ສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 113 ປີ ແລະ ສຳມະນາ ແມ່ຍິງຍຸກໃໝ່ ກ້າເວົ້າ ກ້າເຮັດ ກ້າສະແດງອອກ ແລະ ກ້າຮັບຜິດຊອບ
By ໄພວັນ On 17 Mar, 2023 At 11:08 AM | Categorized As ຂ່າວສຳຄັນ | With 0 Comments

IMG_0130.jpg 1

ໃນວັນທີ 16 ມີນາ 2023, ທີ່ ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດງານສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 113 ປີ ແລະ ງານສຳມະນາໃນຫົວຂໍ້“ ແມ່ຍິງຍຸກໃໝ່ ກ້າເວົ້າ ກ້າເຮັດ ກ້າສະແດງອອກ ແລະ ກ້າຮັບຜິດຊອບ” ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງ​ລັດຖະມົນຕີ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ທ່ານ ແຟຣງ ຕີບິຖານ ຫົວໜ້າໂຄງການຄອມພລີດ ແລະ ທ່ານ ນາງ ສົມໝາຍ ພົມມຸນິວົງ ຄະນະ​ບໍລິຫານ​ງານສູ​ກາງ​ສະຫະພັນ​ແມ່ຍິງ, ປະທານສະຫະພັນແມ່ຍິງກະຊວງ ອຄ ເຂົ້າຮ່ວມມີ ຄະນະພັກ, ຄະນະນໍາກະຊວງ, ເລຂາໜ່ວຍພັກອອ້ມຂ້າງກະຊວງ, ຕາງໜ້າຊາວໜຸ່ມ, ກໍາມະບານ ພ້ອມດ້ວຍ ສະມາຊິກແມ່ນຍິງ ທັງໝົດ ຈໍານວນ 200 ທ່ານ.

IMG_0175.jpg 4

        ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຊຶ່ງວຽນມາບັນຈົບຄົບຮອບ 113 ປີ ຖືໄດ້ວ່າເປັນວັນທີ່ມີຄວາມໝາຍຄວາມສຳຄັນ ໃນໜ້າປະຫວັດສາດໂລກ ເພື່ອລະນຶກເຖິງຄວາມເຂັ້ມແຂງຂອງແມ່ຍິງ ທີ່ໄດ້ຕໍ່ສູ້ເພື່ອສິດເສລີພາບ ແລະ ຄວາມເປັນທຳ ໂດຍມື້ນີ້ສະຫະພັນແມ່ຍິງ ກະຊວງ ອຄ ຈຶ່ງໄດ້ພ້ອມກັນຈັດຕັ້ງຂະບວນການສະເຫຼີມສະຫຼອງວັນດັ່ງກ່າວ ອັນເຕັມໄປດ້ວຍບັນຍາກາດຟົດຟື້ນ ໄປພ້ອມໆກັບຂະບວນການສະເຫຼີມສະຫຼອງວັນແມ່ຍິງໃນທົ່ວປະເທດ ກໍຄືໃນທົ່ວໂລກ.

ເພື່ອເຮັດໃຫ້ຂະບວນການສະ​ເຫຼີມສະຫຼອງວັນແມ່ຍິງສາກົນ ໃນປີນີ້ ເຕັມໄປດ້ວຍຄວາມໝາຍສຳຄັນ ແລະ ມີເນື້ອໃນອັນອຸດົມສົມບູນ ພວກເຮົາທັງໝົດຈະໄດ້ ສຳມະນາຫົວຂໍ້ ແມ່ຍິງຍຸກໃໝ່ ກ້າເວົ້າ ກ້າເຮັດ ກ້າສະແດງອອກ ແລະ ກ້າຮັບຜິດຊອບ.  ແລະ ພ້ອມກັນຍົກສູງ ຄໍາຂວັນ ໃນການສະເຫຼີມສະຫຼອງ ວັນແມ່ນຍິງສາກົນ ປີ 2023 ທີ່ວ່າ “ການ​ນຳ​ໃຊ້​ດີ​ຈິ​ຕອນ ສຳລັບທຸກຄົນ: ການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີເພື່ອຄວາມສະເໜີ ພາບ ຍິງ – ຊາຍ”

ຢ່າງໃດກໍຕາມ, ການພັດທະນາໃນຂົງເຂດວຽກງານແມ່ຍິງ ຂອງພວກເຮົາ ກໍໄດ້ສູ້ຊົນ ແລະ ເຮັດສຳເລັດໜ້າທີການເມືອງ ທີ່ພັກ, ລັດຖະບານ ແລະ ປະຊາຊົນໄດ້ມອບໝາຍໃຫ້ ສະແດງອອກ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງຫຼ້າສຸດ ທີ່ໄດ້ຮັບຮອງເອົາແຜນພັດທະນາແມ່ຍິງແຫ່ງຊາດ 2021-2025 ຊຶ່ງມີ 10 ແຜນງານ, 65 ໂຄງການ; ໄດ້ຮັບຮອງເອົາກົດລະບຽບຂອງສະຫະພັນແມ່ຍິງລາວ ຕິດພັນກັບຄຳຂວັນຂອງສະຫະພັນແມ່ຍິງລາວ ຄື: “ພັດທະນາຄວາມສະເໝີພາບ ຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ” ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ (ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ).

IMG_0289.jpg 777

ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ ອຄ ກໍໄດ້ສຸມຄວາມພະຍາມໃນການຜັນຂະຫຍາຍ ແຜນພັດທະນາແມ່ຍິງແຫ່ງຊາດ ກຳນົດເປັນແຜນງານຂອງສະຫະພັນແມ່ຍິງ ກະຊວງ ອຄ ປີ 2021-2025 ໂດຍສຸມໃສ່ 4 ແຜນງານຕົ້ນຕໍ ໃນການສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງ ແລະ ພັດທະນາບຸກຄະລາກອນເພດຍິງກະຊວງ ອຄ; ສົ່ງເສີມທາງດ້ານວິຊາການໃຫ້ແກ່ແມ່ຍິງຂົງເຂດ ອຄ; ສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ສິດສະເໝີພາບ ຍິງ-ຊາຍ ຂະແໜງ ອຄ; ແລະ ສ້າງຂະບວນການ ແລະ ກິດຈະກຳທາງສັງຄົມ. ເຫັນໄດ້ວ່າແຜນງານດັ່ງກ່າວ ແມ່ນເພື່ອຊຸກຍູ້ການພັດທະນາແມ່ຍິງຢ່າງຮອບດ້ານ ໂດຍຈະໄດ້ມີການຜັນຂະຫຍາຍເປັນ ແຜນປະຕິບັດງານ ແລະ ກິດຈະກຳພັດທະນາແມ່ຍິງເປັນອັນລະອຽດ ເພື່ອໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງທາງດ້ານເສດຖະກິດ- ສັງຄົມ, ການເມືອງ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານແມ່ຍິງກະຊວງ ອຄ ໃນແຕ່ລະໄລຍະ         IMG_0373.jpg 7777

ຕອນທ້າຍ ຂໍຮຽກຮ້ອງມາຍັງເອື້ອຍນ້ອງແມ່ຍິງທຸກຄົນ ເວົ້າລວມ, ເວົ້າສະເພາະ ແມ່ນແມ່ຍິງໃນຂະແໜງອຸດສາຫະກຳ ແລະ ການຄ້າ ໃຫ້ສືບຕໍ່ຕັ້ງໜ້າເສີມຂະຫຍາຍຄວາມຮູ້ຄວາມສາມາດຂອງຕົນ ໃຫ້ສັງຄົມເຫັນໄດ້ສັກກະຍະພາບຂອງແມ່ຍິງ ຮັກສາໄວ້ດ້ານຄຸນສົມບັດຂອງຄວາມເປັນຜູ້ຍິງ ກໍຄືຄວາມລະອຽດອ່ອນ, ຄວາມອ່ອນໂຍນ, ຄວາມໂອບເອື້ອອາລີ ແລະ ຮູ້ຈັກປະສົມປະສານລະຫວ່າງ ຄວາມອ່ອນໂຍນ, ຄວາມອົດທົນ ແລະ ຄວາມເຂັ້ມແຂງ ໃຫ້ສາມາດພັດທະນາຕົນເອງ ໃຫ້ກາຍເປັນແມ່ຍິງທີ່ມີຄວາມສາມາດ ແລະ ກ້າວໜ້າຕາມຍຸກສະໄໝ ເພື່ອສ້າງບົດບາດໃໝ່ທີ່ມີຄວາມສຳຄັນໃຫ້ກັບສັງຄົມເປັນກ້າວໆ.

ຂ່າວ ແລະ ພາບ: ທ ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ອຄ

About -