ຂະແໜງອຸດສາຫະກຳ ແລະ ການຄ້າ ສະຫຼຸບຜົນງານປີ 2022
By ໄພວັນ On 6 Apr, 2023 At 02:59 PM | Categorized As ຂ່າວສຳຄັນ | With 0 Comments

IMG_0029.jpg 999         ກະຊວງ​ອຸດສາ​ຫະກຳ ​ແລະ ການ​ຄ້າ ຈັດກອງ​ປະຊຸມ​ປະຈຳ​ປີ 2022 ຂອງຂະ​ແໜງອຸດສາຫະກຳ ​ແລະ ການ​ຄ້າ ຂຶ້ນໃນວັນທີ 6-7 ເມສາ 2023 ທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ ICTC, ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ມະໄລທອງ ກົມມະສິດ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີ​ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ. ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງ, ຫົວໜ້າ​-ຮອງຫົວໜ້າກົມ, ຫົວໜ້າພະແນກ ຈາກບັນດາກົມ, ສະຖາບັນ ແລະ ຫ້ອງການກະຊວງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບັນດາລັດວິສາຫະກິດ ອ້ອມຂ້າງກະຊວງ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ ອຄ ແຂວງ, ນະຄອນຫຼວງ ເຂົ້າຮ່ວມ

WhatsApp Image 2023-04-06 at 13.48.52.jpg 787

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ​ເພື່ອສະຫຼຸບຜົນງານພົ້ນເດັ່ນຕາມ 5 ແຜນງານ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ລົງເລິກບາງໜ້າທີ່ວຽກງານ ທີ່ສັງຄົມໃຫ້ຄວາມສົນໃຈ ກໍຄືສິ່ງທີ່ລັດຖະບານ ໃຫ້ຄວາມສຳຄັນ ເປັນຕົ້ນ ການຄຸ້ມຄອງ ແລະ ການສະໜອງນໍ້າມັນເຊື້ອໄຟ ແລະ ການຄຸ້ມຄອງລາຄາສິນຄ້າ, ການຄຸ້ມຄອງສິນຄ້ານຳເຂົ້າ ແລະ ສົ່ງອອກ, ການສົ່ງເສີມຜະລິດເປັນສິນຄ້າ ເພື່ອທົດແທນການນຳເຂົ້າ, ການເຂົ້າເຖິງແຫຼ່ງທຶນ MSME. ນອກນັ້ນ ກອງປະຊຸມຍັງໄດ້ລົງເລິກ ທັງດ້ານດີ-ດ້ານອ່ອນ, ປຶກສາຫາລື ຖາມ-ຕອບ ໃນບັນຫາຕ່າງໆ ທີ່ຕ້ອງມີຄວາມກະຈ່າງແຈ້ງ, ພ້ອມທັງເອົາໃຈໃສ່ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນ ໃນຂະແໜງ ອຄ

ໃນໄລຍະ 1 ປີຜ່ານມາ ສາມາດສະຫຼຸບການຈັດຕັ້ງປະຕິບັດ ອັນພົ້ນເດັ່ນ ຄື ໄດ້ແກ້ໄຂບັນຫາການສະໜອງນໍ້າມັນເຊື້ອໄຟ, ລັດຖະບານ ໄດ້ສຸມໃສ່ແກ້ໄຂບັນຫາດ້ວຍຫລາຍມາດຕະການ ເລີ່ມຈາກການແຕ່ງຕັ້ງຄະນະສະເພາະກິດລະດັບສູນກາງ ເພື່ອຊີ້ນໍາຢ່າງໃກ້ຊິດ ຕາມທິດຊີ້ນຳ ບໍ່ໃຫ້ນໍ້າມັນເຊື້ອໄຟຂາດແຄນ ແລະ ໄດ້ປັບປຸງການອອກແຈ້ງການປັບລາຄານໍ້າມັນເຊື້ອໄຟ ພາຍຫລັງປໍ້ານໍ້າມັນປິດ ເພື່ອແກ້ໄຂບັນຫາການຍາດແຍ່ງໃສ່ນໍ້າມັນ ກ່ອນມີການປັບລາຄາຂື້ນ.  ດ້ານລາຄາສິນຄ້າ ໄດ້ເອົາໃຈ ໃສ່ໃນວຽກງານກໍານົດໂຄງປະກອບລາຄາ, ການກໍານົດລາຄາສູງສຸດ  ຫຼື ຂອບເຂດລາຄາ ແລະ ຄວບຄຸມສິນຄ້າໃນຄັງແຮສໍາຮອງ ເຮັດໃຫ້ບາງລາຍການສິນຄ້າ ມີລາຄາສະທ້ອນເຖິງຕົ້ນທຶນ ການຜະລິດ/ການນຳເຂົ້າຕົວຈິງ, ບາງລາຍການສິນຄ້າ ມີລາຄາຕໍ່າກວ່າ ປະເທດໃກ້ຄຽງຂອງ ສປປ ລາວ

IMG_0007.jpg 788

ພ້ອມດຽວກັນນີ້, ໄດ້ຮອງຮັບເອົາຍຸດທະສາດ ວຽກຍຸດທະສາດການສົ່ງອອກເຂົ້າ ຊຶ່ງໄດ້ລາຍງານການນໍາກະຊວງ, ທະນາຄານໂລກກ່ຽວກັບການປັບປຸງດັ່ງກ່າວ ໄດ້ຍົກລະດັບຄວາມສາມາດແຂ່ງຂັນ-ສົ່ງເສີມການຜະລິດ, ນໍາໃຊ້ຜົນຜະລິດອຸດສາຫະກຳພາຍໃນ, ປະຕິບັດເປົ້າໝາຍການເຕີບໂຕສີຂຽວແຫ່ງຊາດ, ສົ່ງເສີມການພັດທະນາອຸດສາຫະກຳປຸງແຕ່ງແບບຍືນຍົງ, ການສ້າງມູນຄ່າເພີ່ມ-ຍົກລະດັບຜະລິດຕະພາບ ສືບຕໍ່ຄົ້ນຄວ້າ ແລະ ສ້າງແຜນວຽກ, ກົນໄກການຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດດໍາລັດວ່າດ້ວຍ ການຄ້າທາງເອເລັກໂຕຣນິກ ອາຊຽນຂອງ ສປປ ລາວ, ສັນຍາການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP) ແລະ ຂອບອື່ນໆ ທີ່ກ່ຽວຂ້ອງ, ໄດ້ແກ້ໄຂບັນຫາ ລົດຂົນສົ່ງສິນຄ້າ ທີ່ແອອັດໃຫ້ ສາມາດສົ່ງອອກໄປ ສປ ຈີນ ຫຼາຍຂຶ້ນ,  ປັບປຸງກົນໄກ, ຫຼຸດຜ່ອນຂັ້ນຕອນ ແລະ ໄລຍະເວລາການອອກໃບອະນຸຍາດດໍາເນີນທຸລະກິດ ແລະ ເລກປະຈໍາຕົວຜູ້ ເສຍອາກອນ ສາມາດຫຼຸດຂັ້ນຕອນ ແລະ ໄລຍະເວລາການເລີ່ມຕົ້ນທຸລະກິດ ຈາກ 09 ຂັ້ນຕອນ ມາເປັນ 02 ຂັ້ນຕອນ, ຊຸກຍູ້ SME  ທີ່ໄດ້ຮັບສິນເຊື່ອບ້ວງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ບ້ວງ 3% ສາມາດຖືບັນຊີໄດ້ 130 ຫົວໜ່ວຍ, ສົ່ງເສີມຄວາມສາມາດໃນການແຂ່ງຂັນທຸລະກິດໃຫ້ແກ່ສະມາຄົມສົ່ງເສີມຖິ່ນກໍາເນີດ ກາເຟບໍລະເວນ ແລະ ຊາປາກຊ່ອງຮ່ວມກັບອົງການຊັບສິນທາງປັນຍາໂລກ (WIPO) ສາມາດຢັ້ງຢືນຜະລິດຕະພັນ ແລະ ສິນຄ້າ ເພື່ອດໍາເນີນການຂໍອະນຸຍາດນໍາໃຊ້ກາໝາຍມາດຕະຖານ ແຫ່ງຊາດ ແລະ ໄດ້ພັດທະນາເວັບໄຊ້ ເອີ້ນວ່າ ໂຄງການສົ່ງເສີມ ແລະ ພັດທະນາລະບົບການຄ້າຜ່ານທາງເອເລັກໂຕຣນິກ E-commerce ສໍາລັບຜະລິດຕະພັນກະສິກໍາ ແລະ ສິນຄ້າ ສປປ ລາວ ເພື່ອສົ່ງອອກໄປຕະຫລາດຕ່າງປະເທດ ແລະ ຊື້-ຂາຍພາຍໃນ ຊຶ່ງທັງໝົດແມ່ນ ໝາກຜົນທີ່ຍາດມາໄດ້ໃນ 1 ປີທີ່ຜ່ານມາ

IMG_0013.jpg 777

ກອງປະຊຸມໄດ້ກຳນົດຕົວເລກຄາດໝາຍສູ້ຊົນຕົ້ນຕໍ ປີ 2023 ຂອງ​ຂະ​ແໜງ ອຸດສາຫະກຳ ແລະ ການຄ້າ ຊຶ່ງປະກອບ ມີຄື: ດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ: ສູ້ຊົນສ້າງມູນຄ່າຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຄາດຄະເນ ໃຫ້ບັນລຸ 14.029,09 ຕື້ກີບ; ດ້ານການຄ້າພາຍໃນ: ສູ້ຊົນສ້າງມູນຄ່າຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ສ້ອມແປງ) ຄາດຄະເນ ໃຫ້ບັນລຸ 73.541,80 ຕື້ກີບ; ດ້ານການຄ້າຕ່າງປະເທດ: ສູ້ຊົນສ້າງມູນຄ່າການນຳເຂົ້າ ແລະ ສົ່ງອອກ ຄາດຄະເນໃຫ້ບັນລຸ 15.325 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ 8.225 ລ້ານໂດລາສະຫະລັດ ແລະ ມູນຄ່າການນໍາເຂົ້າ 7.100 ລ້ານໂດລາສະຫະລັດ

                             ຂ່າວ:  ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

ພາບ: ໄພຄໍາອີ ວີໄລຄໍາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -