ສະຫຼຸບ ແລະ ເປີດຂະບວນການວຽກງານແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ 5 ປີ (2016-2020) ແລະ ທິດທາງແຜນການຮອດປີ 2025
By admin On 2 Mar, 2023 At 10:49 AM | Categorized As ຂ່າວສຳຄັນ | With 0 Comments

      IMG_0210

ເພື່ອເປັນການສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຜ່ານມາ ຕິດພັນກັບການຊຸກຍູ້ສົ່ງເສີມວຽກດີຄົນເດັ່ນ, ສ້າງຂະບວນການແຂ່ງຂັນທີ່ກ້າວໜ້າ ມີຄວາມທັນສະໄໝ ຕາມທິດສີຂຽວ ແລະ ຍືນຍົງ. ກະຊວງ ອຄ ໄດ້ຈັດພິທີສະຫຼຸບ ແລະ ເປີດຂະບວນການວຽກງານແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ 5 ປີ (2016-2020) ແລະ ທິດທາງແຜນການຮອດປີ 2025.

ພິທີດັ່ງກ່າວຈັດຂຶ້ນໃນ​ວັນ​ທີ 28 ກຸ​ພາ​ 2023 ທີ່​ຫ້ອງ​ປະ​ຊຸມ ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ (ອຄ) ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີກ​ະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ ການ​ຄ້າ; ​ມີ​ບັນ​ດາ​ທ່ານຮອງ​ລັດ​ທະ​ມົນ​ຕີ, ພະ​ນັກ​ງານ​ອາ​ວຸ​ໂສ​ບຳ​ນານ, ຫ້ອງ​ການ, ບັນ​ດາ​​ກົມກອງອ້ອມຂ້າງກະຊວງ ຕະຫຼອດຮອດຜູ້ປະກອບການ​ລັດ​ວິ​ສາ​ຫະ​ກິດ-ບໍ​ລິ​ສັດ ແລະ ​ພະ​ນັກ​ງານຫຼັກ​ແຫຼ່ງ​ຂອງ​ບັນ​ດາ​ກົມ​ກອງ ອ້ອມ​ຂ້າງ​ກະ​ຊວງ​ ​ເຂົ້າ​ຮ່ວມ.

IMG_0109

ທີ່ປະຊຸມປະ​ຊຸມ​​ໄດ້​ມີ​ການ​​ລາຍ​ງານ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວ​ຽກ​ງານ​ແຂ່ງ​ຂັນ-ຍ້ອງ​ຍໍ​ຕິດ​ພັນ​ກັບ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ແລະ ພັດ​ທະ​ນາ 2016-2020. ພ້ອມ​​ຍັງ​ໄດ້ຂຶ້ນ​​ຜ່ານ​ລັດ​ຖະ​ດຳ​ລັດ​ວ່າ​ດ້ວຍ​ການ​ປະ​ດັບຫຼ​ຽນ​ໄຊ, ຫຼຽນ​ກາ​ແຮງ​ງານ, ໃບ​ຍ້ອງ​ຍໍ​ລັດ​ຖະ​ບານ ແລະ ຂໍ້​ຕົກ​ລົງ​ຂອງລັດ​ຖະ​ມົນ​ຕີກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ວ່າ​ດ້ວຍ​ການມອບ​ໃບ​ຍ້ອງ​ຍໍ ແລະ ໃບ​ຊົມ​ເຊີຍ ໃນ​ຜົນ​ງານ 5 ປີ (2016-2020) ຕາມດ້ວຍ​ມີ​​ພິ​ທີ​​ປະ​ດັບຫຼຽນ​ໄຊ ແລະ​ ມອບ​ໃບ​ຍ້ອງ​ຍໍ ໃຫ້​ແກ່​ກົມ​ກອງ​ລວມ​ມູ່ ແລະ ບຸກ​ຄົນດີເດັ່ນ.

ໃນໄລຍະປິດທ້າຍພິທີ​ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ໄດ້​ມີ​ຄຳ​ເຫັນວ່າ: ກອງປະຊຸມສະຫຼຸບວຽກງານແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງກະຊວງ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໃນຄັ້ງນີ້ຖືເປັນບັ້ນສະຫຼຸບຕີລາຄາຄືນໝາກຜົນຕົວຈິງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍ ການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍ ໃນໄລຍະໃໝ່ ກໍຄືການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກ ກະຊວງ ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຄັ້ງທີ IV ຕໍ່ໃສ່ສະໄໝທີ V, ພ້ອມທັງກຳນົດທິດທາງແຜນການ ແຕ່ນີ້ຮອດປີ 2025 ເພື່ອປະເມີນຄືນຮອບດ້ານທີ່ບັນດາກົມກອງລວມໝູ່ ແລະ ບຸກຄົນສະມາຊິກພັກ-ພະນັກງານ ທີ່ສາມາດຈັດຕັ້ງປະຕິບັດໄດ້ ແລະ ບັນຫາທີ່ຍັງຄົງຄ້າງ ແນໃສ່ເຮັດໃຫ້ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໄດ້ຮັບການປັບປຸງ, ຍົກລະດັບຢ່າງໜັກແໜ້ນ, ກວ້າງຂວາງ ແລະ ໄດ້ຮັບໝາກຜົນຕົວຈິງຫຼາຍຂຶ້ນກວ່າເກົ່າ. ຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນໄລຍະປີ 2016-2020. ຜົນສຳເລັດທີ່ຍາດມາໄດ້ນັ້ນ ໄດ້ເກີດມີບັນດາໜໍ່ແໜງໃໝ່ ແລະ ປັດໃຈໃໝ່, ການສ້າງທ່ວງທ່າ ແລະ ກໍາລັງແຮງທີ່ເປັນພື້ນຖານໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ເຂັ້ມແຂງຍິ່ງໆຂຶ້ນ.

IMG_0104

ພາບ ແລະ ຂ່າວ ໂດຍ ໄພຄຳອີ ວິໄລຄຳ

About -