ຮອງເຈົ້າແຂວງໆເສສວນ ແຫ່ງ ສປ ຈີນ ເຂົ້າພົບປະຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຄ ແຫ່ງ ສປປ ລາວ
By phaikhame evilay On 31 Mar, 2023 At 10:33 AM | Categorized As ຂ່າວສຳຄັນ | With 0 Comments

IMG_0005.1

          ຕອນບ່າຍ ເວລາ 05 : 00 ໂມງ ຂອງວັນທີ 30 ມີນາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ  ອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Yang Xingping ຮອງ​ເຈົ້າ​ແຂວງໆ ​ເສ​ສວນ ແລະ ທ່ານຫົວໜ້າ​ພະ​ແນ​ກການ​ຄ້າ ​ແຂວງ ເສສວນ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເພື່ອປຶກສາຫາລື ກ່ຽວກັບການເຄື່ອນໄຫວວຽກງານການຮ່ວມມື ລະຫວ່າງ ສປປ ລາວ ແລະ ແຂວງເສສວນ ໃນຕໍ່ໜ້າ, ມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມ ຈໍານວນ 25 ​ທ່ານ.

IMG_0018.2

          ໃນການ​ພົບ​ປະ​ຄັ້ງ​ນີ້ ທັງສອງ​ຝ່າຍ​ໄດ້ປຶກສາຫາລືຮ່ວມກັນ ກ່ຽວ​ກັບວຽກງານການຮ່ວມມືຫຼາຍດ້ານ ຄື:ດ້ານການຄ້າ, ການລົງທຶນ ເພື່ອສົ່ງເສີມພັດທະນາພື້ນຖານໂຄງລ່າງ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ແລະ ຕໍ່ໜ້າ ພ້ອມທັງ ​​ແລກປ່ຽນບົດຮຽນ ​ກ່ຽວ​ກັບການ​ຍົກ​ລະດັບ​ການ​ຮ່ວມ​ມື​ດ້ານ​ການຄ້າ​ສອງຝ່າຍ ​ເປັນ​ຕົ້ນ ການ​ຊຸກຍູ້​ການ​ສົ່ງ​ອອກ​ສິນຄ້າ​ກະສິກຳ​ຂອງ ລາວ ​ໄປ ສປ ຈີນໃຫ້ຫຼາຍຂຶ້ນ, ການ​ເພີ້​ມທະວີ​ການ​ຮ່ວມ​ມື ​ກ່ຽວ​ກັບ​ການ​ຄ້າຂ້າມ​ຊາຍແດນ ​ແລະ ການ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ຂົນສົ່ງ​ສິນຄ້າ​ຜ່ານ​ແດນ.

       ໃນນີ້ການ​ຮ່ວມ​ມືສ່ວນໃຫຍ່ແມ່ນຮູບແບບການຄ້າ  ສິນຄ້າຫຼັກທີ່ ສປປ ລາວ ສົ່ງອອກໄປຈີນປະກອບມີ: ​ຄຳ​ປະ​ສົມ, ຄຳ​ແທ່ງ, ໝາກກ້ວຍ, ​ແຮ່ທອງ, ແຮ່ເຫລັກຜະລິດຕະພັນໄມ້ ແລະ ເຟີນີເຈີ້, ເຈ້ຍ ແລະ ເຄື່ອງ​ທີ່​ເຮັດ​ດ້ວຍ​ເຈ້ຍຝຸ່ນ(ປຸ໋ຍ)ຢາງພາລາ, ຫມາກໄມ້ ແລະ  ອື່ນໆ.  ສປ ຈີນ ມີ​ການລົງທຶນຟື້ນຖານໂຄງລ່າງເປັນອັນດັບ 01 , ເປັນ​ຄູ່​ຄ້າ​ອັນ​ດັບ 02 ຂອງ ສປປ ລາວ ​ຊຶ່ງເຫັນ​ໄດ້​ໃນ​ໄລຍະຜ່ານມາ, ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍຍັງ​ບໍ່ທັນບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້. ສິນຄ້າການນໍາເຂົ້າ ສ່ວນຫຼາຍແມ່ນປະເພດ ກົນຈັກ-ພາຫະນະລົດຍົນ; ອາໄລ່ລົດຍົນ ແລະ ລົດຈັກ; ເຄື່ອງກໍ່ສ້າງແລະ ອື່ນໆ.

       IMG_0032.3

         ທ່ານ , Yang Xingping ຮອງ​ເຈົ້າ​ແຂວງໆ ​ເສ​ສວນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄໍາໝັ້ນວ່າໃນຕໍ່ໜ້າຈະໃຫ້ການຮ່ວມມື ລະຫວ່າງ ສປປ ລາວ-ແຂວງເສສວນ ​ສປ ຈີນ ໃນວຽກງານຫຼາຍດ້ານ ເພື່ອໃຫ້ເກີດຜົນປະໂຫຍດທີ່ດີ ໃຫ້ແກ່ສອງປະເທດ.

 ພາບ-ຂ່າວ ໂດຍ: ໄພຄໍາອີ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ