ສຳມະນາ ກ່ຽວກັບ ຜົນປະໂຫຍດຂອງລະບົບສະຫະພັນສາກົນ ເພື່ອການປົກປ້ອງພັນພືດໃໝ່ (UPOV) ໃຫ້ແກ່ຊາວກະສິກອນ ແລະ ຜູ້ປູກ
By ໄພວັນ On 29 Mar, 2023 At 03:43 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

WhatsApp Image 2023-03-28 at 11.49.59.jpg 88

        ໃນວັນທີ 28 ມີນາ 2023, ທີ່ໂຮງແຮມ ວຽງຈັນພຣາຊາ ມີກອງປະຊຸມສໍາມະນາ ໃນຫົວຂໍ້: “ຜົນປະໂຫຍດຂອງລະບົບສະຫະພັນສາກົນ ເພື່ອການປົກປ້ອງພັນພືດໃໝ່ (UPOV) ໃຫ້ແກ່ຊາວກະສິກອນ ແລະ ຜູ້ປູກ”, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ໄຊບັນດິດ ໄຊຍະວົງຄຳດີ, ຮອງຫົວໜ້າ ກົມສັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານ ນາງ Akiko Nagano, ຮອງຫົວໜ້າພະແນກຊັບສິນທາງປັນຍາ, ຫ້ອງການສົ່ງອອກ ແລະ ພົວພັນຕ່າງປະເທດ, ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ (MAFF) ແຫ່ງປະເທດຍີ່ປຸ່ນ ແລະ ທ່ານ ນາງ Yolanda Huerta, ທີ່ປຶກສາກົດໝາຍ, ຫົວໜ້າພະແນກຝຶກອົບຮົມ ແລະ ໃຫ້ການຊ່ວຍເຫຼືອ (UPOV). ມີນັກວິທະຍາກອນຈາກ ພະແນກຊັບສິນທາງປັນຍາ, ຫ້ອງການສົ່ງອອກ ແລະ ພົວພັນຕ່າງປະເທດ, ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ (MAFF) ແຫ່ງປະເທດຍີ່ປຸ່ນ; ພະແນກຝຶກອົບຮົມ ແລະ ໃຫ້ການຊ່ວຍເຫຼືອ, ສະຫະພັນສາກົນເພື່ອການປົກປ້ອງພັນພືດໃໝ່ (UPOV); ສະມາຄົມເຕັກໂນໂລຊີ ແລະ ນະວັດຕະກຳ ດ້ານກະສິກຳ, ປ່າໄມ້ ແລະ ການປະມົງ ແຫ່ງປະເທດຍີ່ປຸ່ນ (JATAFF); ໜ່ວຍງານທະບຽນພັນພືດ, ພະແນກຄວບຄຸມຄຸນນະພາບພັນພືດ, ກົມກະສິກຳ ປະເທດ ມາເລເຊຍ; ຫ້ອງການປົກປ້ອງພັນພືດ, ກົມການຜະລິດພືດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດແຫ່ງປະເທດ ສສ ຫວຽດນາມ ແລະ ຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ, ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ແລະ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານ ທີ່ກ່ຽວຂ້ອງຂອງ ກົມຊັບສິນທາງປັນຍາ ຈຳນວນ 55 ທ່ານ

WhatsApp Image 2023-03-28 at 11.50.00 (3).jpg  333

ໃນໂອກາດນີ້ ທ່ານ ໄຊບັນດິດ ໄຊຍະວົງຄຳດີ ໄດ້ກ່າວເປີດກອງປະຊຸມສໍາມະນາ ໃນຄັ້ງນີ້ ວ່າ: ກະສິກຳເປັນພື້ນຖານຂອງການພັດທະນາເສດຖະກິດ ແລະ ການສ້າງວຽກເຮັດງານທຳໃຫ້ປະຊາຊົນ. ການປົກປ້ອງພັນພືດ ແມ່ນການປົກປ້ອງສິດຜົນປະໂຫຍດຂອງເຈົ້າຂອງສິດ, ນັກປັບປຸງພັນພືດ, ຊາວກະສິກອນ ແລະ ຜູ້ປູກ. ລະບົບການປົກປ້ອງພັນພືດໃໝ່ທີ່ມີປະສິດທິຜົນ ເປັນການຊຸກຍູ້ສົ່ງເສີມທີ່ສຳຄັນສຳລັບ ການຄົ້ນຄວ້າ-ວິໄຈ ແລະ ພັດທະນາ ເພື່ອໃຫ້ມີແນວພັນພືດໃໝ່ໆອອກສູ່ສັງຄົມ; ຕອບສະໜອງສະບຽງອາຫານໃຫ້ພຽງພໍ ກັບຄວາມຕ້ອງການຂອງປະຊາກອນໂລກ ທີ່ນັບມື້ນັບມີການເພີ່ມຂຶ້ນເລື້ອຍໆ, ເວົ້າສະເພາະ ກໍແມ່ນການເພີ່ມຂຶ້ນຂອງປະຊາກອນລາວ; ເພື່ອປະກອບສ່ວນເຂົ້າໃນການພັດທະນາຂະແໜງການກະສິກຳຂອງລາວ ແລະ ທັງເປັນການສົ່ງເສີມການຄ້າ, ການລົງທຶນ ຢູ່ພາຍໃນ ແລະ ຕ່າງປະເທດ. ສະນັ້ນ, ເພື່ອເຮັດໃຫ້ວຽກງານການປົກປ້ອງພັນພືດໃໝ່ຂອງ ສປປ ລາວ  ມີການພັດທະນາໃນຕໍ່ໜ້າ ແລະ ປະກອບສ່ວນສໍາຄັນເຂົ້າໃນການພັດທະນາຂົງເຂດກະສິກໍາ ເວົ້າສະເພາະ, ເວົ້າລວມ ແມ່ນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ພ້ອມທັງ ການເຊື່ອມໂຍງວຽກງານຊັບສິນທາງປັນຍາ ເຂົ້າໃນນະໂຍບາຍກະສິກໍາ

WhatsApp Image 2023-03-28 at 11.50.00 (1).jpg 555

ກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນໄດ້ຮັບການຊ່ວຍເຫຼືອຈາກກະຊວງກະສິກຳ-ປ່າໄມ້ ແລະ ການປະມົງ ແຫ່ງປະເທດຍີ່ປຸ່ນ (MAFF), ພາຍໃຕ້ຄອບການຮ່ວມມືຂອງ ປົກການປ້ອງພັນພືດອາຊີຕາເວັນອອກ (EAPVP).  ປັດຈຸບັນ ສປປ ລາວ ມີແຜນການກະກຽມເຂົ້າເປັນສະມາຊິກຂອງ ສະຫະພັນສາກົນເພື່ອປົກປ້ອງພັນພືດໃໝ່ (UPOV) ສະນັ້ນ, ການສຶກສາ, ຄົ້ນຄວ້າ ເຖິງຜົນປະໂຫຍດ ແລະ ບັນດາສິ່ງທ້າທາຍຕ່າງໆ ກ່ຽວກັບການຈັດຕັ້ງປະຕິບັດການປົກປ້ອງພັນພືດ ພາຍໃຕ້ລະບົບຂອງ UPOV ແມ່ນມີຄວາມຈໍາເປັນຢ່າງຍິ່ງ. ການສ້າງຄວາມຮູ້ ແລະ ຄວາມເຂົ້າໃຈເລິກເຊິ່ງ ກ່ຽວກັບລະບົບການປົກປ້ອງພັນພືດຂອງ UPOV ເຫັນໄດ້ເຖິງຜົນປະໂຫຍດຂອງການປົກປ້ອງພັນພືດໃໝ່ ໂດຍສະເພາະ ຜົນປະໂຫຍດຂອງຊາວກະສິກອນ ແລະ ຜູ້ປູກ ຂອງ ສປປ ລາວ, ການແລກປ່ຽນ ແລະ ຮຽນຮູ້ບົດຮຽນທີ່ດີ ກ່ຽວກັບການຈັດຕັ້ງປະຕິບັດ ແລະ ສິ່ງທ້າທາຍຕ່າງໆ ຂອງການປົກປ້ອງພັນພືດໃໝ່

WhatsApp Image 2023-03-28 at 11.50.01.jpg 444

ໃນກອງປະຊຸມສຳມະນາຄັ້ງນີ້ ແມ່ນມີຄວາມສຳຄັນຕໍ່ ສປປ ລາວ ທີ່ຈະດໍາເນີນການຂັ້ນຕໍ່ໄປໃນການກະກຽມເຂົ້າເປັນສະມາຊິກຂອງ UPOV ໃນອະນາຄົດອັນໃກ້ນີ້ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດຕໍ່ວຽກງານການປົກປ້ອງພັນພືດໃໝ່ ຂອງ ສປປ ລາວ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ

      ຮູບພາບ ແລະ ຂ່າວ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ

ຂໍ້ມູນຈາກ: ພະແນກພັນພືດ

ຮຽບຮຽງ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -