮຽບຮຽງ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -