ເປີດກອງປະຊຸມໂຕະມົນຄັ້ງທີ 11 ຂອງອົງການການຄ້າໂລກ (ອຄລ) ທີ່ນະຄອນຫຼວງວຽງຈັນ ສປປ ລາວ
By ໄພວັນ On 1 Feb, 2023 At 09:00 PM | Categorized As ຂ່າວສຳຄັນ | With 0 Comments

IMG_0139.jpg 789

   ໃນຕອນເຊົ້າຂອງວັນທີ 1 ກຸມພາ 2023 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມໂຕະມົນຄັ້ງທີ 11 ຂອງອົງການການຄ້າໂລກ (ອຄລ) ຮ່ວມກັບກອງເລຂາ ອຄລ ໂດຍມີ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ຫຼີ່ເຊີງກ່າງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ອຄລ ໃຫ້ກຽດຮ່ວມກ່າວເປີດກອງປະຊຸມດັ່ງກ່າວ. ກອງປະຊຸມຄັ້ງນີ້ ມີບັນດາລັດຖະມົນຕີຊີ້ນຳວຽກຂົງເຂດເສດຖະກິດເຂົ້າຮ່ວມ ຈາກປະເທດ ເອທິໂອປີ, ຊູດັງ, ຕິມໍແລັດສະເຕ ແລະ ວານູອາຕູ ພ້ອມທັງ ສະມາຊິກ ອຄລ ແລະ ຜູ້ແທນຈາກປະເທດທີ່ກຳລັງສະໝັກເຂົ້າເປັນສະມາຊິກ ອຄລ ເຂົ້າຮ່ວມທັງໝົດ ຈຳນວນ 50 ທ່ານ.

ກອງປະຊຸມໂຕະມົນ ເປັນເວທີໃນການປຶກສາຫາລືກ່ຽວກັບການເຂົ້າເປັນສະມາຊິກ ອຄລ ທີ່ຈັດຂຶ້ນໂດຍກອງເລຂາ ອຄລ ພາຍໃຕ້ໂຄງການຊ່ວຍເຫຼືອສໍາລັບປະເທດດ້ອຍພັດທະນາຂອງ ສປ ຈີນ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອອໍານວຍຄວາມສະດວກໃນການປຶກສາຫາລື ກ່ຽວກັບການເຂົ້າເປັນສະມາຊິກ ອຄລ ແລະ ເພີ່ມທະວີການເຂົ້າຮ່ວມຂອງປະເທດດ້ອຍພັດທະນາ (LDCs)  ແລະ ກໍາລັງພັດທະນາ, ໂດຍສະເພາະແມ່ນ ລັດຖະບານ ທີ່ກໍາລັງຢູ່ໃນຂະບວນການເຈລະຈາເຂົ້າເປັນສະມາຊິກ ອຄລ. ໃນປະຈຸບັນມີ 8 ປະເທດທີ່ກໍາລັງເຈລະຈາເຂົ້າເປັນສະມາຊິກ ອຄລ ຊຶ່ງປະກອບມີ: ພູຖານ, ໂຄມໍຣົດ, ເອທິໂອປີ, ຊາວໂຕເມ ແລະ ແຟຣງຊິບ, ໂຊມາລີ, ຊູດັງໃຕ້,​ ຊູດັງ ແລະ ຕິມໍແລັດສະເຕ.

ກອງປະຊຸມໂຕະມົນຄັ້ງທໍາອິດ ແມ່ນໄດ້ຈັດຂຶ້ນໃນປີ 2012 ທີ່ ສປ ຈີນ; ຄັ້ງທີ 2 ແມ່ນໄດ້ຈັດທີ່ ສປປ ລາວ ໃນປີ 2013, ທີ່ແຂວງຫຼວງພະບາງ. ສຳລັບປີ 2023 ນີ້, ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຮ່ວມຈັດກອງປະຊຸມໂຕະມົນຄັ້ງທີ 11 ທີ່ນະຄອນຫຼວງວຽງຈັນ, ຍ້ອນ ອຄລ ເຫັນໄດ້ເຖິງບົດບາດຂອງ ສປປ ລາວ ໃນເວທີການຄ້າສາກົນ, ໂດຍສະເພາະແມ່ນການສຳເລັດການຈັດຕັ້ງປະຕິບັດພັນທະພາຍຫຼັງເຂົ້າເປັນສະມາຊິກ ອຄລ 10 ປີ ແລະ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າໃນການເຈລະຈາຂໍ້ລິເລີ່ມໃໝ່ໃນ ອຄລ ເຊັ່ນ: ການອຳນວຍຄວາມສະດວກດ້ານການລົງທຶນເພື່ອການພັດທະນາ ແລະ ການເຂົ້າເປັນສະມາຊິກສັນຍາວ່າດ້ວຍເຕັກໂນໂລຊີຂໍ້ມູນຂ່າວສານ ຂອງ ສປປ ລາວ ໃນທ້າຍປີ 2021 ທີ່ຜ່ານມາ, ຊຶ່ງຈະເປັນບົດຮຽນທີ່ດີໃຫ້ແກ່ບັນດາປະເທດທີ່ກຳລັງເຈລະຈາເຂົ້າເປັນສະມາຊິກ ອຄລ ໄດ້ກະກຽມຄວາມພ້ອມ ແລະ ຖອດຖອນບົດຮຽນນຳ ສປປ ລາວ ຕື່ມ.

IMG_0020.jpg 888 IMG_0003.jpg 1111

ກອງປະຊຸມໂຕະມົນໃນຄັ້ງນີ້ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ ການເຂົ້າເປັນສະມາຊິກອົງການການຄ້າໂລກ ແລະ ການເຊື່ອມໂຍງການຄ້າ: ບົດຮຽນຈາກບັນດາປະເທດ ອາຊີ-ປາຊິຟິກ ໃນວາລະທໍາອິດຂອງກອງປະຊຸມແມ່ນການປຶກສາຫາລື ກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງບັນດາຂົງເຂດເສດຖະກິດ ອາຊີ-ປາຊິຟິກ ຕໍ່ກັບລະບົບການຄ້າຫຼາຍຝ່າຍ ໂດຍສຸມໃສ່ຂະບວນການວິວັດຂອງຂົງເຂດເສດຖະກິດ ອາຊີ-ປາຊິຟິກ ໃນເສດຖະກິດໂລກ, ສະພາບລວມຂອງຄວາມພະຍາມເພື່ອການເຊື່ອມໂຍງໃນພາກພື້ນ, ຄົ້ນຄວ້າການເຂົ້າເປັນສະມາຊິກ ອຄລ ແລະ ປະສົບການການເປັນສະມາຊິກ ລວມທັງຜົນກະທົບແລະ ຜົນໄດ້ຮັບ, ພ້ອມທັງເປີດໂອກາດໃຫ້ມີການແລກປ່ຽນທັດສະນະຕໍ່ກັບທິດທາງໃນອານະຄົດ; ໃນວາລະທີສອງ ກອງປະຊຸມຈະທົບທວນຄືນສະພາບການປະຈຸບັນຂອງການປຶກສາຫາລືໃນເວທີການຄ້າຫຼາຍຝ່າຍ ແລະ ການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອົງການການຄ້າໂລກຄັ້ງຕໍ່ໄປ ໂດຍອີງໃສ່ທັດສະນະ ແລະ ວຽກງານບູລິມະສິດຂອງກຸ່ມປະເທດດ້ອຍພັດທະນາ; ໃນວາລະສຸດທ້າຍ ຈະແມ່ນການແລກປ່ຽນບົດຮຽນການປະຕິບັດທີ່ດີໃນໄລຍະການເຈລະຈາເຂົ້າເປັນສະມາຊິກ ແລະ ພາຍຫຼັງໄດ້ເຂົ້າເປັນສະມາຊິກ, ຊຶ່ງຈະສຸມໃສ່ ການກໍານົດຍຸດທະສາດທີ່ໄດ້ຮັບໝາກຜົນເພື່ອໃຫ້ສາມາດນໍາໃຊ້ປະໂຫຍດຈາກການຊ່ວຍເຫຼືອທາງດ້ານເຕັກນິກ ແລະ ການຊ່ວຍເຫຼືອໃນການສ້າງຄວາມອາດສາມາດ ລວມທັງຂະບວນການເຊື່ອມໂຍງໃນພາກພື້ນ, ພ້ອມນີ້ກໍ່ຈະໄດ້ທົບທວນການປະຕິບັດທີ່ດີ ກ່ຽວກັບການເຂົ້າເປັນສະມາຊິກ ແລະ ພາຍຫຼັງເປັນສະມາຊິກ ອຄລ ໂດຍອີງຕາມບົດຮຽນຂອງກຸ່ມປະເທດດ້ອຍພັດທະນາທີ່ໄດ້ເຂົ້າເປັນສະມາຊິກ ອຄລ ແລ້ວ ເພື່ອການກໍານົດຂໍ້ຄໍາແນະນໍາທີ່ເໝາະສົມ ໃຫ້ກັບບັນດາປະເທດທີ່ກໍາລັງຢູ່ໃນຂະບວນການເຈລະຈາເຂົ້າເປັນສະມາຊິກ ອຄລ.

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ

About -