ກອງປະຊຸມວຽກງານຊັບສິນທາງປັນຍາ ໃນທົ່ວປະເທດ ປະຈຳປີ 2022
By ໄພວັນ On 20 Jan, 2023 At 01:46 PM | Categorized As ຂ່າວສຳຄັນ | With 0 Comments

IMG_0024.888

     ໃນຕອນເຊົ້າວັນທີ 19 ມັງກອນ 2023, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມວຽກງານຊັບສິນທາງປັນຍາ ທົ່ວປະເທດ ປະຈຳປີ 2022 ທີ່ຫ້ອງປະຊຸມຊັ້ນ 1  ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ; ຜູ້ເຂົ້າຮ່ວມມີ ຫົວໜ້າກົມ/ຮອງຫົວໜ້າກົມຊັບສິນທາງປັນຍາ, ມີບັນດາທ່ານຫົວໜ້າກົມ, ຫົວໜ້າຫ້ອງການ, ສະຖາບັນ, ຫົວໜ້າພະແນກ, ຮອງພະແນກອຸກສາຫະກໍາ ແລະ ການຄ້າ ແຂວງ/ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ແລະ ພະນັກງານທີ່ກ່ຽວຂ້ອງ ຈໍານວນ 100 ທ່ານ.

     ທ່ານປະທານກອງປະຊຸມໄດ້ກ່າວວ່າ: ເພື່ອເປັນການທົບທວນກວດກາຄືນການຈັດ​ຕັ້ງ​ປະຕິບັດ​ວຽກ​ງານຊັບສິນທາງປັນຍາ ໃນຂອບເຂດທົ່ວປະເທດ, ຊຶ່ງພວກເຮົາຈະໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ປະກອບຄໍາຄິດເຫັນ, ປຶກສາ​ຫາລື​​ແກ້​ໄຂ​ບັນຫາ​ຄົງ​ຄ້າງ​ ໂດຍສະເພາະກົນ​ໄກ​ການ​ປະສານ​ງານ​ ລະຫວ່າງ​ຂັ້ນ​ສູນກາງ ​ແລະ ທ້ອງ​ຖິ່ນ​. ພ້ອມດຽວກັນນີ້, ກໍຈະໄດ້ກໍານົດຄາດໝາຍສູ້ຊົນໃນປີ 2023 ແນໃສ່ພັດທະນາວຽກງານຊັບສິນທາງປັນຍາໃຫ້ມີຄວາມກ້າວໜ້າ ແລະ ຂະຫຍາຍການບໍລິການໃຫ້ທົ່ວເຖິງໃນຂອບເຂດທົ່ວປະເທດ​, ຊຸກຍູ້​ສົ່ງ​ເສີມການສ້າງມູນຄ່າເພີ່ມ ແລະ ສ້າງຄວາມສາມາດໃນການແຂ່ງຂັນຂອງທຸລະກິດ, ຍາດແຍ່ງເອົາການລົງທຶນພາຍໃນ ແລະ ຕ່າງປະເທດ, ​​ສ້າງ​ເງື່ອນ​ໄຂ​ໃນການຍົກລະດັບການໃຫ້ບໍລິການດ້ານຊັບສິນທາງປັນຍາຂອງ​ທ້ອງ​ຖິ່ນໃຫ້​ມີ​ຄວາມ​ເຂົ້າ​ໃຈ ແລະ ມີ​ຄວາມ​ເປັນ​ເອກະ​ພາບ​ສູງ​ຕໍ່ວຽກ​ງານການ​ພັດທະນາ ​ແລະ ການບໍລິການ​ຊັບ​ສິນ​ທາງ​ປັນຍາ ເພື່ອປະກອບສ່ວນເປັນກໍາລັງແຮງຢ່າງຕັ້ງໜ້າ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​-ສັງ​ຄົມ ​ແລະ ຍົກ​ສູງ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ.IMG_0076.88

 ທ່ານ ນ. ສີດາ ຢູຕຼີຈັນທະຈັກ, ຮັກສາການແທນຫົວໜ້າກົມຊັບສິນທາງປັນຍາ (ອຄ) ໄດ້ຜ່ານບົດລາຍງານ ຜົນສໍາເລັດການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາ ປະຈໍາປີ 2022 ແລະ ທິດທາງແຜນພັດທະນາວຽກງານຊັບສິນທາງປັນຍາ ປະຈຳປີ 2023 ວ່າ: ໜຶ່ງປີຜ່ານມາ, ກົມໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ, ຜູ້ປະກອບການຂະໜາດນ້ອຍ ແລະ ກາງ (SMEs), ນັກທຸລະກິດ, ກຸ່ມຜູ້ຜະລິດ, ຊາວກະສິກອນ ໃຫ້ເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເປັນສິນຄ້າ.

ວຽກງານໃຫ້ບໍລິການຊັບສິນທາງປັນຍາ ແມ່ນໄດ້ຮັບຄໍາຮ້ອງຂໍຈົດທະບຽນ ຮັບສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ແຈ້ງຂໍ້ມູນ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ຈຳນວນ 4.719 ຄໍາຮ້ອງ; ໄດ້ຄົ້ນຄວ້າການຄັດຄ້ານ, ກວດສອບເບື້ອງຕົ້ນ, ກວດສອບເນື້ອໃນ, ປະຕິເສດຈົດທະບຽນ, ຕໍ່ອາຍຸໃບທະບຽນ,  ມອບໂອນສິດ, ປ່ຽນຊື່ ແລະ ທີ່ຢູ່, ອອກໃບຢັ້ງຢືນການແຈ້ງຂໍ້ມູນລິຂະສິດ, ອອກແຈ້ງການ ແລະ ກວດຄົ້ນຂໍ້ມູນຕ່າງໆກ່ຽວກັບຊັບສິນທາງປັນຍາ ຈໍານວນ  5.365 ສະບັບ; ອອກໃບອະນຸຍາດຕົວແທນການບໍລິການທາງດ້ານຊັບສິນທາງປັນຍາ ຈໍານວນ 04 ບໍລິສັດ. ນອກຈາກນັ້ນ ກໍໄດ້ກະກຽມເປີດການນໍາໃຊ້ລະບົບ ການຢື່ນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາຜ່ານທາງອອນລາຍ (E-filling) ເພື່ອໃຫ້ບໍລິການແກ່ສັງຄົມ.

ການສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ ກົມກໍໄດ້ເອົາໃຈໃສ່ລົງເຄື່ອນໄຫວວຽກງານ ໂດຍສະເພາະການແບ່ງຂັ້ນຄຸ້ມຄອງວຽກງານຊັບສິນທາງປັນຍາ ແລະ ຝຶກອົບຮົມ ແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ໃນຂອບເຂດທົ່ວປະເທດ ຊຶ່ງສຳເລັດໄປແລ້ວ 7 ແຂວງ ແລະ ຍັງອີກ 11 ແຂວງ ທີ່ຈະຕ້ອງສືບຕໍ່ເຮັດໃຫ້ສໍາເລັດ. ພ້ອມກັນນັ້ນ ກົມຈະໄດ້ເລັ່ງໃສ່ການສ້າງຊັບສິນທາງປັນຍາ ໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ຫຼື SMEs ໂດຍສະເພາະ ແມ່ນສິນຄ້າ ODOP ເພື່ອເຮັດໃຫ້ແນວຄວາມຄິດ “ໜຶ່ງຜະລິດຕະພັນ ໜຶ່ງຊັບສິນທາງປັນຍາ: ສ້າງມູນຄ່າທາງທຸລະກິດຜ່ານຊັບສິນທາງປັນຍາ” ໃຫ້ບັນລຸຕາມໝາກຜົນ ແລະ ເປົ້າໝາຍທີ່ໄດ້ວາງໄວ້ ແລະ ອື່ນໆ.      IMG_0058.88

ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຄ ກໍໄດ້ມີຄໍາເຫັນ ຊຶ່ງທ່ານກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ທີ່ກົມຍາດມາໄດ້ໃນໄລຍະ 1 ປີຜ່າມມາ, ພ້ອມດຽວກັນນັ້ນ ທ່ານກໍໄດ້ມີຄໍາເຫັນຕໍ່ບົດລາຍງານ ແລະ ຕໍ່ບາງບັນຫາທີ່ກົມດັ່ງກ່າວ ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂປັບປຸງໃນຕໍ່ໜ້າ ເພື່ອຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່ກວ່າເກົ່າໃນປີ 2023, ໂດຍສະເພາະຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານແບ່ງຂັ້ນຄຸ້ມຄອງ ສືບຕໍ່ຖ່າຍທອດຄວາມຮູ້ ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ ໃນການຮັບຄຳຮ້ອງທີ່ຍັງເຫຼືອອີກ 11 ແຂວງ; ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານຊັບສິນທາງປັນຍາແກ່ພະນັກງານພາຍໃນກະຊວງ, ພະແນກ ອຄ ແຂວງ, ນະຄອນຫຼວງ ແລະ ຂະແໜງການອື່ນໆ ຕະຫຼອດຮອດພາກທຸລະກິດ ເພີ່ມຕື່ມ; ການຫັນເປັນທັນສະໄໝໃນການບໍລິການຊັບສິນທາງປັນຍາ ໂດຍນຳໃຊ້ລະບົບ E-Filling ຕ້ອງໄດ້ສ້າງຄວາມພ້ອມພາຍໃນໃຫ້ເຂັ້ມແຂງ ໂດຍສະເພາະແມ່ນລະບົບ ແລະ ບຸກຄະລາກອນທີ່ຈະຮັບຜິດຊອບລະບົບດັ່ງກ່າວ; ຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ຫຼື SMEs ໃຫ້ນໍາໃຊ້ຊັບສິນທາງປັນຍາເຂົ້າໃນທຸລະກິດຂອງຕົນໃຫ້ຫຼາຍຂຶ້ນ; ພັດທະນາເຄື່ອງມືໃນການຄຸ້ມຄອງຊັບສິນທາງປັນຍາໃຫ້ຄົບຖ້ວນ ເປັນຕົ້ນ ແຜນຍຸດທະສາດ; ການປັບປຸງກົດໝາຍ, ຂໍ້ຕົກລົງ ແລະ ຄູ່ມືຕ່າງໆ; ເປັນຈຸດໃຈກາງໃນການຂຶ້ນແຜນງົບປະມານ, ປະສານສົມທົບ, ສະໜອງການຝຶກອົບຮົມ ແລະ ອຸປະກອນຮັບໃຊ້ໃນການເຮັດວຽກຕ່າງໆໃຫ້ຂະແໜງການທີ່ກ່ຽວຂ້ອງ.

  ພາບ ແລະ ຂ່າວ: ທ ໄພວັນ ໂຄດວັນທາ

About -