ກອງ​ປະຊຸມສຳມະນາວິທະຍາສາດ ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ
By admin On 28 Feb, 2023 At 10:28 PM | Categorized As ຂ່າວພາຍໃນ | With 0 Comments

 WhatsApp Image 2023-02-28 at 16.30.37

ໃນຕອນບ່າຍຂອງວັນທີ 27 ກຸມພາ 2023 ສະຫະພັນກຳມະບານ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງ​ປະຊຸມສຳມະນາວິທະຍາສາດ ຂອງສະຫະພັນກຳມະບານ ຫົວຂໍ້ “ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ (ອຸດສາຫະກຳ ແລະ ການຄ້າ)” ທີ່​ ຫ້ອງປະຊຸມໃຫຍ່ (ຊັ້ນ I) ຂອງກະຊວງອຸດສາຫະກໍາ ແລະ ການຄ້າ.

ໂດຍໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ມະໄລທອງ ກົມມະສິດ ເລຂາຄະນະພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະຫາຍ ນາງ ອາລີຍາວັນ ອັກຄະວົງ, ຮອງປະທານສູນກາງສະຫະພັນກໍາມະບານລາວ. ຊຶ່ງມີທ່ານ ປອ ອິນທະວົງ ໂຄດປັນຍາ ຫົວໜ້າຄະນະເສດຖະສາດ-ການເມືອງ ແລະ ຄຸ້ມຄອງເສດຖະກິດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ກຽດນຳສະເໜີຫົວຂໍ້ ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງ  ໃໝ່ໃນຂົງເຂດເສດຖະກິດ (ອຸດສາຫະກຳ ແລະ ການຄ້າ). ນອກນັ້ນ, ກໍ່ມີທ່ານປະທານ, ຮອງປະທານ, ຄະນະບໍລິຫານງານ, ປະທານກໍາມະບານຮາກຖານຂອງສະຖາບັນ, ຫ້ອງການ, ກົມວິຊາການ ພ້ອມດ້ວຍວິສາຫະກິດ ທີ່ຂຶ້ນກັບສະຫະພັນກໍາມະບານກະຊວງອຸດສາຫະກໍາ ແລະ ການຄ້າ ລວມທັງໝົດ 100 ສະຫາຍ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ສະຫາຍ ມະໄລທອງ ກົມມະສິດ ເລຂາຄະນະພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວມີຄຳເຫັນໃນກອງປະຊຸມຄັ້ງນີ້: 

ກອງປະຊຸມຄັ້ງນີ້ແມ່ນວຽກງານໜຶ່ງທີ່ສໍາຄັນ ຊຶ່ງຕິດພັນກັບການສ້າງພັກ ດ້ານການເມືອງ ກໍຄືການສຶກສາອົບຮົມ ຫຼັກມູນພື້ນຖານລັດທິມາກ-ເລນິນ, ອຸດົມຄະຕິກອມມູນິດ, ແນວທາງນະໂຍບາຍຂອງພັກ, ຫຼັກຫມັ້ນທັດສະນະຊົນຊັ້ນ, ທັດສະນະມະຫາຊົນ, ທັດສະນະຊາດ, ແນວຄິດບຸກປະຕິວັດ, ນໍ້າໃຈຮັກຊາດອັນດູດດື່ມ, ຈິດໃຈຮັບໃຊ້ປະຊາຊົນ, ຮັບຜິດຊອບ ແລະ ເປັນແບບຢ່າງຕໍ່ປະຊາຊົນ, ມີສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໃນ, ເຊີດຊູສິນທໍາປະຕິວັດ, ຕ້ານລັດທິເອກະຊົນ, ສ້າງແບບແຜນປະຊາທິປະໄຕ, ທິດສະດີຕິດພັນກັບພາກປະຕິບັດຕົວຈິງ, ເດີນຕາມແນວທາງມະຫາຊົນ.

ກອງປະຊຸມເຊື່ອມຊຶມແນວຄວາມຄິດຂອງ ປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ເປັນກອງປະຊຸມສ້າງຄວາມຮູ້ດ້ານທິດສະດີ ທັງເປັນການຈັດຕັ້ງປະຕິບັດຕາມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ກ່ຽວກັບ ວຽກງານການເມືອງແນວຄິດ ເຮັດໃຫ້ສະມາຊິກພັກ ພະນັກງານກໍຄືສະມາຊິກກໍາມະບານກະຊວງອຸດສາຫະກໍາ ແລະ ການຄ້າ ສາມາດກໍາໄດ້ແນວທາງນະໂຍບາຍຂອງພັກ-ລັດ, ຮູ້ໝູນໃຊ້ຫຼັກມູນທິດສະດີ ແລະ ແນວຄວາມຄິດອັນສະຫຼາດສ່ອງໃສຂອງທ່ານຜູ້ນໍາ ເພື່ອປະກອບສ່ວນເຂົ້າໃນການປະຕິບັດວຽກງານວິຊາສະເພາະຕົວຈິງ ຂອງຂະແໜງການຕົນ. ດັ່ງຄໍາເວົ້າຂອງປະທານໄກສອນ ພົມວິຫານ ຕໍ່ກອງປະຊຸມໃຫຍ່ກໍາມະບານລາວ ທົ່ວປະເທດ ຄັ້ງທີໜຶ່ງ ໃນວັນທີ 14 ທັນວາ 1983 ທີ່ນະຄອນຫຼວງວຽງຈັນ “ກໍາມະບານເປັນພາກສ່ວນໜຶ່ງໃນລະບົບຜະເດັດການກໍາມະຊີບ, ໃນນັ້ນ ພັກເປັນຜູ້ນໍາພາ, ທຸກການເຄື່ອນໄຫວຂອງຕົນ, ກໍາມະບານຕ້ອງຕິດແໜ້ນກັບໜ້າທີ່ການເມືອງຂອງພັກແຕ່ລະໄລຍະ ເພື່ອໃຫ້ພັກວາງແຜນນະໂຍບາຍ ແລະ ນະໂຍບາຍອອກແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງມະຫາຊົນ, ກໍາມະບານຕ້ອງສ່ອງແສງສະພາບການຜະລິດ, ວຽກງານຊີວິດການເປັນຢູ່, ການຜັນແປທາງດ້ານແນວຄິດ, ຈິດໃຈ ແລະ ຄວາມມຸ້ງມາດປາດຖະໜາຂອງມະຫາຊົນ, ກໍາມະກອນ, ລັດຖະກອນ ໃຫ້ຄະນະພັກຂັ້ນຕ່າງໆເປັນປະຈໍາ, ພ້ອມທັງຂໍຄວາມຄິດເຫັນ ແລະ ທິດຊີ້ນໍາຈາກຄະນະພັກຂັ້ນເທິງຂອງຕົນ”; “ເພື່ອປະຕິບັດແນວທາງປະຕິວັດຂອງພັກໃຫ້ບັນລຸຜົນຢ່າງມີໄຊ, ກໍາມະບານທຸກຂັ້ນ, ກໍາມະກອນ ແລະ ລັດຖະກອນທຸກຄົນ ຕ້ອງເຊື່ອມຊຶມບັນດາທັດສະນະໃຫຍ່ຂອງພັກ ເຊັ່ນ: ທັດສະນະຕໍ່ສູ້ລະຫວ່າງເຮົາກັບສັດຕູ, ລະຫວ່າງສອງເສັ້ນທາງສັງຄົມນິຍົມ ແລະ ທຶນນິຍົມ, ທັດນະກ່ຽວກັບສາຍພົວພັນລະຫວ່າງການຜະລິດກັບການແຈກຢາຍຈໍລະຈອນ, ທັດສະນະກ່ຽວກັບການພົວພັນເສດຖະກິດກັບຕ່າງປະເທດ. ໃນໄລຍະໃໝ່ຂອງການປະຕິວັດນີ້ ຊົນຊັ້ນກໍາມະກອນ ມີພາລະກໍາປະຫວັດສາດ ເປັນຊົນຊັ້ນນໍາໜ້າໃນການປະຕິບັດການຫັນເປັນອຸດສາຫະກໍາສັງຄົມນິຍົມ ແລະ ກໍ່ສ້າງສັງຄົມນິຍົມ”; “ສະມາຊິກພັກທີ່ຢູ່ໃນວິສາຫະກິດ ແລະ ສໍານັກງານອົງການຕ່າງໆ ຕ້ອງເຂົ້າໃຈໃນການຈັດຕັ້ງກໍາມະບານ, ຕ້ອງເປັນແບບຢ່າງໃນການປະຕິບັດວຽກງານຕ່າງໆທີ່ກໍາມະບານວາງອອກ, ໂດຍຜ່ານອັນນັ້ນ ເພື່ອເພີ່ມທະວີການພົວພັນລະຫວ່າງສະມາຊິກພັກກັບມະຫາຊົນໃຫ້ນັບມື້ແໜ້ນແຟ້ນ, ຂົນຂວາຍສຶກສາອົບຮົມມະຫາຊົນໃຫ້ປະຕິບັດແນວທາງ, ແຜນນະໂຍບາຍຂອງພັກເປັນຢ່າງດີ ແລະ ເສີມຂະຫຍາຍຄຸນປະໂຫຍດນໍາພາຂອງພັກ ຕໍ່ກໍາມະບານ. ຄະນະພັກຂັ້ນຕ່າງໆ ຕ້ອງນໍາພາອໍານາດການປົກຄອງປະສານສົມທົບຢ່າງແໜ້ນແຟ້ນກັບກໍາມະບານໃນທຸກວຽກງານ, ເຮັດໃຫ້ກໍາມະບານເປັນສັນຍາລັກແຫ່ງຄວາມເປັນເອກະພາບລະຫວ່າງກໍາມະກອນ-ລັດຖະ ກອນ ກັບອໍານາດລັດ”.

WhatsApp Image 2023-02-28 at 16.30.38 (1)

ໃນກອງປະຊຸມສໍາມະນາວິທະຍາສາດ ຄັ້ງນີ້ ແມ່ນໄດ້ຮັບຟັງເນື້ອໃນ ແນວຄິດປະທານໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດເສດຖະກິດ ຈາກຜູ້ຕາງໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຫຼັງຈາກນັ້ນ ກໍ່ມີເວທີສົນທະນາແນວຄິດປະທານໄກສອນ ພົມວິຫານ ໃນການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ ທີ່ຕິດພັນກັບວຽກງານອຸດສາຫະກໍາ ແລະ ການຄ້າ ຈາກຜູ້ຕາງໜ້າຂອງສະຫະພັນກໍາມະບານກະຊວງອຸດສາຫະກໍາ ແລະ ການຄ້າ ກໍຄືກົມກ່ຽວຂ້ອງ ດັ່ງຫົວຂໍ້ລຸ່ມນີ້:

1.      ນຳສະເໜີ ກ່ຽວກັບ ການຄ້າເປັນຕ່ອງໂສ້ (ຕ່ອງໂສ້ການຜະລິດ ແລະ ການສະໜອງ)

2.    ນຳສະເໜີ ກ່ຽວກັບ ການຈໍລະຈອນແຈກຢາຍ (ເນັ້ນໃສ່ການຄຸ້ມຄອງການນຳເຂົ້າ ສົ່ງເສີມການຜະລິດພາຍໃນ)

3.    ນຳສະເໜີ ກ່ຽວກັບ ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ.

ການຈັດກອງປະຊຸມສຳມະນາວິທະຍາສາດ ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃຫມ່ໃນຂົງງເຂດເສດຖະກິດ (ອຸດສາຫະກຳ ແລະ ການຄ້າ) ຄັ້ງນີ້ ເຫັນວ່າໄດ້ຮັບຜົນສຳເລັດຕາມວັດຖຸປະສົງເປົ້າໝາຍ ແລະ ໄດ້ຮັບຄວາມສົນໃຈຫລາຍຈາກບັນດາສະມາຊິກກຳມະບານຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ເປັນພິເສດ.

 WhatsApp Image 2023-02-28 at 16.30.39

ພາບ ແລະ ຂ່າວ: ໄພຄຳອີ ວິໄລຄຳ

About -