ທະນາຄານແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ພົບປະສອງຝ່າຍເພື່ອແກ້ໄຂບັນຫາການຄຸ້ມຄອງເສດຖະກິດ
By admin On 4 Apr, 2023 At 04:46 PM | Categorized As ຂ່າວສຳຄັນ | With 0 Comments

9ec6a686-8867-4543-8766-fc91d7bc0d19

 

ໃນຕອນເຊົ້າຂອງວັນທີ 04 ເມສາ 2023 ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມພົບປະລະຫວ່າງການນຳຂອງ ທຫລ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທຫລ ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະນຳ, ຄະນະກົມຂອງທັງ 2 ຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມໄດ້ຮັບຟັງລາຍງານສະພາບການປະຕິບັດແຜນເງິນຕາຂອງ ໄຕມາດທີ I ແລະ ທິດທາງແຜນການຂອງ ໄຕມາດທີ II ຈາກ ທຫລ ພ້ອມທັງປຶກສາຫາລືກ່ຽວກັບບັນຫາການຄຸ້ມຄອງລາຄາສິນຄ້າ; ບັນຫາການສ້າງລະບົບຄຸ້ມຄອງຫົວໜ່ວຍສົ່ງອອກ-ດັດສົມຫົວໜ່ວຍນໍາເຂົ້າສິນຄ້າ; ບັນຫາການຄຸ້ມຄອງບັນດາຮ້ານຂາຍຄໍາ-ວັດຖຸມີຄ່າ ທີ່ຕິດພັນກັບວຽກຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການຄຸ້ມຄອງອັດຕາແລກປ່ຽນ, ການແລກປ່ຽນເງິນຕາຊະຊາຍ ແລະ ການອະນຸຍາດໃຫ້ອອມຄໍາ; ບັນຫາການຄຸ້ມຄອງການນໍາໃຊ້ເງິນຕາແບບຊະຊາຍ-ການຕິດປະກາດລາຄາສິນຄ້າ ແລະ ບໍລິການ ເປັນເງິນຕາຕ່າງປະເທດຢູ່ສະຖານທີ່ຕ່າງໆ; ການຄຸ້ມຄອງການລົງທຶນໂດຍກົງຂອງຕ່າງປະເທດ (FDI – Foreign Direct Investment). ນອກຈາກນີ້, ຝ່າຍກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ລາຍງານສະພາບ ແລະ ແລກປ່ຽນຄຳຄິດເຫັນກ່ຽວກັບການຄຸ້ມຄອງການນໍາເຂົ້າ-ສົົ່ງອອກ ແລະ ຫັນເອົາເງິນຕາຕ່າງປະເທດທີ່ໄດ້ຈາກການສົ່ງອອກໃຫ້ເຂົ້າສູ່ລະບົບທະນາຄານ; ມາດຕະການການຈໍາກັດການນໍາເຂົ້າສິນຄ້າຟຸມເຟືອຍ; ການຄຸ້ມຄອງການຄ້າທາງເອເລັກໂຕຣນິກ (E-commerce) ແລະ ບັນຫາປິ່ນອ້ອມອື່ນໆ.

ກອງປະຊຸມໄດ້ມີການຕົກລົງເຫັນດີເພື່ອເຮັດວຽກຮ່ວມກັນໃນຕໍ່ໜ້າ ເປັນຕົ້ນແມ່ນ: ການຄຸ້ມຄອງລາຄາສິນຄ້າ; ການຄຸ້ມຄອງອັດຕາແລກປ່ຽນ; ອັດຕາເງິນເຟີ້; ການຄຸ້ມຄອງການຕິດ ແລະ ປະກາດລາຄາສິນຄ້າເປັນເງິນກີບ; ການຄຸ້ມຄອງການນຳໃຊ້ແອັບພິເຄຊັ້ນຂອງຮ້ານຂາຍຄຳ; ການແລກປ່ຽນຂໍ້ມູນລະຫວ່າງກັນ; ການປະຢັດການນຳໃຊ້ເງິນຕາຕ່າງປະເທດຂອງສັງຄົມ ແລະ ບັນຫາອື່ນໆທີ່ຕິດພັນ.

 

52ce3063-c8eb-433f-bfab-1b39fae4d3ca

 

 

ແຫຼ່ງຂ່າວ: ທະນາຄານກາງ ແຫ່ງ ສປປລາວ

About -