ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 15 (15th PEC) ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າ ແລະ ແຜນວຽກບູລິມະສິດຂອງບັນດາໂຄງການ TRTA ໃນສົກປີ 2023
By phaikhame evilay On 7 Feb, 2023 At 02:23 PM | Categorized As ຂ່າວສຳຄັນ | With 0 Comments

IMG_0022,1

          ນະ­ຄອນ­ຫຼວງ​ວຽງ​ຈັນ, ວັນ​ທີ 7 ກຸມ­ພາ 2023, ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ໄດ້​ຈັດ​ກອງ​ປະ­ຊຸມ​ຄະ­ນະ​ກຳ­ມະ­ການ​ຊີ້​ນຳ​ແຜນ​ງານ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຄັ້ງ​ທີ 15 ຂຶ້ນ​ທີ່​ໂຮງ­ແຮມ ຄຣາວ ພຣາ​ຊາ. ກອງ​ປະ­ຊຸມ​ດັ່ງ​ກ່າວ​ໄ​ດ້​ຮັບ​ກຽດ​ການ​ເປັນ​ປະ­ທານ​ໂດຍ ທ່ານ ປອ. ມະ­ໂນ​ທອງ ວົງ​ໄຊ, ຮ​ອງລັດ­ຖະ­ມົນ­ຕີ ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ. ກອງ​ປະ­ຊຸມ​ດັ່ງ­ກ່າວ​ໄດ້​ຮັບ​ກຽດ​ເຂົ້າ​ຮ່ວມ​ໂດຍ​ບັນ­ດາ​ທ່ານ​ຕາງ​ໜ້າ​ຈາກ​ຄູ່​ຮ່ວມ​ພັດ­ທະ­ນາ, ຄະ­ນະ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ ແລະ ຄູ່​ຮ່ວມ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຫຼາຍ​ກວ່າ 80 ທ່ານ.

IMG_0040,2

         ຈຸດ­ປະ­ສົງ​ຂອງ​ການ​ຈັດ​ກອງ​ປະ­ຊຸມ​ໃນ​ຄັ້ງ​ນີ້​ແມ່ນ​ເພື່ອ​ທົບ​ທວນ ແລະ ປຶກ­ສາ​ຫາ­ລື ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ ຊ່ວຍ­ເຫຼືອ​ດ້ານ​ວິ­ຊາ​ການ​ທີ່​ຕິດ​ພັນ​ກັບ​ການ​ຄ້າ (TRTA) ໃນ​ສົກ​ປີ 2022 ແລະ ແຜນ​ວຽກ​ບູ​ລິ​ມະ​ສິດ​ໃນ​ປີ 2023, ເຊິ່ງ​ບັນ­ດາ​ໂຄງ­ການ​ທີ່­ຢູ່​ພາຍ​ໃຕ້​ກົນ​ໄກ​ກອງ​ປະ­ຊຸມ​ຄະ​ນະ​ກໍາ​ມະ​ການ​ຊີ້​ນໍາ​ແຜນ​ງານ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ລວມ​ມີ ໂຄງ­ການ​ສົ່ງ­ເສີມ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ ແລະ ການ​ຄ້າ ຂອງ ສປປ ລາວ (LCT); ໂຄງ­ການ​ສົ່ງ­ເສີມ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ​ເພື່ອ​ສົ່ງ​ອອກ​ຢູ່​ສາມ​ແຂວງ​ພາກ​ເໜືອ (ECL-EIF Tier II); ໂຄງ­ການ​ເຂົ້າ​ເຖິງ​ແຫຼ່ງ​ທຶນ​ຂອງ​ຈຸນ​ລະ­ວິ​ສາ​ຫະ​ກິດ, ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ ກາງ ເພື່ອ​ຮັບ​ມື​ກັບ​ຜົນ​ກະ­ທົບ ແລະ ຟື້ນ​ຟູ​ຈາກ​ໂຄ​ວິດ-19 (MSME A2F-ESR); ໂຄງ­ການ​ສ້າງ​ສະ­ພາບ​ແວດ​ລ້ອມ​ທີ່​ເອື້ອ​ອໍາ​ນວຍ​ຕໍ່​ທຸ­ລະ​ກິດ​ລາວ (USAID LBE); ໂຄງ­ການ​ຊ່ວຍ­ເຫຼືອ​ວຽກ​ງານ​ການ​ຄ້າ​ຂອງ​ສະ­ຫະ­ພາບ​ເອີ​ຣົບ ແກ່ ສປປ ລາວ ພາຍ​ໃຕ້​ແຜນ​ງານ​ເຊື່ອມ​ໂຍງ ເສດ­ຖະ­ກິດ​ພາກ​ພື້ນ​ອາ​ຊຽນ (ARISE Plus Laos); ໂຄງ­ການ​ສົ່ງ­ເສີມ​ການ​ສົ່ງ​ອອກ ເຄື່ອງ​ຕົບ­ແຕ່ງ​ເຮືອນ ແລະ ແຜ່ນ­ແພ (CBI-Home Textile Project in Laos); ໂຄງ­ການ​ສົ່ງ­ເສີມ​ຈຸນ​ລະ­ວິ​ສາ​ຫະ​ກິດ, ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ ກາງ ໃຫ້​ສາ­ມາດ​ເຊື່ອມ​ຕໍ່​ກັບ​ຕະ­ຫຼາດ​ໃນ​ຕ່ອງ​ໂສ້​ອຸດ­ສາ­ຫະ­ກຳ​ທ່ອງ​ທ່ຽວ​ລາວ​ແບບ​ຍືນ​ຍົງ (SUSTOUR).

IMG_0016,3

          ທ່ານ ປອ ​ມະ​ໂນ​ທອງ ວົງ​ໄຊ, ຮອງລັດ­ຖະ­ມົນ­ຕີ ກະ­ຊວງ​ອຸດ​ສາ​ຫະ​ກໍາ ແລະ ການ​ຄ້າ, ໄດ້​ກ່າວ​ເປີດ​ກອງ​ປະ­ຊຸມ​ວ່າ: “ກອງ​ປະຊຸມ​ໃນ​ມື້­ນີ້​ສະ­ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ່ງ​ໝັ້ນ​​ຮ່ວມ​ກັນທຸກພາກສ່ວນ ໃນການ​ພັດ­ທະ­ນາ​ວຽກ​ກ​ງານ​ການ​ຄ້າ ແລະ ພາກ​ເອ­ກະ​ຊົນ ໃນ ສປປ ລາວ ໃນນີ້ ລວມທັງຈຸດປະສົງ, ການຈັດຕັ້ງປະຕິບັດ ແລະ ຮູບແບບການປະສານງານ. ດັ່ງ​ທີ່​ທ່ານ​ຮູ້​ວ່າ ບົດ­ບາດ​ຫຼັກ​ຂອງ​ພາກ​ເອ­ກະ​ຊົນ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ, ການ​ສ້າງ​ວຽກ​ເຮັດ​ງານ​ທໍາ ແລະ ການ​ຮັກ­ສາ​ຄວາມ​ໝັ້ນ­ຄົງ​ພາຍ​ໃນ​ສັງ­ຄົມ​ໄດ້​ຮັບ​ການ​ຮັບ​ຮູ້ ແລະ ຍອມ­ຮັບ​ໂດຍ​ລັດ­ຖະ­ບານ​ ແລະ ສັງ­ຄົມ​ໃນ​ວົງ​ກວ້າງ. ການ​ພັດທະນາ​ພາກ​ເອ­ກະ​ຊົນ​ໃນ​ມື້­ນີ້​ໄດ້​ກາຍ­ເປັນ​ພາກ­ສ່ວນ​ທີ່​ສໍາ​ຄັນ​ໃນ​ວາ­ລະ​​ແຫ່ງ​ຊາດ, ລວມ​ທັງ​ ແຜນ​ພັດ­ທະ­ນາ​ເສດ​ຖະ​ກິດ​-​ສັງ­ຄົມ​ແຫ່ງ​ຊາດ 5 ປີ ​ຄັ້ງ​ທີ 9 ສໍາ​ລັບ​ປີ 2021-2025”.

ໃນຕອນທ້າຍ ທ່ານ ​ຮອງລັດ­ຖະ­ມົນ­ຕີ ຍັງ​ໄດ້​ເນັ້ນ​ໜັກ​ໃຫ້​ບັນ­ດາ​ໂຄງ­ການ TRTA ໃຫ້​ນໍາ​ໃຊ້​ການ​ສະ­ໜັບ­ສະ­ໜູນ​ດ້ານ​ວິ­ຊາ​ການ​ຂອງ​ຕົນ​ເຂົ້າ​ໃນ​ວຽກ​ງານ​ການ​ສະ­ໜັບ­ສະ­ໜູນ​ໃຫ້​ພາກ​ລັດ​ໃນ​ການ​ການ​ຟື້ນ​ຟູ​ເສດ­ຖະ­ກິດ ແລະ ສ້າງນະໂຍບາຍໃຫ້ມີຄວາມ​ຫຼາກ​ຫຼາຍ ເພື່ອ​ສົ່ງ­ເສີມ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ​ໃນ​ຂະ­ແໜງ­ການ​ທີ່​ບໍ່​ເອື່ອຍ​ອີງ​ຊັບ​ພະ­ຍາ​ກອນ​ທໍາ​ມະ​ຊາດ​ຫຼາຍ​ເກີນ​ໄປ.

ກອງ​ປະ​ຊຸມ​ດັ່ງ​ກ່າວ​ສາ​ມາດ​ຖອດ​ຖອນ​ບົດ​ຮຽນ​ທີ່​ສຳ​ຄັນ​ໃນ​ປີ 2022 ແລະ ສາ​ມາດ​ຕົກ​ລົງ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ກັບ​ແຜນ​ວຽກ​ໃນ​ປີ 2023 ຈາກ​ທັງ 7 ໂຄງ​ການ​ໂດຍ​ຜ່ານ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຈາກ​ຜູ້​ຕາງ​ໜ້າ​ຈາກ​ຄູ່​ຮ່ວມ​ພັດ​ທະ​ນາ. ແຜນ​ບູ​ລິ​ມະ​ສິດ​ທີ່​ໄດ້​ຕົກ​ລົງ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ນັ້ນ​ລວມ​ມີ​ວຽ​ກ​ງານ​ບູ​ລິ​ມະ​ສິດ​ທີ່​ແນ​ໃສ່​ການ​ປັບ​ປຸງ​ກົດ​ໝາຍ ແລະ ລະ​ບຽບ​ການ​ໃຫ້​ເຂົ້າ​ໃຈ​ງ່າຍ​ຂຶ້ນ, ການ​ອຳ​ນວຍ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ ແລະ ການ​ສົ່ງ​ເສີມ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ​ໃຫ້​ພາກ​ທຸ​ລະ​ກິດ.

ທ່າມກາງການປຶກສາຫາລືທີ່ບັນຫາທີ່ສຳຄັນ ຢ່າງກົງໄປກົງມາ ລະຫວ່າງ ຄູ່ຮ່ວມພັດທະນາ ແລະ ພາກສ່ວນຈັດຕັ້ງປະຕິບັດໂຄງການ, ທ່ານ ປອ. ມະ​ໂນ​ທອງ ວົງ​ໄຊ ໄດ້​ຖື​ໂອ​ກາດ​ແລກ​ປ່ຽນ​ຄຳ​ຄິດ​ເຫັນ ເພື່ອ​ຮັບ​ປະ​ກັນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂອງ​ບັນ​ດາ​ໂຄງ​ການ TRTA ໃນ​ຂົງ​ເຂດ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ສົ່ງ​ເສີ​ມ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ​ຂອງ​ພາກ​ທຸ​ລະ​ກິດ​ໃຫ້​ມີ​ປະ​ສິດ​ທິ​ພາບ​ຫຍິ່ງ​ຂື້ນ​.

IMG_0012,4

             ທ່ານ ປອ. ມະ​ໂນ​ທອງ ວົງ​ໄຊ ໄດ້​ກ່າວ​ປິດກອງ​ປະ​ຊຸມ​ໂດຍ​ການ​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ບັນ​ດາ​ຄູ່​ຮ່ວມ​ພັດ​ທະ​ນາ ລວມ​ທັງ​ພ​າກ​ສ່ວນ​ຈັດ​ຕັ້ງ​ປະ​ຕິ​ບັດໂຄງ​ການ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຕໍ່ການ​ສະ​ໜັບ​ສະ​ໜູນ​ທາງ​ດ້ານ​ວິ​ຊາ​ການ ແລະ ການ​ປະ​ກອບ​ສ່ວນ​ດ້ານ​ທຶນ​ຮອນ​ ແລະ ຄຳໝັ້ນສັນຍາໃນ​ການ​ພັດ​ທະ​ນາ​ວຽກ​ງານ​ການ​ຄ້າ ແລະ ພາກ​ເອ​ກະ​ຊົນ ໃນ ສປປ ລາວ.

ພາບ-ຂ່າວໂດຍ: ໄພຄໍາອີ ວິໄລຄໍາ ກົມ ຜຮ. ກະຊວງ ອຄ.