ງານບຸນມະໂຫລານ ກາເຟ-ຊາ ແລະ ຜົນຜະລິດກະສິກໍາພູພຽງບໍລະເວນ ປະຈໍາປີ 2023
By ໄພວັນ On 6 Feb, 2023 At 11:09 AM | Categorized As ຂ່າວສຳຄັນ | With 0 Comments

WhatsApp Image 2023-02-03 at 08.03.31.jpg 888

ໃນວັນທີ 2-4 ກຸມພາ 2023 ຫວ່າງບໍ່ດົນມານີ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເຂົ້າຮ່ວມງານບຸນມະໂຫລານ ກາເຟ​-ຊາ ແລະ ຜົນຜະລິດກະສິກໍາພູພຽງບໍລະເວນ ປະຈໍາປີ 2023 ທີ່ແຂວງຈໍາປາສັກ ຮ່ວມກັບ​ ພະແນກ​ອຸດສາຫະກໍາ​ ແລະ​ ການຄ້າ​ແຂວງ, ມີຄະນະພັກ​-​ອົງ​ການປົກຄອງ​ເມືອງປາກຊ່ອງ​ ແລະ​ ສະມາຄົມກາເຟລາວ​ ໄດ້ຈັດງານບຸນມະໂຫລານກາເຟ ແລະ ຊາ​ ພູພຽງບໍລະເວນ​ ປະຈໍາປີ 2023.ພິທີເປີດງານຢ່າງເປັນທາງການ ຈັດຂຶ້ນໃນວັນທີ 02 ກຸມພາ 2023​ ຢູ່ຕະຫຼາດສະບາຍດີປາກຊ່ອງ​ ໂດຍການໃຫ້ກຽດເຂົ້າຮ່ວມຂອງ​ ທ່ານ ນາງ ປາ​ນີ ຢາທໍ່​ຕູ້ ກໍາມະ​ການ​ກົມ​ການ​ເມືອງສູນ​ກາງ​ພັກ ຮອງ​ປະ​ທານປະ​ເທດ​ແຫ່ງ ສປປ ​ລາວ,​ ທ່ານ ສົມມາດ ພົນເສນາ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ,​ ທ່ານ ປອ.​ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ ປະທານຈັດງານ,​ ທ່ານ ປອ.ດຣ.ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ກິແກ້ວ ສີງນາວົງ ຮອງລັດຖະມົນຕີກະຊວງກະສິກຳ- ປ່າໄມ້, ບັນດາທ່ານ ການນໍາແຂວງພາກກາງ, ພາກໃຕ້ ສສ ຫວຽດນາມ, ການນໍາແຂວງຊຽງແຕງ,​ ແຂວງພາວິເຮຍ ຣາຊະອານາຈັກກໍາປູເຈຍ ແລະ ການນໍາຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ,​ ບັນດາທ່ານຮອງເຈົ້າແຂວງ, ຫົວໜ້າກົມ, ຮອງຫົວໜ້າ​ກົມ​ ຈາກກະຊວງທີ່ກ່ຽວຂ້ອງ, ຫົວໜ້າພະແນກ​-​ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ໃນທົ່ວປະເທດ, ທຸຕານຸທູດ, ບັນດາທ່ານຄະນະນໍາແຂວງ, ເມືອງ ແລະ ພະແນກການກົມອ້ອມຂ້າງແຂວງ,​ ອົງການຈັດຕັ້ງສາກົນ, ປະທານ ແລະ ສະມາຊິກສະມາຄົມກາເຟລາວ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ​ແຫ່ງຊາດລາວ, ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ນັກທຸລະກິດ, ຜູ້ປະກອບການ ຫົວໜ່ວຍວິສາຫະກິດ,​ ສະມາຄົມ,​ ສະຫະກອນ​ຜູ້ຜະລິດ​ກາເຟ​-​ຊາ​ ຢູ່ໃນເຂດພູພຽງບໍລະເວນ ແລະ​ ເມືອງປາກຊ່ອງ​ ຕະຫຼອດຮອດຄະນະພັກ-​ອົງການການປົກຄອງ, ພະນັກງານ,​ ພໍ່ ແມ່ປະຊາຊົນເມືອງປາກຊ່ອງເຂົ້າຮ່ວມ​ ຢ່າງຫຼວງຫຼາຍ.

ໃນງານມີການວາງສະແດງກ່ຽວກັບ ກາເຟ-ຊາ ແລະ ສິນຄ້າອື່ນໆ​ທີ່ເປັນທ່າແຮງຂອງແຂວງ,​ ຂອງເມືອງປາກຊ່ອງ.​ ນອກນີ້​ ຍັງມີການແຂ່ງຂັນການຊົງກາເຟທີ່ເປັນເອກກະລັກ, ມີແຂ່ງຂັນກິລາ ແລະ ສີນລະປະ,​ ມີການວາງສະແດງຮູບພາບວັດທະນະທໍາທີ່ເປັນເອກກະລັກ​ ພາຍໃຕ້ຫົວຂໍ້​ ວັດທະນະທໍາກາເຟ​ ທີີ່ເປັນເອກກະລັກທ້ອງຖິ່ນ, ການທ່ອງທ່ຽວສຶກສາເຂດປູກ​ – ຜະລິດກາເຟ.WhatsApp Image 2023-02-03 at 07.40.30.jpg 888

 ໃນງານດັ່ງກ່າວໄດ້ມີຫົວໜ່ວຍທຸລະກິດເຂົ້າຮ່ວມວາງສະແດງ ແລະ ຈໍາໜ່າຍສິນຄ້າ 34 ຫົວໜ່ວຍ, ລວມມີ 58 ຫ້ອງ,​ ປະກອບມີ ຫົວໜ່ວຍກຸ່ມຜູ້ຜະລິດເມືອງປາກຊ່ອງ, ສະຫະກອນກາເຟ​-ຊາ, ບໍລິສັດເກັບຊື້ ແລະ ສົ່ງອອກກາເຟ, ສະມາຄົມກາເຟ, ສະມາຄົມຫັດຖະກໍາ, ໂຮງງານອຸດສາຫະກໍາປຸງແຕ່ງ, ທະນາຄານທຸລະກິດ, ທຸລະກິດຈໍາໜ່າຍພາຫະນະ, ກຸ່ມຜະລິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP), ຜູ້ຈໍາໜ່າຍຜະລິດຕະພັນກາເຟ ພາຍໃນແຂວງ,​ ຕ່າງແຂວງ ແລະ ພາກສ່ວນຕ່າງປະເທດ.​ສິນຄ້າທີ່ນໍາເຂົ້າມາວາງສະແດງ ແລະ ຈໍາໜ່າຍ​ ປະກອບດ້ວຍ ຜະລິດຕະພັນກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ ເປັນຕົ້ນແມ່ນຜະລິດຕະພັນກາເຟ, ຊາ, ພືດຜັກ, ເຄື່ອງຫັດຖະກໍາຈັກສານ​ ໄມ້ປ່ອງ​ – ຫວາຍ, ຜ້າຝ້າຍ, ຜ້າໄໝ, ການໂຄສະນາແຫຼ່ງທ່ອງທ່ຽວ,​ ພາຫະນະ ແລະ ສິນຄ້າປະເພດຕ່າງໆ ທີ່ທາງອົງການປົກຄອງເມືອງປາກຊ່ອງ ໄດ້ຊຸກຍູ້ເຂົ້າມາຮ່ວມງານ ຈໍານວນ 100 ຮ້ານ. ມູນຄ່າສິນຄ້າທີ່ນໍາເຂົ້າມາວາງສະແດງ ແລະ ຈໍາໜ່າຍໃນງານ ປະມານ 5 ຕື້ກີບ, ຄາດຄະເນຈະມີເງິນໝູນວຽນໃນແຕ່ລະວັນ ປະມານ 11,5 ຕື້ກີບ.​ ໃນງານ​ ຍັງມີກອງປະຊຸມສາກົນ ເພື່ອສົ່ງເສີມການຄ້າ-ການລົງທຶນ ທັງເປັນການເຜີຍແຜ່ແນວທາງນະໂຍບາຍ ແລະ ຍຸດທະສາດການພັດທະນາກາເຟລາວ ໃຫ້ຍືນຍົງ ແລະ ຂະຫຍາຍຕົວ.​

WhatsApp Image 2023-02-03 at 08.03.33.jpeg 777

ຈຸດປະສົງໃນການຈັດງານຄັ້ງນີ້ ກໍເພື່ອເປັນ​ການສືບຕໍ່ຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ​ – ສັງຄົມຂອງແຂວງ ກໍຄືແຜນພັດທະນາວຽກງານຂະແໜງອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ ຄັັ້ງທີ IX ຂອງແຂວງຈໍາປາສັກ ໃນການຊຸກຍູ້ສົົ່ງເສີມການຜະລິດເປັນສິນຄ້າຢູ່ພາຍໃນໃຫ້ເຂັັ້ມແຂງ ທັງເປັນການສືບຕໍ່ຜັນຂະຫຍາຍໂຄງການງານບຸນກາເຟ​-ຊາ ພູພຽງບໍລະເວນ​ ໃນແຕ່ລະປີ ຕິດພັນກັບການສົົ່ງເສີມດ້ານການຕະຫຼາດ ໃຫ້ໄດ້ຮັບການຈັດຕັັ້ງປະຕິບັດຢ່າງເປັນລະບົບຕໍ່ເນື່ອງ ແລະ ກາຍເປັນບຸນປະເພນີຂອງແຂວງ,​ ເປັນການໂຄສະນາເຄື່່ອງໝາຍການຄ້າກາເຟແຂວງຈໍາປາສັກ, ພັດທະນາກາເຟຄຸນນະພາບສູງ, ປະກອບສ່ວນຍົກລະດັບຄຸນຄ່າ ແລະ ຢັ້ງຢືນເຖິງຖານະບົດບາດກາເຟຂອງແຂວງຈໍາປາສັກ​ ຢູ່ໃນເວທີພາຍໃນ ແລະ ຕະຫຼາດໂລກ​ ທັງເປັນການຍົກສູງ,​ ເຊີດຊູຜູ້ປູກ, ປຸງແຕ່ງ ແລະ ຜູ້ດໍາເນີນທຸລະກິດກາເຟ, ປຸກລະດົມການມີສ່ວນຮ່ວມ​ ໃນການພັດທະນາການປູກ ແລະ​ ຂະບວນການຜະລິດກາເຟ ຢູ່ ສປປ ລາວ ເວົ້າລວມ,​ ເວົ້າສະເພາະ ຢູ່ເຂດທ້ອງຖິ່ນແຂວງຈໍາປາສັກ. ນອກນີ້​ກໍເພື່ອນໍາສະເໜີຮູບພາບທີີ່ເປັນເອກກະລັກກ່ຽວກັບວັດທະນະທໍາກາເຟ ທີີ່ຕິດພັນຄຽງຄູ່ກັບຄົນລາວເຮົາ, ບັນດາພື້ນຖານ, ທ່າແຮງ ແລະ ການທ່ອງທ່ຽວ,​ ດຶງດູດບັນດານັກລົງທຶນ, ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ທີ່ເດີນທາງເຂົ້າມາຢ້ຽມຢາມທ້ອງຖິ່ນແຂວງຈໍາປາສັກ​ ທັງເປັນການແລກປ່ຽນບັນດາມາດຕະການ​ ໃນການຈັດຕັ້ງປະຕິບັດ​ ການເຊື່ອມໂຍງການຄ້າ​ ແລະ​ ວິທີການພັດທະນາຂະບວນການຜະລິດຕ່າງໆ.

WhatsApp Image 2023-02-03 at 08.03.31 (1).jpg 888

ແຫຼ່ງຂ່າວຈາກ: ໜັງສືພິມຈໍາປາໃໝ່

ພາບ: ນ ໄພວອນ ວົງສົມມີ

ຮຽບຮຽງ: ທ ໄພວັນ ໂຄດວັນາທາ

About -