ເປີດງານສັບປະດາ ຊັບສິນທາງປັນຍາ ປະຈໍາປີ 2022
By ໄພວັນ On 20 Jan, 2023 At 02:33 PM | Categorized As ຂ່າວສຳຄັນ | With 0 Comments

IMG_0226.999

ໃນຕອນບ່າຍຂອງວັນທີ 19 ມັງກອນ 2023 ທີ່ ສູນການຄ້າວຽງຈັນເຊັນເຕີ, ໄດ້ມີພິທີເປີດ ງານສັບປະດາຊັບສິນທາງປັນຍາ ປະຈໍາປີ 2022, ໃຫ້ກຽດເປັນປະທານໃນງານໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ຜູ້ເຂົ້າຮ່ວມມີ ບັນດາທ່ານຫົວໜ້າກົມ, ຫົວໜ້າ ຫ້ອງການ, ສະຖາບັນຄົ້ນຄວ້າອຸດສາຫະກໍາ ແລະ ການຄ້າ, ບັນດາພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

 ໃນງານ ທ່ານ ນ. ສີດາ ຢູຕຼີຈັນທະຈັກ, ຮັກສາການແທນຫົວໜ້າກົມຊັບສິນທາງປັນຍາ, ກຊ ອຄ ໄດ້ກ່າວຈຸດປະສົງຂອງງານວ່າ: ງານສັບປະດາຊັບສິນທາງປັນຍາ ປະຈໍາປີ 2022 (IP Week 2022) ໃນຄັ້ງນີ້ ຈະໄດ້ຈັດຂຶ້ນເປັນເວລາ 04 ວັນ, ໃນລະຫວ່າງວັນທີ 19-22 ມັງກອນ 2023, ງານດັ່ງກ່າວ ແມ່ນໄດ້ມີພິທີເປີດການນໍາໃຊ້ລະບົບການຢື່ນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາຜ່ານທາງອອນລາຍ (E-filling) ຢ່າງເປັນທາງການ ເຊີ່ງໂຄງການ E-filling ແມ່ນໄດ້ລິເລີມແຕ່ປີ 2018 ເປັນຕົ້ນມາໂດຍການສະໜັບສະໜູນ ຂອງອົງການຊັບສິນທາງປັນຍາໂລກ ແລະ ທຶນຈໍານວນໜຶ່ງຈາກໂຄງການ (USAID) LBE ໂດຍມີທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ເປັນຄູ່ຮ່ວມພັດທະນາ ໃນການສ້າງລະບົບໂອນເງິນຜ່ານ I-Banking, ລະບົບດັ່ງກ່າວເປັນລະບົບທີ່ທັນສະໄໝ ທີ່ຈະຊ່ວຍອໍານວຍຄວາມສະດວກໃຫ້ແກ່ສັງຄົມ ໃນການຈົດທະບຽນຊັບສິນອຸດສາຫະກໍາຜ່ານທາງອອນລາຍ, ມີຂໍ້ມູນທີ່ຖືກຕ້ອງຊັດເຈນ ກ່ຽວກັບຊັບສິນທາງປັນຍາ, ມີຄວາມສະດວກວ່ອງໄວ ແລະ ປະຢັດເວລາ.IMG_0139.999

ນອກຈາກນັ້ນ, ພາຍໃນງານຈະມີການວາງສະແດງຜົນງານທາງດ້ານຊັບສິນທາງປັນຍາ ແລະ ໂຄສະນາເຜີຍແຜ່ ຄວາມຮູ້ທາງດ້ານຊັບສິນທາງປັນຍາ ໃຫ້ແກ່ສາລະນະຊົນ ໂດຍສະເພາະໄວໜຸ່ມ ແລະ ຜູ້ປະກອບການໄດ້ຮັບຮູ້ ແລະ ເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທໍາ ເພື່ອເຮັດໃຫ້ມວນຊົນ ໂດຍສະເພາະແມ່ນນັກຄົ້ນຄວ້າ, ນັກວິທະຍາສາດ, ນັກປະດິດສ້າງ, ນັກປະດິດຄິດແຕ່ງ, ນັກຮຽນຮູ້ນັກສຶກສາ ໄດ້ຮັບຮູ້ຂໍ້ມູນຂ່າວສານ ກ່ຽວກັບວຽກງານຄຸ້ມຄອງ ແລະ ການປົກປ້ອງຊັບສິນທາງປັນຍາ ເຊັ່ນ: ສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກຳ, ແບບຜັງວົງຈອນລວມ, ເຄື່ອງໝາຍການຄ້າ, ຖິ່ນກໍາເນີດ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ພູມປັນຍາພື້ນບ້ານອັນເປັນມູນເຊື້ອ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳ. ພ້ອມກັນນີ້ ຍັງເປັນການສະແດງເຖິງ ການເຄົາລົບສິດ ແລະ ການປົກປ້ອງຜົນປະໂຫຍດ ຂອງນັກຄົ້ນຄວ້າ, ນັກປະດິດສ້າງ ແລະ ນັກປະດິດຄິດແຕ່ງ ເພື່ອຊຸກຍູ້ສົ່ງເສີມຄວາມຄິດສ້າງສັນ ຂອງປະຊາຊົນບັນດາເຜົ່າ ເຊີ່ງປີນີ້ຄໍາຂວັນຂອງງານສັບປະດາຊັບສິນທາງປັນຍາແມ່ນ “ ໜຶ່ງຜະລິດຕະພັນ ເປັນໜຶ່ງຊັບສິນທາງປັນຍາ Through IP ” ທັງນີ້ກໍເປັນການສົ່ງເສີມທຸລະກິດ SMEs ນໍາໃຊ້ຊັບສິນທາງປັນຍາເຂົ້າໃນການສ້າງມູນຄ່າທາງດ້ານທຸລະກິດ ຢ່າງມີປະສິດທິພາບ. ດັ່ງນັ້ນ, ກົມກໍໄດ້ຄັດເລືອກເອົາບາງບໍລິສັດ SMEs ທີ່ໄດ້ນໍາໃຊ້ຊັບສິນທາງປັນຍາເຂົ້າໃນການຂະຫຍາຍຕະຫຼາດອອກສູ່ຕ່າງປະເທດເປັນກຸ່ມທໍາອິດ ໂດຍສະເພາະແມ່ນການນໍາໃຊ້ລະບົບການທະບຽນສາກົນກ່ຽວກັບເຄື່ອງໝາຍ (Madrid Protocol) ເພື່ອສົ່ງເສີມການສົ່ງອອກສິນຄ້າຂອງຕົນ ແລະ ມີພິທີມອບໃບຍ້ອງຍໍ ໃນວາລະພິທີຄັ້ງນີ້. ນອກນັ້ນ ຈະມີງານວາງສະແດງ 06 ສິນຄ້າຖິ່ນກໍາເນີດ ຂອງ ສປປ ລາວ ທີ່ໄດ້ຮັບການຈົດທະບຽນເປັນຖິ່ນກໍາເນີດ, ສິນຄ້າໂອດ໋ອບ, ສິນຄ້າຜູ້ປະກອບການ SMEs, ຜົນງານຮູບແຕ້ມ ຂອງສະມາຄົມວິຈິດສິນ ແລະ ອື່ນໆ ລວມທັງໝົດ 20 ບູດ ວາງສະ

ແດງ, ພ້ອມນັ້ນ ກໍມີງານສໍາມະນາບັນດາຫົວຂໍ້ຕ່າງໆ ທີ່ກ່ຽວຂ້ອງກັບຊັບສິນທາງປັນຍາ, ການປະກວດແຂ່ງຂັນແຕ່ງບົດຄວາມ, ການແຂ່ງຂັນອອກແບບເຄື່ອງໝາຍການຄ້າ ທີ່ຈະນໍາໃຊ້ໃນຜະລິດຕະພັນ ຫຼື ການບໍລິການໃດໜຶ່ງ ແລະ ການນໍາສະເໜີບັນດາສິນຄ້າຖິ່ນກໍາເນີດຂອງ ສປປ ລາວ ອີກດວ້ຍ.

ໄລຍະຜ່ານມາ ກົມກໍໄດ້ເອົາໃຈໃສ່ໃນການສ້າງຄວາມເຂົ້າໃຈ ແລະ ຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ, ຜູ້ປະກອບການຂະໜາດນ້ອຍ ແລະ ກາງ (SME), ເຫັນໄດ້ຄວາມສໍາຄັນຂອງຊັບສິນທາງປັນຍາ ຕໍ່ທຸລະກິດຂອງຕົນ ກໍຄື ຜະລິດຕະພັນສິນຄ້າຕ່າງໆ. ພ້ອມກັນນັ້ນ ກົມຍັງໄດ້ຈັດຕັ້ງປະຕິບັດການແບ່ງຂັ້ນຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາແຂວງ ແລະ ນະຄອນຫຼວງ, ເປັນເຈົ້າການໃນການຮັບຄໍາຮ້ອງ, ປັດຈຸບັນ ແມ່ນສໍາເລັດໃນການແບ່ງຂັ້ນຄຸ້ມຄອງໄປແລ້ວ 08 ແຂວງ ແລະ ຈະສືບຕໍ່ໃຫ້ສໍາເລັດພາຍໃນປີ 2023 ນີ້, ນອກຈາກນັ້ນ, ກົມຈະໄດ້ສຸມໃສ່ໃນການປັບປຸງກົດໝາຍ, ບັນດາຂໍ້ຕົກລົງ, ຍຸດທະສາດ ຊັບສິນທາງປັນຍາ ຮອດປີ 2030 ແລະ ກະກຽມເປີດຝຶກອົບຮົມ ກ່ຽວກັບໂຄງການນຳໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດ ເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ, ເພື່ອຊ່ວຍກຸ່ມຜູ້ຜະລິດ ໃນການສ້າງມູນຄ່າເພີ່ມຜະລິດຕະພັນສິນຄ້າ (ODOP), ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ໃຫ້ແກ່ສິນຄ້າຫັດຖະກຳລາວ ໃນຂອບເຂດທົ່ວປະເທດ; ໃນໂຄງການສ້າງຄວາມເຂັ້ມແຂງໃຫ້ຂະແໜງການຂັ້ນທ້ອງຖິ່ນ, ຜູ້ຜະລິດ-ຜູ້ປະກອບການ ເສັ້ນໄໝ ແລະ ຜ້າໄໝ ເພື່ອກະກຽມຈົດທະບຽນຖິ່ນກຳເນີດ ແລະ ປົກປ້ອງຖິ່ນກຳເນີດເຂົ້າໄກ່ນ້ອຍ,  ທີ່ໄດ້ຮັບການສະຫນັບສະໜູນຈາກໂຄງການຕ່າງໆ, ທັງນີ້ ກໍເພື່ອເປັນການຜັນຂະຫຍາຍແນວຄວາມຄິດ “ໜຶ່ງຜະລິດຕະພັນ ໜຶ່ງຊັບສິນທາງປັນຍາ” ຂອງກົມຊັບສິນທາງປັນຍາ ແນໃສ່ສ້າງຜະລິດຕະພັນສິນຄ້າຂອງ ສປປ ລາວ ໃຫ້ມີຄວາມໂດດເດັ່ນເປັນທີ່ປະຈັກຕາ ແລະ ມີຊື່ສຽງ ສາມາດແຂ່ງຂັນໃນພາກພື້ນ ແລະ ສາກົນ.

ພາຍໃນງານວາງສະແດງ ກົມຊັບສິນທາງປັນຍາກໍມີການບໍລິການໃຫ້ຄໍາປຶກສາ, ຈັດເວທີສົນທະນາ ກ່ຽວກັບຄວາມຮູ້ພື້ນຖານ ສິດທິບັດ, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ເຄື່ອງໝາຍການຄ້າ ກັບວິສາຫະກິດ, ການແກ້ໄຂຂໍ້ຂັດແຍ້ງການລະເມີດທາງດ້ານຊັບສິນທາງປັນຍາ ໃຫ້ຜູ້ທີ່ມີຄວາມສົນໃຈ ກ່ຽວກັບຊັບສິນທາງປັນຍາ ພາຍໃນງານ ຕື່ມອີກ.

IMG_0283.9999

ຂ່າວ ແລະ ພາບ: ທ ໄພວັນ ໂຄດວັນທາ

About -