ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ປະກອບຄໍາເຫັນໃນກອງປະຊຸມທຸລະກິດລາວ ຄັ້ງທີ 14
By ໄພວັນ On 28 Mar, 2023 At 03:14 PM | Categorized As ຂ່າວສຳຄັນ | With 0 Comments

IMG_0021

ໃນວັນທີ 27 ມີນາ 2023 ຜ່ານມາ, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຊີ້ແຈງຕໍ່ການແກ້ໄຂຂໍ້ສະເໜີຂອງພາກທຸລະກິດ ຕິດພັນກັບກະຊວງອຸດສາຫະກໍາ ແລະ ການຄ້າ ໃນກອງປະຊຸມທຸລະກິດລາວ ຄັ້ງທີ 14, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ຫຼາຍກ່ວາ 400 ທ່ານ.

IMG_0002.jpg 78

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເນັ້ນວ່າ: ໃນນາມກະຊວງ ອຄ ເປັນຈຸດປະສານງານຂອງພາກລັດ ຂ້າພະເຈົ້າ ຂໍຊົມເຊີຍ ຕໍ່ການກະກຽມກອງປະຊຸມທຸລະກິດລາວ ຄັ້ງທີ 14 ຂອງສະພາການຄ້າ ແລະ ອຸດສາຫະກໍາ ແລະ ການຄ້າ (ສຄອຊ) ແລະ ການສະໜັບສະໜູນ ຂອງຄູ່ຮ່ວມພັດທະນາ ແລະ ຂໍຊົມເຊີຍ ຕໍ່ການສະເໜີຂອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ, ປະທານສະພາການຄ້າ ເອີຣົບປະຈໍາລາວ ແລະ ນັກເສດຖະສາດອາວຸໂສ ຈາກທະນາຄານໂລກ ທີ່ມີຄໍາເຫັນແລກປ່ຽນ ທີ່ມີເນື້ອໃນອັນເລິກເຊິ່ງ ແລະ ເປັນປະໂຫຍດຕໍ່ກອງປະຊຸມເວົ້າລວມ ແລະ ຕໍ່ຂະແໜງອຸດສາຫະກໍາ ແລະ ການຄ້າ  ເວົ້າສະເພາະ. ບັນຫາທີ່ບັນດາທ່ານຍົກຂຶ້ນ ທີ່ພົວພັນກັບຂະແໜງອຸດສາຫະກໍາ ແລະ ການຄ້າ  ຂໍຖືໂອກາດນີ້ມີຄໍາເຫັນຕໍ່ການລາຍງານຂອງທ່ານ ນາງ ວາລີ ເວດສະພົງ ຮອງປະທານ ສຄອຊ. ສະແດງຄວາມເປັນເອກະພາບ ແລະ ຊົມເຊີຍ ສຄອຊ ແລະ ພາກທຸລະກິດພາຍໃນ ແລະ ຕ່າງປະເທດ, ຕໍ່ຂະແໜງການທີ່ໄດ້ໃຫ້ການຮ່ວມມື ແລະ ເອົາໃຈໃສ່ແກ້ໄຂບັນຫາທີ່ຍົກຂຶ້ນໃນກອງປະຊຸມທຸລະກິດຄັ້ງຜ່ານມາ.

IMG_0099.jpg 789

      ຂໍ້ສະເໜີທີ່ກອງປະຊຸມທຸລະກິດລາວ ຄັ້ງທີ 13 ຜ່ານມາ ໄດ້ຍົກຂຶ້ນທີ່ຕິດພັນກັບຂະແໜງອຸດສາຫະກໍາ ແລະ ການຄ້າ ນັ້ນ ມີທັງໝົດ 9 ບັນຫາ. ໃນນັ້ນ ໄດ້ຮັບການແກ້ໄຂສົມບູນແລ້ວ 06 ບັນຫາ, ຍັງສືບຕໍ່ແກ້ໄຂ 03 ບັນຫາ ດັ່ງນີ້: ບັນຫາທີ 1: ສະເໜີໃຫ້ລັດຖະບານຮັບຮອງເອົາ 10 ໃບອະນຸຍາດດໍາເນີນທຸລະກິດ ຂອງ 06 ຂະແໜງການຄື: 1) ອຸດສາຫະກໍາປຸງແຕ່ງທົ່ວໄປ; 2) ອຸດສາຫະກໍາປຸງແຕ່ງຂະແໜງກະສິກໍາ ແລະ ປ່າໄມ້; 3) ທ່ອງທ່ຽວ; 4) ຮ້ານອາຫານ; 5) ກໍ່ສ້າງ; 6) ການສຶກສາ ເປັນຂະແໜງບູລິມະສິດໃນການປຸງແຕ່ງ; ບັນຫາທີ 2: ສະເໜີໃຫ້ລັດຖະບານ ດໍາເນີນປັບປຸງການອອກໃບອະນຸຍາດດໍາເນີນທຸລະກິດ ຂອງ 06 ຂະແໜງການບູລິມະສິດດັ່ງກ່າວ ໃຫ້ສໍາເລັດພາຍໃນ 18 ເດືອນ ແລະ ຂໍພິຈາລະນານໍາໃຊ້ວິທີບໍລິຫານຄວາມສ່ຽງເຂົ້າໃນການປັບປຸງ. ຕໍ່ກັບບັນຫານີ້ກະຊວງ ອຄ ໄດ້ລົງເລິກ ແລະ ຮ່ວມເຮັດວຽກກັບຂະແໜງການກ່ຽວຂ້ອງ ແລະ ສາມາດປັບປຸງແລ້ວ 4 ໃບອະນຸຍາດ ຈາກ 10 ໃບອະນຸຍາດ ຂອງ 06 ຂະແໜງການບູລິມະສິດ. ນອກຈາກນັ້ນ ກໍໄດ້ເຮັດສໍາເລັດວຽກທີ່ສໍາຄັນຈໍານວນໜຶ່ງ; ແລະ ບັນຫາທີ 3: ສະເໜີໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຜູ້ປະຈໍາການຄະນະກໍາມະການຊີ້ນໍາລວມ ອໍານວຍຄວາມສະດວກທາງການຄ້າ ພິຈາລະນາເປັນເຈົ້າການປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງ ເພື່ອປະເມີນຄືນ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ ແຈ້ງການສະບັບເລກທີ 0471/ຍທຂ.ຫກ ແລະ ຄົ້ນຄວ້າທາງອອກທີ່ສ້າງສັນ ແລະ ເປັນຜົນແກ່ທຸກຝ່າຍ, ພ້ອມທັງຕິດຕາມການຈັດຕັ້ງປະຕິບັດບັນດາທາງອອກດັ່ງກ່າວ.

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -