ກອງປະຊຸມເຜີຍແຜ່ຜົນຂອງກອງປະຊຸມຄະນະກຳມະການປະສານງານດ້ານການບໍລິການອາຊຽນ ຄັ້ງທີ 103 ແລະ ວຽກງານທີ່ກ່ຽວຂ້ອງກັບການຄ້າດ້ານການບໍລິການຂອງ ສປປ ລາວ
By ໄພວັນ On 30 Mar, 2023 At 07:40 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

WhatsApp Image 2023-03-30 at 13.31.07 (1).jpg 787

ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມເປັນຈຸດປະສານງານວຽກການເຊື່ອມໂຍງເສດຖະກິດອາຊຽນ ຂອງ ສປປ ລາວ ແລະ ໃນນາມຈຸດປະສານງານຄະນະກໍາມະການປະສານງານດ້ານການຄ້າດ້ານບໍລິການອາຊຽນ ຂອງ ສປປ ລາວ (Coordinating Committee on Services-CCS)  ຮ່ວມກັບ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນພາຍໃຕ້ຂອບແຜນງານຂໍ້ລິເລີ່ມການເຊື່ອມໂຍງ (“Promotion of Competitiveness within the Framework of the Initiative for ASEAN Integration” (COMPETE Project II), ໄດ້ຈັດກອງປະຊຸມຂື້ນໃນວັນທີ  30 ມີນາ 2023, ທີ່ ໂຮງແຮມລາວພລາຊາ, ໂດຍການເປັນປະທານຂອງ ທ່ານ ເຂັດເດັດ ສີຫາວົງ, ຮອງຫົວໜ້າກົມນະໂຍບາາຍການຄ້າຕ່າງປະເທດ ມີຜູ້ເຂົ້າຮ່ວມຈາກບັນດາກະຊວງ ປະກອບມີ 15 ຂະແໜງການຍ່ອຍ ແລະ ຕາງໜ້າໂຄງການ GIZ ​ລວມທັງໝົດ 30 ທ່ານ ຊຶ່ງກອງປະຊຸມໃນຄັ້ງນີ້ໄດ້ຮັບການສະໜັບສະໜູນໂດຍ ໂຄງການ GIZ COMPETE Project II

screenshot.png 222

ຈຸດປະສົງຫຼັກຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນ 1) ເພື່ອເຜີຍແຜ່ຜົນຂອງກອງປະຊຸມຄະນະກຳມະການປະສານງານດ້ານການບໍລິການອາຊຽນ ຄັ້ງທີ 103; 2) ກົນໄກປະສານງານລະຫວ່າງຂະແໜງການທີ່ກ່ຽວຂ້ອງ;  3) ສິ່ງທ້າທາຍໃນການຈັດຕັ້ງປະຕິບັດຂອງແຕ່ລະຂະແໜງການ, ໂດຍສະເພາະແມ່ນການທົບທວນຄືນການຈັດຕັ້ງປະຕິບັດສັນ ຍາທີ່ກ່ຽວຂ້ອງ; ແລະ 4) ແຜນວຽກໃນຕໍ່ໜ້າ ສໍາລັບ ປີ 2023-2025

ກອງປະຊຸມໄດ້ຮັບຟັງເຜີຍແຜ່ຜົນຂອງກອງປະຊຸມຄະນະກຳມະການປະສານງານດ້ານການບໍລິການອາຊຽນ ຄັ້ງທີ 103 (The 103rd Meeting of the Coordinating Committee on Services- 103rd CCS) ຜ່ານມາ, ພ້ອມກັນນັ້ນ ໃນກອງປະຊຸມ ກໍ່ໄດ້ມີການແລກປ່ຽນບົດຮຽນ ແລະ ການປະກອບຄໍາຄິດຄໍາເຫັນ ລະຫວ່າງ ໜ່ວຍງານທີ່ຮັບຜິດຊອບ ໂດຍສະເພາະຈະເນັ້ນໃສ່ ການນໍາສະເໜີບູລິມະສິດທີ່ສໍາຄັນ, ບັນດາຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ຂອງບັນດາຂະແໜງການ ຕິດພັນກັບວຽກງານການຄ້າດ້ານການບໍລິການ ຂອງ ສປປ ລາວ

WhatsApp Image 2023-03-30 at 13.31.07 (2).jpg 888

ຍ້ອນເຫັນ​ໄດ້ເຖິງຄວາມສຳຄັນດັ່ງກ່າວ ຈຶ່ງໄດ້ຈັດກອງປະຊຸມນີ້ຂຶ້ນມາ ​ຈຶ່ງໄດ້ມີການເຜີຍແຜ່ຜົນຂອງກອງປະຊຸມ ແລະ ລາຍງານຄວາມຄືບໜ້າ ໃຫ້ບັນດາຂະແໜງການໄດ້ຮັບຊາບ  ເພື່ອພ້ອມກັນຄົ້ນຄວ້າ ແລະ ການ​ປຶກສາ​ຫາລື ດ້ານວິຊາການຢ່າງກົງໄປກົງມາໃນວຽກງານດັ່ງກ່າວ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເປັນໄປຕາມແຜນວຽກຂອງອາຊຽນທີ່ວາງໄວ້ໃນແຕ່ລະໄລຍະ. ພ້ອມກັນນັ້ນ, ຍັງເປັນການປຶກສາຫາລື ຕໍ່ແຜນວຽກບູລິມະສິດທາງດ້ານເສດຖະກິດອາຊຽນ ( Priority Economic Deliverables for Lao PDR’s ASEAN Chairman­ship in 2024-PED) ຂອງການເປັນເຈົ້າພາບອາຊຽນຂອງ ສປປ ລາວ ໃນປີ 2024

ຂ່າວ ແລະ ພາບ: ພະແນກການຄ້າດ້ານການບໍລິການ, ກົມນະໂຍບາຍການຄ້າຕ່າງປະເທດ

ຮຽບຮຽງ: ທ ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -