ຫົວໜ້າໜ່ວຍງານພາກພື້ນ ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ແຫ່ງສະຫະພາບເອີຣົບ ເຂົ້າຢ້ຽມຢາມຂໍ່ານັບ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ
By theu vaenvongsod On 9 Feb, 2023 At 12:54 PM | Categorized As ຂ່າວສຳຄັນ | With 0 Comments

 

 

 

 

 

IMG_0005

       ນະຄອນຫຼວງວຽງຈັນ, ວັນທີ 08 ກຸມພາ 2023 ເວລາ 15:30ມ; ທ່ານ Mario Jose Pallars, ຫົວໜ້າໜ່ວຍງານພາກພື້ນ ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ແຫ່ງສະຫະພາບເອີຣົບ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ ຫ້ອງຮັບແຂກຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ເນື່ອງໃນໂອກາດ ເຂົ້າຮ່ວມກອງປະຊຸມໂຕະມົນ ຄັ້ງທີ 11 ຂອງອົງການການຄ້າໂລກ ຢູ່ ສປປ ລາວ.IMG_0014

 ທ່ານ Mario Jose Pallars ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ສໍາລັບສາຍພົວພັນອັນດີງານໃນການສະໜັບສະໜູນການພັດທະນາເສດຖະກິດໃນ ສປປ ລາວ ຢ່າງຍືນຍົງ ແລະ ມີສ່ວນຮ່ວມ ໃນໄລຍະທີ່ຜ່ານມາ, ໂດຍສະເພາະແມ່ນບົດບາດສໍາຄັນຂອງ ກະຊວງ ອຸດສາຫະກໍາ ແລະ ການຄ້າ ໃນການສົ່ງເສີມການເຊື່ອມສານ ແລະ ຄວາມສາມາດໃນການແຂ່ງຂັນທາງເສດຖະກິດໃນຂະແໜງການທີ່ບໍ່ແມ່ນຊັບພະຍາກອນທໍາມະຊາດ ໃນ ສປປ ລາວ ພ້ອມທັງ ທົບທວນຄືນເປົ້າໝາຍທີ່ເປັນບູລິມະສິດສູງສຸດ ຂອງ EU ເພື່ອເພີ່ມທະວີການຄ້າ ແລະ ການລົງທຶນຂອງ ສປປ ລາວ ຊຶ່ງເປັນພາກໜຶ່ງຂອງແຜນຍຸດທະສາດການຮ່ວມມືໃໝ່ ຂອງ EU ກັບ ສປປ ລາວ; ການແລກປ່ຽນ ກ່ຽວກັບບັນດາໂຄງການທີ່ຍັງກຳລັງຈັດຕັ້ງປະຕິບັດ ພາຍໃຕ້ການຊ່ວຍເຫຼືອຂອງ EU ແລະ ໂຄງການອື່ນໃນຕໍ່ໜ້າທີ່ສະໜັບສະໜູນເຂົ້າໃນການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ; ປຶກສາຫາລື ກົນໄກການປະສານງານ, ບັນຫາອຸປະສັກ ແລະ ສິ່ງທ້າທາຍ ຕໍ່ການພັດທະນາພາກເອກະຊົນ ຂອງ ສປປ ລາວ; ແລະ ທົບທວນຄືນກ່ຽວກັບການໃຫ້ສັດຕະຍາບັນທາງດ້ານແຮງງານ ເພື່ອໃຫ້ ສປປ ລາວ ສາມາດໄດ້ຮັບສິດທິພິເສດທາງການຄ້າຈາກ EU (GSP+) ພາຍຫລັງຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ.​

ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ຍ້ອງຍໍ ທ່ານ Mario Jose Pallars ກ່ຽວກັບການເຄື່ອນໄຫວວຽກງານຂອງ EU ແລະ ໄດ້ສະແດງຄວາມຂອບໃຈ ໃນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາ ແລະ ຮັກສາສາຍສໍາພັນອັນເຂັ້ມແຂງລະຫວ່າງ ສະຫະພາບເອີຣົບ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ຜ່ານມາ, ໂດຍສະເພາະ ແມ່ນການປະ​ກອບ​ສ່ວນຢ່າງ​ຕັ້ງ​ໜ້າ​ໃນ​ການ​ສະ​ໜອງ​ທຶນກູ້​ຢືມ ແລະ ການລະ​ດົມ​ທຶນ​​ຊ່ວຍ​ເຫຼືອ​ລ້າຈາກ​ບັນ​ດາ​ອົງ​ການ​ຊ່ວຍ​ເຫຼືອ​​ສາ​ກົນ ເພື່ອ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ລາວ ໂດຍ​ຜ່ານ ​ໂຄງ­ການ​ຊ່ວຍ­ເຫຼືອ​ວຽກ​ງານ​ການ​ຄ້າ​ຂອງ​ສະ­ຫະ­ພາບ​ເອີ​ຣົບ ແກ່ ສປປ ລາວ ພາຍ​ໃຕ້​ແຜນ​ງານ​ເຊື່ອມ​ໂຍງ ເສດ­ຖະ­ກິດ​ພາກ​ພື້ນ​ອາ​ຊຽນ (ARISE Plus Laos) ພ້ອມທັງການສ້າງເວັບໄຊ໌ທີ່ດີ ເພື່ອແລກປ່ຽນຂໍ້ມູນຂ່າວສານສໍາລັບພາກທຸລະກິດ ທີ່ສົນໃຈຈະສົ່ງສິນຄ້າອອກໄປຕະຫລາດ EU.

IMG_0007

ທ່ານ ຮອງລັດຖະມົນຕີ ຍັງໝັ້ນໃຈວ່າ ກະຊວງອຸດສາຫະກໍາ ແລະ ການຄ້າ ມີຄວາມຍິນດີເປັນຢ່າງຍິ່ງທີ່ຈະສືບຕໍ່ຮ່ວມເຮັດວຽກກັບສະຫະພາບເອີຣົບ ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການຕ່າງໆໃຫ້ສໍາເລັດຕາມເປົ້າໝາຍທີ່ໄດ້ວາງໄວ້, ຊຶ່ງສຸມ​ໃສ່​ສ້າງ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ເສດ​ຖະ​ກິດ, ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ​ຂອງ​ຂະ​ແໜງ​ການ​ທີ່ບໍ່​ແມ່ນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ການກຽມຄວາມພ້ອມຂອງ ສປປ ລາວ ທີ່ຈະຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ.

IMG_0019

ພາບ-ຂ່າວໂດຍ: ນ ຖື ແຫວນວົງສົດ