ກອງປະຊຸມຄົບຄະນະສະໄໝສາມັນ ຂອງຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ ຄັ້ງທີ 4 ສະໄໝທີ V ແລະ ບັ້ນດໍາເນີນຊີວິດການເມືອງ ຂອງຄະນະບໍລິຫານງານພັກ ກະຊວງ ປະຈໍາປີ 2022
By ໄພວັນ On 26 Jan, 2023 At 02:02 PM | Categorized As ຂ່າວສຳຄັນ | With 0 Comments

DSC_3369.8888

     ໃນຕອນເຊົ້າຂອງວັນທີ 26 ມັງກອນ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມຄົບຄະນະສະໄໝສາມັນ ຄະນະບໍລິຫານງານພັກກະຊວງ ອຄ ຄັ້ງທີ 4 ສະໄໝທີ V  ແລະ ບັ້ນດໍາເນີນຊີວິດການເມືອງ ຂອງຄະນະບໍລິຫານງານພັກ ກະຊວງ ອຄ ປະຈໍາປີ 2022 ໃຫ້ກຽດເປັນປະທານ ຂອງສະຫາຍ ມະໄລທອງ ກົມມະສິດ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງ ອຄ ຜູ້ເຂົ້າຮ່ວມມີສະຫາຍຮອງເລຂາ, ບັນດາສະຫາຍຄະນະປະຈໍາພັກ, ກໍາມະການພັກກະຊວງ, ບັນດາສະຫາຍເລຂາໜ່ວຍພັກ, ຫົວໜ້າກົມ ແລະ ຫົວໜ້າສະຖາບັນ ທັງໝົດ ຈໍານວນ 18 ສະຫາຍ.

ປະທານກອງປະຊຸມໄດ້ກ່າວວ່າ: ເພືອປະຕິບັດ​ຕາມ ກົດ​ລະບຽບພັກ​ປະຊາຊົນ​ປະຕິວັດ​ລາວ ສະ​ໄໝທີ XI, ມະຕິ​ຕົກລົງ ຂອງຄະນະ​ພັກ​ກະຊວງ​ ອຄ ສະບັບ​ເລກທີ 0356/ຄບພ.ອຄ, ລົງ​ວັນ​ທີ 01 ທັນວາ 2022 ວ່າ​ດ້ວຍລະບອບ​ແບບ​ແຜນ​ວິທີ​ເຮັດ​ວຽກ ຂອງ​ຄະນະ​ບໍລິຫານ​ງານ​ພັກກະຊວງອຸດສາຫະກຳ ແລະ ການຄ້າ ສະ​ໄໝທີ V, ແຜນ​ດຳ​ເນີນງານ​ຂອງ​ຄະນະ​ບໍລິຫານງານ​ພັກ​ກະຊວງ ສະ​ໄໝທີ V ສະບັບ​ເລກທີ 0270/ຄບພ.ອຄ, ລົງ​ວັນ​ທີ 31 ສິງຫາ 2022 ​ແລະ ມະຕິ​ຕົກລົງ ຂອງ​ຄະນະບໍລິຫານງານ​ພັກ ກະຊວງ ​ອຄ ສະບັບເລກທີ 010/ຄບພ.ອຄ, ລົງ​ວັນ​ທີ 23 ມັງກອນ 2023 ວ່າ​ດ້ວຍການອະນຸມັດເປີດ​ກອງ​ປະຊຸມ​​ຄົບ​ຄະນະ​ສະໄໝສາມັນ ຄະນະບໍລິຫານງານພັກ​ກະຊວງ​ ອຄ ຄັ້ງ​ທີ 4 ສະ​ໄໝທີ V. ກອງປະຊຸມໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມ​ອອກ​ແຮງ​ແຂ່ງຂັນ​ຈັດ​ຕັ້ງ​ຜັນ​ຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ວຽກງານຕົວຈິງ, ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງອົງຄະນະພັກກະຊວງ ອຄ ຢ່າງຕັ້ງໜ້າ. ໃນ​ໄລຍະ 1 ປີທີ່ຜ່ານ​ມາ ສະ​ພາບ​ການ​ຂອງ​ສາກົນ, ພາກ​ພື້ນ ​ແລະ ພາຍ​ໃນ​ປະ​ເທດ ໄດ້​ມີ​ການ​ຜັນ​ແປ​ຢ່າງສັບສົນ ເປັນຕົ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່, ການປັບຕົວຂຶ້ນສູງຂອງລາຄານໍ້າມັນ, ລາຄາຄໍາ ແລະ ລາຄາສິນຄ້າອຸປະໂພກ-ບໍລິໂພກ, ຄວາມຫຍຸ້ງຍາກທາງດ້ານການເງິນ, ອັດຕາເງິນເຟີ້, ຄວາມຂັດແຍ່ງທາງດ້ານການຄ້າ ຂອງສອງປະເທດມະຫາອຳນາດ, ການປ່ຽນແປງສະພາບດິນຟ້າອາກາດ ແລະ ໄພພິບັດທຳມະຊາດຕ່າງໆ;  ຈາກສະພາບການດັ່ງກ່າວຂ້າງເທິງ ຊຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ ແລະ ສະມາຊິກພັກ.

 ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍ, ຄວາມສໍາຄັນຢ່າງຍິ່ງ ເພາະຈະໄດ້ຮັບຟັງການລາຍງານ ແລະ ພ້ອມກັນປຶກສາຫາລື, ພິຈາລະນາຮັບຮອງຫຼາຍວຽກງານຢູ່ໃນ 2 ເອກະສານຕົ້ນຕໍ ດັ່ງນີ້: 1). ສະຫຼຸບຕີລາຄາການເຄື່ອນໄຫວນຳພາ-ຊີ້ນຳວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກກະຊວງ ອຄ ປະຈຳປີ 2022 ແລະ ທິດທາງຈຸດສຸມ ປະຈຳປີ 2023 ແລະ 2). ບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກ ກະຊວງອຸດສາຫະກຳ ແລະ ການຄ້າ ສະໄໝທີ V ປະຈໍາປີ 2022.DSC_3433.777

 ປະທານກອງປະຊຸມ ຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຈົ່ງເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ພ້ອມກັນສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດ, ຄໍາເຫັນຢ່າງກົງໄປກົງມາມີເຫດມີຜົນ ຖືກກັບສະພາບຕົວຈິງການເຄື່ອນໄຫວນຳພາ ຂອງຄະນະບໍລິຫານພັກກະຊວງ ອຄ ໃນ 1 ປີ ຜ່ານມາ, ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງ ທີ່ພວກເຮົາຕ້ອງໄດ້ຄົ້ນຄວ້າປັບປຸງແກ້ໄຂໃນຕໍ່ໜ້າ; ເພື່ອໃຫ້ໄດ້ຕາມລະດັບຄາດໝາຍດັ່ງກ່າວມານັ້ນ,​ ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມທັງໝົດ ຈະຕ້ອງພ້ອມກັນຕັດສິນໃຈສູງ,​ ເຫັນໄດ້ຄວາມຮັບຜິດຊອບການເມືອງຕໍ່ຊາຕາກໍາຂອງປະເທດຊາດຂອງພວກເຮົາ,​ ສ້າງໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອນໍາພາ-ພາລະກິດປະຕິວັດກ້າວໄປໜ້າຢ່າງບໍ່ຢຸດຢັ້ງ.DSC_3428.123

ທ່ານປະທານຍັງເນັ້ນຕື່ມວ່າ: ຢາກເຮັດໄດ້ແນວນີ້ ກ່ອນອື່ນໝົດພວກເຮົາສະມາຊິກພັກ, ຄະນະບໍລິຫານງານພັກກະຊວງ ຕ້ອງເປັນເອກະພາບກັນທາງດ້ານທັດສະນະ, ຄວາມຮັບຮູ້ ແລະ ສ້າງການຫັນປ່ຽນໃໝ່ ຕັ້ງໜ້າແກ້ໄຂຂໍ້ຄົງຄ້າງສິ່ງຫຍໍ້ທໍ້ ທີ່ເກີດຂຶ້ນຢູ່ໃນກະຊວງ ກໍ່ຄືຂະແໜງການຂອງພວກເຮົາໃຫ້ໝົດໄປເທື່ອລະກ້າວ,​ ທັງໝົດນັ້ນ ແມ່ນເພື່ອແນໃສ່ເຮັດໃຫ້ກະຊວງພວກເຮົາ ມີບາດກ້າວບຸກທະລຸໃໝ່ຮອບດ້ານ ແລະ ເຮັດໃຫ້ກອງປະຊຸມປະສົບຜົນສໍາເລັດຕາມຈຸດປະສົງຄາດໝາຍ ທີ່ໄດ້ກໍານົດໄວ້ຢ່າງຈົບງາມ, ຕາມຄຳຂວັນທີ່ວ່າ: “ຍົກສູງຄວາມສາມາດການນຳພາຂອງພັກ ໃນການພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ ໃຫ້ທັນສະໄໝ, ກ້າວສູ່ເສດຖະກິດດີຈິຕອນ, ສີຂຽວ ແລະ ຍືນຍົງ”

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ

About -