ສະຫຼຸບວຽກງານອຸດສາຫະກໍາ ແລະ ການຄ້າ ປີ 2022 ແລະ ວາງທິດທາງແຜນການ ປີ 2023
By ໄພວັນ On 20 Mar, 2023 At 10:53 AM | Categorized As ຂ່າວສຳຄັນ | With 0 Comments

WhatsApp Image 2023-03-15 at 21.32.57 (1)

ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ປະຈໍາປີ 2022, ຂື້ນໃນຕອນເຊົ້າຂອງວັນທີ 15 ມີນາ 2023 ຜ່ານມາ, ທີ່ສະໂມສອນຂອງແຂວງຈໍາປາສັກ (ຫຼັກ 4). ໃຫ້ກຽດເປັນປະທານຂອງທ່ານ ປອ ວິລະວົງ ບຸດດາຄໍາ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ເຂົ້າຮ່ວມມີ ທ່ານ ສົມບູນ ເຮືອງວົງສາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຈໍາປາສັກ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດຂອງແຂວງ, ທ່ານ ປອ ບຸນຍະເດດ ທອງສະຫວັນ ກໍາມະການພັກແຂວງ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ມີບັນດາການນໍາຂອງແຂວງ, ຕາງໜ້າຈາກກະຊວງ ອຄ, ພະແນກອຸດສາຫະກໍາ ແລະ ການຄ້າ 4 ແຂວງພາກໃຕ້ ຈໍາປາສັກ, ສາລະວັນ, ເຊກອງ, ອັດຕະປື, ການນໍານະຄອນປາກເຊ, 9 ເມືອງ, ຫ້ອງການ ແລະ ຂະແໜງການກ່ຽວຂ້ອງ ພ້ອມດ້ວຍພະນັກງານພາຍໃນ ພະແນກ ອຄ ແຂວງເຂົ້າຮ່ວມ.

ທ່ານ ປອ. ວິໄລວັນ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ກ່າວວ່າ: ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂົງເຂດອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023. ຄັ້ງນີ້ສຸດທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ພວກພວກເຮົາຈະໄດ້ພ້ອມພາກັນສັງເກດຕີລາຄາສະພາບການເຄື່ອນໄຫວໃນໄລຍະ 1ປີຜ່ານມາ, ໄດ້ປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານ ແລະແຜນການປີ 2023ໃນຕໍ່ໜ້າ ເພື່ອເຮັດໃຫ້ທິດທາງແຜນການດັ່ງກ່າວມີຄວາມອຸດົມສົມບູນ, ສອດຄ່ອງກັບວິໄສທັດ ແລະຍຸດທະສາດການນໍາຂອງອົງຄະນະພັກແຂວງ. ຄືດັ່ງພວກເຮົາຮູ້ນໍາກັນແລ້ວວ່າ ພັກ-ລັດຖະບານ ເວົ້າລວມ ເວົ້າສະເພາະ ແຂວງຈໍາປາສັກ ຍາມໃດກໍ່ຖືເປັນສໍາຄັນ ແລະ ເອົາໃຈໃສ່ຢາງຈົດຈໍ່ ຕໍ່ກັບວຽກຂົງເຂດອຸດສາຫະກໍາ ແລະ ການຄ້າ  ເພາະມັນເປັນອົງປະກອບສໍາຄັນໃນລະບົບເສດຖະ ກິດຂອງແຂວງ ຍ້ອນແນວນັ້ນ ແຜນການດັ່ງກ່າວ ຈຶ່ງເປັນປັດໃຈສໍາຄັນໃນການຕັດສິນບັນຫາທຸກໆຂົງເຂດວຽກງານ ແລະ ການເຕີບໃຫຍ່ຢ່າງຕໍ່ເນື່ອງ. ໂດຍໄລຍະຜ່ານມາບາງຄະນະພັກ, ຄະນະນໍາ ໄດ້ຈັດຕັ້ງຜັນຂະຫຍາຍ ມະຕິ 5 ແຜນພັດທະນາອຸດສາຫະກໍາ ແລະ ການຄ້າ ແລະ 3 ວຽກຈຸດສົມວາລະແຫ່ງຊາດ ຂອງແຂວງ ( ຕາມເນື້ອໃນວາລະແຫ່ງຊາດ) ໃນການແກ້ໄຂທາງດ້ານເສດຖະກິດ-ການເງິນ ໃຫ້ດີຂື້ນເທື່ອລະກ້າວ, ສະເພາະແຂວງຈໍາປາສັກ ກໍແມ່ນແຂວງໜ່ງມີທ່າແຮງບົ່ງຊ້ອນຫຼາຍດ້ານໃນການດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ, ເສດຖະກິດຂອງແຂວງຍັງສືບຕໍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງດ້ວຍຈັງຫວະທີ່ໝັ້ນທ່ຽງ.  ໂດຍປະກອບເສດຖະກິດໄດ້ຫັນປ່ຽນໄປຕາມທ່າອ່ຽງທີ່ຕັ້ງໜ້າ, ລວມຍອດຜະລິດຕະພັນພາຍໃນແຂວງ ປະຕິບັດໄດ້ 30.38໌5,89 ຕື້ກີບ, ອັດຕາການຂະຫຍາຍຕົວໃນລະດັບ 5,95% , ສະເລ່ຍຕໍ່ຫົວຄົນໄດ້ 2.741 ໂດລາສະຫະລັດ ເຮັດໃຫ້ອັດຕາສ່ວນກວມຂອງໂຄງປະກອບເສດຖະກິດຄື:

-       ຂະແໜງ ກະສີກໍາ ກວມ 32,81% ຂອງ GDP

-       ຂະແໜງ ອຸດສາຫະກໍາ ກວມ 24,08% ຂອງ GDP

-       ຂະແໜງບໍລິການ ກວມ 43,12% ຂອງ GDP ໃນນັ້ນດ້ານກະສິກໍາແມ່ນຮັບປະກັນໄດ້ດ້ານສະບຽງອາຫານຢ່າງພຽງພໍກັບຄວາມຕ້ອງການ, ຈາກນັ້ນ ກໍຍັງມີການຜະລິດເປັນສິນຄ້າຊຶ່ງໄດ້ເພີ້ມຂື້ນທຸກປີ ເປັນຕົ້ນ : ເຂົ້າ, ກາເຟ, ພຶກຜັກ, ຢາງພາລາ, ມັນຕົ້ນ, ການສັດລ້ຽງ ແລະ ອຶ່ນໆ ລວມມູນຄ່າຂະແໜງກະຊິກໍາ-ປ່າໄມ້ ສາມາດປະຕິບັດໄດ້ 9.968,98 ຕື້ກີບ.

335691758_917435919601012_8323262883978468736_n.jpg 1

 

-       ການພັດທະນາອຸດສາຫະກໍາ ແລະ ຫັນເປັນທັນສະໄໝເກີດມີໜໍ່ແໜງ ແລະ ຂະຫຍາຍຕົວຢາງໄວ, ດ້ານການຜະລິດອຸດສາຫະກໍາ ກໍສາມາດສ້າງໄດ້ອຸດສາຫະກໍາຈໍານວນໜຶ່ງເຊັ່ນ: ໂຮງງານກາເຟສໍາເລັດຮູບ, ໂຮງງານເບຍ, ໂຮງງານນໍ້າຫວານ, ໂຮງງານຢາງພາລາ , ໂຮງງານຜະລິດຕະພັນໄມ້, ໂຮງງານຜະລິດຊາສໍາເລັດຮູບ, ໂຮງງານແປ້ງມັນຕົ້ນ ແລະ ອຶ່ນໆ. ລວມມູນຄ່າຂອງຂະແໜງອຸດສາຫະກໍາ ປະຕິບັດໄດ້ 7.315,63 ຕື້ກີບ ທຽບໃສ່ແຜນປີລື່ນແຜນ 30,77%.

WhatsApp Image 2023-03-15 at 21.32.59 (1).jpg 888

ໃນກອງປະຊຸມ ທ່ານ ປອ. ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ຍັງໄດ້ຜ່ານບົດສະຫະຫຼຸບວຽກງານອຸດສາຫະກໍາ ແລະ ການຄ້າ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023  ພ້ອມນີ້ບັນດາຜູ້ແທນກອງປະຊຸມຟດ້ມີກອງປະຊຸມ ໄດ້ມີຄໍາເຫັນລາຍງານແຕ່ລະຫົວຂໍ້ສໍາຄັນຕື່ມອີກ.

WhatsApp Image 2023-03-15 at   999

ຂໍ້ມູນຈາກ: https://m.facebook.com/story.php?

ຮຽບຮຽງ: ທ ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

 

About -