ພິທີເປີດເວັບໄຊ໌ຖານຂໍ້ມູນ ລະບຽບການຂໍອະນຸຍາດດຳເນີນທຸລະກິດໃນ ສປປ ລາວ
By phaikhame evilay On 26 Jan, 2023 At 10:56 AM | Categorized As ຂ່າວສຳຄັນ | With 0 Comments

IMG_0030.1

                ນະຄອນຫຼວງວຽງຈັນ, ວັນທີ 25 ມັງກອນ ປີ 2023, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີເປີດເວັບໄຊ໌ຖານຂໍ້ມູນ ລະບຽບການຂໍອະນຸຍາດດໍາເນີນທຸລະກິດ ເພື່ອຊ່ວຍພາກທຸລະກິດໃຫ້ສາມາດເຂົ້າເຖິງຂໍ້ມູນດ້ານລະບຽນການເພື່ອເລີ່ມຕົ້ນ ແລະ ດຳເນີນທຸລະກິດ ໄດ້ຢ່າງງ່າຍດາຍ ໃນ ສປປ ລາວ ພ້ອມທັງຍັງຊ່ວຍປັບປຸງສະພາບແວດລ້ອມການດຳເນີນທຸລະກິດໂດຍລວມ ແລະ ກະຕຸ້ນການລົງທຶນໃນປະເທດ.

       ເວັບໄຊ໌ຖານຂໍ້ມູນລະບຽບການຂໍອະນຸຍາດດຳເນີນທຸລະກິດໃນ ສປປ ລາວ www.bned.moic.gov.la ເປັນຖານເກັບກຳ ແລະ ສະໜອງຂໍ້ມູນທາງອອນລາຍກ່ຽວກັບໃບຂໍອະນຸຍາດ, ໃບອະນຸຍາດ, ໃບຍັ້ງຢືນ, ໃບອະນຸຍາດອື່ນໆທີ່ຕ້ອງໄດ້ຂໍຈາກຂະແໜງການ ແລະ ໜ່ວຍງານຮັບຜິດຊອບ ທີ່ບຸກຄົນຕ້ອງຂໍອະນຸຍາດເພື່ອເລີ່ມຕົ້ນ ແລະ ດໍາເນີນທຸລະກິດ ໃນ ສປປ ລາວ. ເອກະສານແຕ່ລະລາຍການທີ່ເຜີຍແຜ່ໃນເວັບໄຊ໌ລວມມີ: ຂໍ້ມູນທົ່ວໄປທີ່ລະບຸໃບອະນຸຍາດໃດໜຶ່ງ, ​ຂອບກົດໝາຍເພື່ອຂໍໃບອະນຸຍາດ ແລະ ຂັ້ນຕອນ, ເອກະສານທີ່ຈຳເປັນ ແລະ ຫຼັກຖານ,​ ວິທີການນໍາສະເໜີ ແລະ ຂໍ້ມູນການຕໍ່ອາຍຸໃບອະນຸຍາດ ແລະ ຄ່າໃຊ້ຈ່າຍຕ່າງໆ. ປະຈຸບັນ, ເວັບໄຊ໌ນີ້ ສັງລວມເອົາ 362 ລາຍການ ຈາກບັນດາກະຊວງທີ່ກ່ຽວຂ້ອງທັງໝົົດ ເຊິ່ງໃນນີ້ລວມມີໃບອະນຸຍາດດຳເນີນທຸລະກິດ ແລະ ໃບຍັ້ງຢືນຕ່າງໆ.

 IMG_0012.2

          ພິທີເປີດເວັບໄຊ໌ ໃນຄັ້ງນີ້ ເປັນປະທານໂດຍທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເຂົ້າຮ່ວມໂດຍຕົວແທນຈາກພາກລັດທີ່ກ່ຽວຂ້ອງ, ຜູ້ໃຫ້ທຶນ ແລະ ສະມາຄົມທຸລະກິດຕ່າງໆ.

         ˝ເວັບໄຊ໌ນີ້ ຈະຊ່ວຍໃຫ້ເຈົ້າຂອງທຸລະກິດ ແລະ ຜູ້ປະກອບການສາມາດເຂົ້າເຖິງຂໍ້ມູນທີ່ຈຳເປັນ ເພື່ອເອົາໃບຂໍອະນຸຍາດດຳເນີນທຸລະກິດ, ໃບອະນຸຍາດສ່ວນຫຼາຍ ແລະ ໃບຍັ້ງຢືນຕ່າງໆທາງອອນລາຍ ແລະ ກໍຈະຊ່ວຍໃຫ້ພາກທຸລະກິດປະຢັດຄ່າໃຊ້ຈ່າຍ ແລະ ເວລາໃຫ້ແທດເໝາະກັບລະບຽບກົດໝາຍ. ເວັບໄຊ໌ຖານຂໍ້ມູນໃໝ່ນີ້ ແມ່ນມີຄວາມສຳຄັນໃນການສ້າງສະພາບແວດລ້ອມຂອງການດຳເນີນທຸລະກິດທີ່ໂປ່ງໃສ ແລະ ໄປຕາມລະບຽບຂອງການດຳເນີນທຸລະກິດ” ກ່າວໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ.

IMG_0002.3

        ເວັບໄຊ໌ຖານຂໍ້ມູນ ຈະມີຜົນຍາວນານ ແລະ ສະໜອງໂອກາດທີ່ດີໃນການປັບປຸງສະພາບການດຳເນີນທຸລະກິດ ແລະ ສ້າງຄວາມສຳພັນທີ່ດີຂຶ້ນລະຫວ່າງປະຊາຊົນ ແລະ ລັດຖະບານ, ສ້າງຄວາມເຊື່ອໝັ້ນ ແລະ ມີມູມມອງທີ່ດີຂຶ້ນຕໍ່ກັບການບໍລິການຂອງພາກລັດ.

 IMG_0038.4

         ເວັບໄຊ໌ຖານຂໍ້ມູນລະບຽບການຂໍອະນຸຍາດດຳເນີນທຸລະກິດໃນ ສປປ ລາວ ໄດ້ຮັບການສະໜັບສະໜູນໂດຍໂຄງການ LCT ທີ່ຖືກຈັດຕັ້ງປະຕິບັດໂດຍກະຊວງ ອຸດສາຫະກໍາ ແລະ ການຄ້າ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ການເງິນຈາກທະນາຄານໂລກ ແລະ ສົມທົບທຶນເພີ່ມເຕີມຈາກປະເທດອົດສະຕາລີ, ໄອແລນ ແລະ ສະຫະລັດອາເມລິກາ. ໂຄງການດັ່ງກ່າວ ມີຈຸດປະສົງເພື່ອຫຼຸດຜ່ອນອຸປະສັກ ທີ່ກີດຂວາງຕໍ່ການຂະຫຍາຍຕົວຂອງພາກເອກະຊົນ ໂດຍຜ່ານການປັບປຸງສະພາບແວດລ້ອມດ້ານການດໍາເນີນທຸລະກິດ ແລະ ດ້ານລະບຽບການຕ່າງໆ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ເພີ່ມທະວີຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດ.

ພາບ ໂດຍ: ໄພຄໍາອີ ວິໄລຄໍາ

ແຫ່ລງຂ່າວ:  ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງ ອຄ