ສປປ ລາວ ສະເຫຼີມສະຫຼອງການເຂົ້າເປັນສະມາຊິກອົງການການຄ້າໂລກ ຄົບຮອບ 10 ປີ
By ໄພວັນ On 3 Feb, 2023 At 11:28 AM | Categorized As ຂ່າວສຳຄັນ | With 0 Comments

IMG_0047.jpg 999

     ໃນວັນທີ 02 ກຸມພາ 2023, ທີ່ນະຄອນຫຼວງວຽງຈັນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມສະເຫຼີມສະຫຼອງການເຂົ້າເປັນສະມາຊິກອົງການການຄ້າໂລກ (ອຄລ) ຂອງ ສປປ ລາວ ຄົບຮອບ 10 ປີ ໂດຍການເຂົ້າຮ່ວມ ແລະ ກ່າວເປີດໂດຍ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ Xiangchen Zhang, ຮອງຜູ້ອໍານວຍການໃຫຍ່ ອຄລ ເເລະ ທ່ານ Li Fei, ຜູ້ຊ່ວຍ ລັດຖະມົນຕີ ກະຊວງການຄ້າ ສປ ຈີນ. ກອງປະຊຸມສະເຫຼີມສະຫຼອງການເຂົ້າເປັນສະມາຊິກ ອຄລ ຂອງ ສປປ ລາວ ຄົບຮອບ 10 ປີ ໃນຄັ້ງນີ້ ໄດ້ຈັດຂຶ້ນຄຽງຄູ່ກັບກອງປະຊຸມໂຕະມົນຄັ້ງທີ 11 ຂອງ ອຄລ (11th China Round Table) ຊຶ່ງມີບັນດາລັດຖະມົນຕີທີ່ຮັບຜິດຊອບຊີ້ນຳວຽກຂົງເຂດເສດຖະກິດເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກ ຈາກປະເທດ: ຊູດັງ, ຕິມໍແລັດສະເຕ ແລະ ວານູອາຕູ, ສະມາຊິກ ອຄລ ຈຳນວນໜຶ່ງ ແລະ ປະເທດທີ່ກຳລັງສະໝັກເຂົ້າເປັນສະມາຊິກ ອຄລ, ພ້ອມທັງແຂກພາຍໃນຈາກບັນດາກະຊວງຂະແໜງການທັງພາກລັດ ແລະ ທຸລະກິດ ເຂົ້າຮ່ວມທັງໝົດ ຈຳນວນ 120 ທ່ານ.

IMG_0032.789

     ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອທົບທວນຄືນໝາກຜົນ 10 ປີ ທີ່ ສປປ ລາວ ຍາດມາໄດ້ພາຍຫຼັງການເຂົ້າເປັນສະມາຊິກ ອຄລ; ພ້ອມດຽວກັນ, ກອງປະຊຸມ ກໍຍັງເປັນເວທີສົນທະນາແລກປ່ຽນຄໍາຄິດຄໍາເຫັນ ລະຫວ່າງພາກລັດ ແລະ ທຸລະກິດ ລວມທັງອົງການຈັດຕັ້ງສາກົນ ກ່ຽວກັບກາລະໂອກາດ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ ໃນການກຳນົດນະໂຍບາຍການຄ້າ, ສ້າງເງື່ອນໄຂ ແລະ ສິ່ງແວດລ້ອມ ທີ່ເອື້ອອໍານວຍໃຫ້ແກ່ການດຳເນີນທຸລະກິດ ແລະ ສົ່ງເສີມການຄ້າ.IMG_0045

     ດັ່ງທີ່ ທ່ານ ທອງລຸນ ສີສຸລິດ, ອະດີດຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໃນເວລານັ້ນ ໄດ້ກ່າວວ່າ: “ຫຼັກການ​ຂອງ ອຄລ ​ເປັນ​ຫຼັກການ​ທີ່​ລັດຖະບານ ສປປ ​ລາວ ​ໄດ້​ຮັບ​ຮອງ ກໍຄື ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ທີ່​ຮັບປະກັນວ່າ ​ການ​ເຊື່ອມໂຍງທາງ​ດ້ານ​ເສດຖະກິດ​​ຈະຢູ່ບົນ​ພື້ນຖານ​ຂອງຄວາມເປັນ​ທຳ ​ແລະ ສາມາດຄາດ​ຄະ​ເນ​ໄດ້, ຊຶ່ງເປັນສິ່ງສໍາຄັນທີ່ສຸດສໍາລັບ ສປປ ລາວ ກໍຄືປະເທດທີ່ບໍ່ມີຊາຍແດນຕິດກັບທະເລ, ເປັນປະເທດນ້ອຍ ແລະ ດ້ອຍພັດທະນາ. ດັ່ງນັ້ນ, ສປປ ລາວ ຈະພະຍາຍາມເພື່ອປະກອບສ່ວນເຂົ້າໃນວຽກງານຂອງ ອຄລ. ແຕ່ເຖິງ ຢ່າງໃດກໍຕາມ ສປປ ລາວ ເຫັນວ່າຕ້ອງມີການປະຕິບັດຕາມລະບຽບການ ແລະ ພັນທະຂອງ ອຄລ ໂດຍຜ່ານ​ການ​ເຂົ້າ​ຮ່ວມຢ່າງຕັ້ງໜ້າໃນເວທີ​​ເຈ​ລະ​ຈາ​.IMG_0088.jpg 899

   ໝາກຜົນ 10 ປີ ຂອງການເຂົ້າເປັນສະມາຊິກ ອຄລ ທີ່ດໍາເນີນໄປຄຽງຄູ່ກັບການ​ປັບປຸງບັນດາ​ນິຕິ​ກຳ​ໃຫ້​ມີ​ຄວາມ​ໂປ່​ງ​​ໃສ ​ແລະ ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳນວຍ​ໃຫ້ແກ່​ການ​ດຳ​ເນີນ​ທຸລະ​ກິດ ໄດ້ສ້າງໂສມໜ້າໃໝ່ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ໂດຍສະເພາະ ແມ່ນໄດ້ເຮັດໃຫ້ຫຼາຍຕົວຊີ້ວັດຂອງການພັດທະນາເສດຖະກິດ ໄດ້ຮັບການປັບປຸງດີຂຶ້ນ ເປັນຕົ້ນ: ລວມຍອດຜະລິດຕະພັນພາຍໃນ,​ ລາຍຮັບສະເລ່ຍຕໍ່ຫົວຄົນ, ການລົງທຶນໂດຍກົງຈາກຕ່າງປະເທດ, ການຜະລິດພາຍໃນ, ການນໍາເຂົ້າ-ສົ່ງອອກ ແລະ ຕົວຊີ້ວັດອື່ນໆ ເຊັ່ນ: ອັດຕາການເພີ່ມຂຶ້ນຂອງ GDP ສະເລ່ຍແມ່ນ 7%-8%; ລາຍຮັບສະເລ່ຍຕໍ່ຫົວຄົນແມ່ນເພີ່ມຂຶ້ນ 46% ໃນລະຫວ່າງປີ 2008 ແລະ 2021; ການສົ່ງອອກເພີ່ມຂຶ້ນຫຼາຍກວ່າ 4 ເທົ່າ, ການນຳເຂົ້າເພີ່ມຂຶ້ນຫຼາຍກວ່າ 3 ເທົ່າ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ ແມ່ນມີທິດທາງຂະຫຍາຍຕົວໄປໃນທາງບວກ ຈາກ 0,28 ຕື້ໂດລາສະຫະລັດໃນປີ 2010 ມາເປັນ 0,97 ຕື້ໂດລາສະຫະລັດ ໃນປີ 2020  ຊຶ່ງເຮັດໃຫ້ ສປປ ລາວ ສາມາດເປັນສ່ວນໜຶ່ງຂອງຕ່ອງໂສ້ການຜະລິດ ແລະ ການສະໜອງຂອງພາກພື້ນ ແລະ ສາກົນ.IMG_0111.jpg 888.jpg 2

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ

About -