ສໍາມະນາ ທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ກອງປະຊຸມຜູ້ປະສານງານລະບົບຖານຂໍ້ມູນສິດທິບັດອາຊຽນ
By ໄພວັນ On 29 Mar, 2023 At 11:53 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

WhatsApp Image 2023-03-27 at 14.07.45.jpg 1

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ສປປ ລາວ ຮ່ວມກັບ ອົງການຊັບສິນທາງປັນຍາໂລກ (WIPO), ໂດຍໄດ້ຮັບການສະໜັບສະໜູນຈາກ ສໍານັກງານສິດທິບັດແຫ່ງປະເທດ ຍີ່ປຸ່ນ (JPO). ໄດ້ຈັດກອງປະຊຸມສໍາມະນາທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານໄອທີ (IT) ແລະ ກອງປະຊຸມຜູ້ປະສານງານລະບົບຖານຂໍ້ມູນສິດທິບັດອາຊຽນ ASEAN PatentScope, ຂື້ນໃນລະຫວ່າງວັນທີ 27-31 ມີນາ 2023, ທີ່ໂຮງແຮມ ເລີ ທາດຫຼວງ ດຣໍ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານຮ່ວມ ແລະ ກ່າວເປີດ ໂດຍທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງ ອຄ, ທ່ານ ນາງ Shiho NAGANO ຫົວໜ້າພະແນກນະ ໂຍບາຍແຜນການຂໍ້ມູນສິດທິບັດ JPO, ທ່ານ Dr. Juneho JANG ຜູ້ຈັດການອາວຸໂສລະດັບພາກພື້ນ, ພະແນກປັບປຸງລະບົບສໍານັກງານຊັບສິນທາງປັນຍາ WIPO. ມີທ່ານ ນາງ Thitapha WATTANAPRUTTIPAISAN, ຫົວໜ້າອົງການຊັບສິນທາງປັນຍາໂລກ ປະຈໍາສິງກະໂປ, ທ່ານ Daniel CHENG ຫົວໜ້າຂະແໜງພັດທະນາ, ພະແນກປັບປຸງລະບົບສໍານັກງານຊັບສິນທາງປັນຍາ WIPO, ທ່ານ Kyaw ZAW ຜູ້ຈັດການອາວຸໂສໂຄງການ, ພະແນກປັບປຸງລະບົບສໍານັກງານຊັບສິນທາງປັນຍາ WIPO ພ້ອມດ້ວຍ ຄະນະຜູ້ແທນຈາກບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມ

WhatsApp Image 2023-03-27 at 14.07.48 (1).jpg 3

ຈຸດປະສົງ ແມ່ນເພື່ອທົບທວນການຍົກລະດັບ ລະບົບ ແລະ ການບໍລິການ ທີ່ພັດທະນາໂດຍ WIPO, ເພື່ອສ້າງຄວາມອາດສາມາດ ແລະ ທັກສະດ້ານວິຊາການ ກ່ຽວກັບການປັບປຸງລະບົບຂອງສໍານັກງານຊັບສິນທາງປັນຍາ ແລະ ລະບົບອື່ນທີ່ກ່ຽວຂ້ອງ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ສໍານັກງານທີ່ເຂົ້າຮ່ວມ ໃນການພັດທະນາການບໍລິການແບບອອນລາຍ; ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ໃນ​ການຍົກລະດັບຂອງ WIPO ​ເພື່ອ​ໃຫ້ການ​ສະໜັບສະໜູນ​ ການປະຕິບັດວຽກງານ ​ແລະ ການ​ບໍລິການ ໃຫ້ດີຂຶ້ນກວ່າເກົ່າ; ເພື່ອແບ່ງປັນຄວາມຮູ້ ແລະ ທົບທວນຄຸນສົມບັດ ຂອງຜະລິດຕະພັນໃໝ່ທີ່ WIPO ໄດ້ພັດທະນາ ເພື່ອໃຫ້ໄດ້ຮັບການສະໜັບສະໜູນຈາກຜູ້ນໍາໃຊ້ລະບົບ – ເນັ້ນໃສ່ການບໍລິການອອນລາຍ ໂດຍສະເພາະ, ລະບົບການເຜີຍແຜ່ ແລະ ລະບົບການຍື່ນຄໍາຮ້ອງ ທີ່ WIPO ໄດ້ພັດທະນາ; ຊຸກຍູ້ແຜນພັດທະນາແຫ່ງຊາດ ​ເພື່ອຮັບປະກັນການ​ແລກປ່ຽນ​ຂໍ້​ມູນ ​ແລະ ​ຮູບແບບການ​ບໍລິການ​ໃນ​ອະນາຄົດ ໃຫ້ມີຄວາມໝັ້ນຄົງໃນການ​ເກັບ​ກຳ​ຂໍ້​ມູນສິດ​ທິ​ບັດ ຢູ່ໃນຖານຂໍ້ມູນ ASEAN PatentScope.

ກອງປະຊຸມໃນຄັ້ງນີ້ ແມ່ນໜຶ່ງໃນການຮ່ວມມືລະຫວ່າງ ອາຊຽນ-WIPO, ໂດຍສະເພາະ ແຜນດໍາເນີນງານດ້ານຊັບສິນທາງປັນຍາຂອງອາຊຽນ ສະບັບປີ 2016-2025, WIPO ເປັນຄູ່ຮ່ວມພັດທະນາຫຼັກທາງດ້ານຊັບສິນທາງປັນຍາຂອງອາຊຽນ ທີ່ຊ່ວຍບັນດາສໍານັກງານຊັບສິນທາງປັນຍາອາຊຽນ ໃນດ້ານການຍົກລະດັບຄວາມອາດສາມາດທາງດ້ານໄອທີ IT ແລະ ລະບົບການດໍາເນີນງານຕ່າງໆ. ສໍາລັບ ສປປ ລາວ, WIPO ໄດ້ຊ່ວຍປັບປຸງ ກົດ ໝາຍ ວ່າດ້ວຍຊັບສິນທາງປັນຍາ, ແຜນຍຸດທະສາດ, ການເຂົ້າຮ່ວມສົນທິສັນຍາສາກົນ ແລະ ການດຳເນີນງານກ່ຽວກັບໂຄງການຕ່າງໆ ເຊັ່ນ: ລະບົບການຮັບຄໍາຮ້ອງອອນລາຍ (E-filing), ລະບົບການຄຸ້ມຄອງຊັບສິນທາງປັນຍາ (IPAS) ແລະ ອື່ນໆ

WhatsApp Image 2023-03-27 at 14.07.47 (1)

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ ຈາກນັກວິທະຍາກອນ ໃນຫົວຂໍ້ຕ່າງໆ ເຊັ່ນ: ການຍົກລະດັບລະບົບການຄຸ້ມຄອງຊັບສິນທາງປັນຍາຂອງ WIPO ໃນຂົງເຂດພາກພື້ນອາຊີ ແລະ ປາຊີຟິກ; ການປະກອບ ສ່ວນຊຸກຍູ້ຂອງສໍານັກງານສິດທິບັດຍີ່ປຸ່ນ ກ່ຽວກັບການໃຫ້ບໍລິການອອນລາຍ; ການນໍາສະເໜີລະບົບ WIPO IPAS Cloud; ຂັ້ນຕອນ ແລະ ຂະບວນການຍ້າຍຂໍ້ມູນໄປສູ່ WIPO IPAS Cloud; ການຍື່ນຄໍາຮ້ອງຂໍຈົດທະບຽນຜ່ານ WIPO IPAS Cloud; WIPO IPAS Cloud ຊ່ວຍໃນການເຊື່ອມໂຍງ ກັບລະບົບຖານຂໍ້ມູນຊັບສິນທາງປັນຍາທົ່ວໂລກ; ກໍລະນີສຶກສາ ຂອງການຍ້າຍຂໍ້ມູນສູ່ WIPO IPAS Cloud Office Suite; ການຕັ້ງຄ່າຂອງ WIPO IPAS Cloud; ສາທິດການນໍາໃຊ້ ແລະ ການດໍາເນີນງານຂອງລະບົບ WIPO IPAS Cloud; ການແນະນໍາ ແລະ ສາທິດການນໍາໃຊ້ລະບົບ WIPO Digital Access Service; ການເຜີຍແຜ່ຂໍ້ມູນຄໍາຮ້ອງ ແລະ ການຈົດທະບຽນ WIPO Publish Cloud Service

WhatsApp Image 2023-03-27 at 14.07.47.jpg 11.jpg 444         ພ້ອມດຽວກັນນັ້ນ ໃນກອງປະຊຸມ ຍັງໄດ້ມີການສົນທະນາແລກປ່ຽນບົດຮຽນ ແລະ ປະສົບການ ໃນການພັດທະນາລະບົບ ແລະ ການໃຫ້ບໍລິການຂອງ ASEAN IP Database ແລະ ໂຄງການປັບປຸງຄຸນນະພາບຂອງຂໍ້ມູນ ASEAN PatentScope Data Quality Manual and National Data Quality ເພື່ອເຮັດໃຫ້ການພັດທະນາລະບົບ ແລະ ການໃຫ້ບໍລິການ ມີການພັດທະໜາຢ່າງຕໍ່ເນື່ອງ, ເພື່ອຮັບປະກັນການໃຫ້ບໍລິການ ທີ່ມີຄວາມສະດວກວ່ອງໄວ ສາມາດກວດສອບໄດ້ ແລະ ເພື່ອຮັບປະກັນຂໍ້ມູນໃຫ້ມີຄວາມຖືກຕ້ອງ ແລະ ຊັດເຈນຍິ່ງຂຶ້ນ

ຂ່າວ ແລະ ພາບ: ກົມຊັບສິນທາງປັນຍາ

ຮຽບຮຽງ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -