ຮັກສາການແທນຫົວໜ້າຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບຄະນະປະທານບໍລິຫານໂຮງຮຽນເຕັກນິກ-ວິຊາຊີບ ເວດສະພົງ ປະກອບສ່ວນສ້ອມແປງເຄື່ອງເຟີນີເຈີ້
By ໄພວັນ On 17 Mar, 2023 At 02:51 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

WhatsApp Image 2023-03-15 at 08.45.22.jpg 111

ໃນຕອນເຊົ້າ ວັນສຸກທີ 3 ມີນາ 2023 ຜ່ານມາ, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ. ບົວວັນ ວິລະວົງ, ຮັກສາການແທນຫົວໜ້າຫ້ອງການກະຊວງກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຕ້ອນຮັບ ທ່ານ ໂຍທິນ ເວດສະພົງ, ປະທານສະພາບໍລິຫານໂຮງຮຽນເຕັກນິກ-ວິຊາຊີບ ເວດສະພົງ ທັງເປັນປະທານກຸ່ມບໍລິສັດ ມູນເທວາ ໂຮງຮຽນເຕັກນິກ-ວິຊາຊີບ ເວດສະພົງ ໄດ້ນຳພານ້ອງນັກສຶກສາ ຊ່າງໄມ້, ຊັ້ນກາງ ປີທີ 2 ຈຳນວນ 7 ຄົນ ເຄື່ອນໄຫວນອກຫຼັກສູດປະກອບສ່ວນສ້ອມແປງເຄື່ອງເຟີນິເຈີທີ່ເປ່ເພ ລວມທັງ ໂຕະ, ຕັ່ງ ແລະ ຕູ້ເອກະສານ  ແລະ ອື່ນໆ ຂອງຫ້ອງການ  ແລະ ບັນດາກົມວິຊາການ ຢູ່ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ກັບຄືນສູ່ສະພາບພ້ອມໃຊ້ງານ.

WhatsApp Image 2023-03-15 at 08.45.21.jpg 333

ທ່ານ ໂຍທິນ ເວດສະພົງ, ປະທານສະພາບໍລິຫານໂຮງຮຽນເຕັກນິກ-ວິຊາຊີບ ເວດສະພົງ ທັງເປັນປະທານກຸ່ມບໍລິສັດ ມູນເທວາ ໄດ້ກ່າວວ່າຈຸດປະສົງ ຂອງການນຳພານ້ອງນັກສຶກສາເຄື່ອນໄຫວນອກຫຼັກສູດໃນຄັ້ງນີ້ ແມ່ນເພື່ອປະກອບສ່ວນຊ່ວຍເຫຼືອສັງຄົມ ກໍ່ຄືອົງການຈັດຕັ້ງພາກລັດ ໃຫ້ສອດຄ່ອງຕາມວັດຖຸປະສົງ ແລະ ນະໂຍບາຍທີ່ທາງໂຮງຮຽນໄດ້ວາງອອກ ທັງເປັນການຝຶກຝົນຍົກລະດັບສີມືແຮງງານ ແລະ ຄວາມສາມາດຂອງນ້ອງນັກສຶກສາ ໃນການສ້ອມແປງ ໃຫ້ມີຄວາມຊຳນິ ຊຳນານງານເພີ່ມຂື້ນ ເພື່ອໃຫ້ສາມາດເຂົ້າສູ່ຕະຫຼາດແຮງງານ ກໍຄືເປັນກຳລັງແຮງງານໃຫ້ແກ່ບັນດາຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ໃນອະນາຄົດ.

ໂອກາດນີ້ ທ່ານ ປອ. ບົວວັນ ວິລະວົງ, ຮັກສາການແທນຫົວໜ້າຫ້ອງການກະຊວງ ໄດ້ກ່າວສະແດງຄວາມຂອບໃຈມາຍັງທ່ານປະທານສະພາບໍລິຫານໂຮງຮຽນ, ຄະນະອຳນວຍການ, ຄູອາຈານ ແລະ ນ້ອງນັກສຶກສາ ຊ່າງໄມ້ ຈາກໂຮງຮຽນເຕັກນິກ-ວິຊາຊີບ ເວດສະພົງ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອດ້ານກຳລັງເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການສ້ອມແປງເຄື່ອງເຟີນີເຈີ້ທີ່ເປ່ເພພາຍໃນຕຶກ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ກັບມານຳໃຊ້ໄດ້ຢ່າງປົກກະຕິ ແລະ ຫວັງເປັນຢ່າງຍິ່ງວ່າ ຈະໄດ້ມີການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງງກັນ ແລະ ກັນຕື່ມ ໃນໂອກາດຕໍ່ໄປ.

ຂ່າວ ແລະ ພາບ: ທ ກິດຕິສັກ ຫຼວງລາດ ຫ້ອງການກະຊວງ

ຮຽບຮຽງ: ທ ໄພວັນ ໂຄດວັນທາ ສູນສະຖິຕິ ແລະຂໍ້ມູນຂ່າວສານ, ກະຊວງ ອຄ

About -