ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ພົບປະ ຜູ້ຕາງໜ້າ ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ, ແຫ່ງປະເທດຍີ່ປຸ່ນ
By theu vaenvongsod On 29 Mar, 2023 At 11:51 AM | Categorized As ຂ່າວສຳຄັນ | With 0 Comments

       IMG_0015

 

       ຕອນບ່າຍ ເວລາ 04 : 30 ໂມງ ຂອງວັນທີ 28 ມີນາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ  ອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະ ຂອງ ທ່ານ Arai Masayoshi ຫົວໜ້າ​ຫ້ອງການ ກະຊວງ​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກໍາ ແຫ່ງປະເທດ ຍີ່​ປຸ່ນ (METI) ພ້ອມຄະນະ, ມີຜູ້ຕາງໜ້າ​ຈາກສອງຝ່າຍເຂົ້າຮ່ວມ ຈໍານວນ 09 ​ທ່ານ.IMG_0012

       ໃນໂອກາດພົບປະຄັ້ງນີ້ ທ່ານລັດຖະມົນຕີ ກະຊວງ ອຄ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈ,ໂດຍສະເພາະລັດຖະບານປະເທດຍີ່ປຸ່ນ ກໍ່ຄືປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບ ສປປ ລາວ; ​ທັງສອງ​ຝ່າຍ​ໄດ້ປຶກສາຫາລື ​ກ່ຽວ​ກັບການເພີ່ມທະວີການຮ່ວມມືດ້ານການຄ້າ, ອຸດສາຫະກຳປຸງແຕ່ງ,  ການລົງທຶນຂອງປະເທດລາວ; ຊຶ່ງປະເທດຍີ່ປຸ່ນໄດ້ເປັນຄູ່ຄ້າອັນດັບທີ 7 ໃນປີ 2022 ແລະ ຜູ້ລົງທຶນໃນອັນດັບທີ 15 ຂອງ ສປປ ລາວ. ພ້ອມນີ້, ທ່ານ Arai Masayoshi ໄດ້ປືກສາຫາລືວຽກງານ ກ່ຽວ​ກັບ​ການ​ຮ່ວມ​ມືດ້ານ​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ; ແຜນການ​ສະ​ເຫລີ​ມສະຫລອງການ​ຮ່ວມ​ມື ອາ​ຊຽນ-ຍີ່​ປຸ່ນ ຄົບຮອບ 50 ປີ ​ແລະ ບັນຫາ​ອື່ນໆ​ທີ່​ກ່ຽວຂ້ອງ ເພື່ອໃຫ້ເກີດຜົນປະໂຫຍດທີ່ດີ ໃຫ້ແກ່ສອງປະເທດ. ນອກຈາກນີ້, ທ່ານຫົວໜ້າຫ້ອງການກໍ່ສະແດງຄວາມຂອບໃຈຕໍ່ທ່ານ ລັດຖະມົນຕີ ກະຊວງ ອຄ ທີ່ໄດ້ເສຍສະຫລະເວລາ ໃນການພົບປະຄັ້ງນີ້ ແລະ ໃຫ້ການຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບ.

IMG_0017

ຕອນທ້າຍ ທ່ານລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານຫົວໜ້າຫ້ອງການ ພ້ອມທັງອວຍພອນໄຊໃຫ້ທ່ານພ້ອມຄະນະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານ; ສອງ​ປະ​ເທດຈະ​ສືບ​ຕໍ່​ການ​ສະໜັບສະໜູນ, ແລກປ່ຽນຂໍ້ມູນຂ່າວສານຊຶ່ງກັນ ແລະ ກັນ ​ແລະ ການ​ຮ່ວມ​ມື​ເພື່ອເສີມ​ຂະຫຍາຍ​ການ​ຄ້າ ​ແລະ ການ​ລົງທຶນໃຫ້ນັບມື້ນັບດີຂຶ້ນ. ນອກຈາກນີ້, ທ່ານລັດຖະມົນຕີຍັງໄດ້ມອບຂອງຂວັນຜະລິດຕະພັນຊາຂອງລາວ ໃຫ້ແກ່ທ່ານຫົວໜ້າຫ້ອງການ ເພື່ອເປັນການໂຄສະນາສິນຄ້າຜະລິດຈາກປະເທດລາວໃຫ້ບັນດາປະເທດໄດ້ຮັບຮູ້ ຢ່າງກວ້າງຂວາງ.

IMG_0023

 

 ພາບ-ຂ່າວໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ກຊ ອຄ