ລັດຖະມົນຕີ ປະເທດ ຕີມໍເລສສະເຕ ເຂົ້າພົບປະຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຄ ແຫ່ງ ສປປ ລາວ
By phaikhame evilay On 6 Feb, 2023 At 02:06 PM | Categorized As ຂ່າວສຳຄັນ | With 0 Comments

         IMG_0016,1

           ຕອນບ່າຍ ເວລາ 2 : 30 ໂມງ ຂອງວັນທີ 3 ກຸມພາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ  ອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Joaquim AMARAL, ລັດຖະມົນຕີຜູ້ຮັບຜິດຊອບວຽກງານເສດຖະກິດ ຂອງສາທາລະນະລັດ ປະຊາທິປະໄຕ ຕີມໍເລສສະເຕ  ເນື່ອງໃນໂອກາດການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເພື່ອປຶກສາຫາລື ກ່ຽວກັບການເຄື່ອນໄຫວວຽກງານການຮ່ວມມື ລະຫວ່າງ ສປປ ລາວ ແລະ ຕີມໍເລສສະເຕ ໃນຕໍ່ໜ້າ, ມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມ ຈໍານວນ 16 ​ທ່ານ.

IMG_0008,2

        ໃນ​ໂອ​ກາດ​ພົບ​ປະ​ຄັ້ງ​ນີ້ ທັງສອງ​ຝ່າຍ​ໄດ້ພົບປະ ແລະ ປຶກສາຫາລື ​ກ່ຽວ​ກັບການສະໜັບສະໜູນ ປະເທດຕີ​ມໍ​ເລສ​ສະ​ເຕ ເຂົ້າເປັນສະມາຊິກອົງການການຄ້າໂລກ ແລະ ສະມາຊິກ ອາຊຽນ; ​ແລະ ​ປຶກສາຫາລືເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ອຸດສາຫະກຳ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ສາທາລະນະ​ລັດ ​ປະຊາ​ທິປະ​ໄຕ ຕີ​ມໍ​ເລ​ສສະ​ເຕ ຊຶ່ງປະເທດຕີມໍເລສສະເຕໄດ້​ຖືກ​ຮັບ​ເຂົ້າ​ເປັນ​ສະມາ​ຊິກ​ ຂອງ​ອົງການ​ສະ​ຫະປະຊາ​ຊາດ (UN) ​ໃນ​ວັນ​ທີ 27/9/2002, ​ເປັນ​ສະມາຊິກ​ ຂອງ​ທະນາຄານ​ພັດທະນາ​ອາຊີ (ADB) ​ໃນ​ປີ 2002 ​ແລະ ​ເປັນຜູ້​ສັງ​ເກດ​ການ​ຂອງ ASEAN ອີກດ້ວຍ. ນອກ​ນັ້ນ, ປະເທດຕີ​ມໍ​ເລ​ສສະ​ເຕ ຍັງ​ມີ​ສະຖານທູດ​ຢູ່​ຕ່າງປະ​ເທດ ຈຳນວນ 25 ​ປະ​ເທດ ​ແລະ ມີກົງສຸນ​ໃຫຍ່ ຢູ່ 19 ​ແຫ່ງ ລວມທັງ​ສະຖານທູດຢູ່ ສປປ ລາວ (ສ່ວນ ສປປ ລາວ​ແມ່ນຍັງ​ບໍ່ທັນ​ມີ​ສະຖານທູດຕັ້ງ​ຢູ່ ປະເທດຕີ​ມໍ​ເລ​ສສະ​ເຕ ເທື່ອ) ທີ່​ເຮັດ​ໜ້າ​ທີ່ທາງ​ການ​ທູດ ​ແລະ ການ​ເມືອງ​ ຂອງ​ຕົນ​ເອງ. ປະເທດຕີ​ມໍ​ເລ​ສສະ​ເຕ ຍັງ​ເປັນ​ສະມາຊິກ​ຂອງ​ກຸ່ມ​ປະ​ເທດທີ່​ໃຊ້​ພາສາ​ປອກຕຸຍ​ການ ​ແລະ ​ເປັນ​ພາຄີ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ຄ້າ ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ພັດທະນາ ​ເຊັ່ນ: ອິນ​ໂດ​ເນ​ເຊຍ, ອົສຕາ​ລີ ​ແລະ ອື່ນໆ. ການປຶກສາຫາລື​ ກ່ຽວ​ກັບການສະໜັບສະໜູນ ຕີ​ມໍ​ເລ​ສສະ​ເຕ ເຂົ້າເປັນສະມາຊິກອົງການການຄ້າໂລກ ແລະ ສະມາຊິກ ອາຊຽນນີ້ ແມ່ນເປັນການ​ຊອກ​ຫາ​ໂອກາດເພື່ອ​ສົ່ງ​ເສີມ ​ແລະ ຂະຫຍາຍ​ການ​ຮ່ວມ​ມື​ທາງ​ດ້ານ ອຸດສາຫະກຳ ​ແລະ ການ​ຄ້າ ​ໃນ​ຕໍ່ໜ້າຂອງສອງປະເທດ.

IMG_0033,3

      ທ່ານ  Joaquim AMARAL, ລັດຖະມົນຕີຜູ້ຮັບຜິດຊອບວຽກງານເສດຖະກິດ ຂອງສາທາລະນະລັດປະຊາທິປະໄຕ ປະເທດຕີມໍເລສສະເຕ  ໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີ ກຊ ອຄ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄໍາໝັ້ນວ່າໃນຕໍ່ໜ້າຈະໃຫ້ການຮ່ວມມື ລະຫວ່າງ ສປປ ລາວ – ຕີ​ມໍ​ເລສ​ສະ​ເຕ ​ໃນວຽກງານຫຼາຍດ້ານ ເພື່ອໃຫ້ເກີດຜົນປະໂຫຍດທີ່ດີ ໃຫ້ແກ່ສອງປະເທດ.

 ພາບ-ຂ່າວໂດຍ: ໄພຄໍາອີ ວິໄລຄໍາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກະຊວງ ອຄ.