ກອງປະຊຸມຮ່ວມມືພັດທະນາອຸດສາຫະກຳ ແລະ ການຄ້າ ລາວ-ຫວຽດ 2022
By Miss Phetpakai SISOMBOUN On 26 Dec, 2022 At 04:35 PM | Categorized As ຂ່າວສຳຄັນ | With 0 Comments

IMG_0376                      IMG_8120

           ໃນລະຫວ່າງວັນທີ 23-26 ທັນວາ 2022, ຄະນະຜູ້ແທນລາວ ເຊິ່ງນຳພາໂດຍສະຫາຍ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ແລະ ສະຫາຍ ປອ ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຮາລອງ, ແຂວງ ກວາງນິງ, ສສ ຫວຽດນາມ ຕາມຄຳເຊີນຂອງສະຫາຍ ຫງຽນ ຫົງ ຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສສ ຫວຽດນາມ. ຈຸດປະສົງຕົ້ນຕໍໃນການເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນເທື່ອນີ້ແມ່ນເພື່ອຂົ້າຮ່ວມກອງປະຊຸມແຜນການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງພະລັງງານ ແລະ ບໍ່ແຮ່ແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສສ ຫວຽດນາມ ເຊິ່ງເປັນກົນໄກປົກກະຕິໃນການຮັດແໜ້ນການແລກປ່ຽນຮ່ວມມືລະຫວ່າງສາມກະຊວງ ແລະ ໃນປີນີ້ເປັນຮອບວຽນຂອງກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມເປັນເຈົ້າພາບ. ພິເສດໃນປີ 2022 ນີ້ ກໍ່ເປັນປີທີ່ສອງພັກ-ສອງລັດ ແລະ ປະຊາຊົນສອງປະເທດລາວ ແລະ ຫວຽດນາມເວົ້າລວມ, ເວົ້າສະເພາະ ສາມກະຊວງ ອຸດສາຫະກໍາ ແລະ ການຄ້າ , ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ແລະ ກະຊວງ ອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ພວມຢູ່ໃນບັນຍາກາດການສະເຫລີມສະຫລອງສອງວັນປະຫວັດສາດ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45  ປີ ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຫວຽດນາມ ຄົບຮອບ  60 ປີ ໂດຍກ່ອນໜ້ານີ້ ສາມ ກະຊວງກໍ່ໄດ້ພ້ອມກັນຈັດກິດຈະກຳຢູ່ໃນແຕ່jລະປະເທດຂອງໃຜລາວ ເປັນຕົ້ນ ການຈັດຕັ້ງປາຖະກະຖາເລົ່າມູນເຊື້ອ, ການຈັດກອງປະຊຸມສໍາມະນາວິທະຍາສາດ, ກອງປະຊຸມສົ່ງເສີມການຄ້າດ້ານສິນຄ້າ,ກອງປະຊຸມພົບປະຈັບຄູ່ທຸລະກິດ, ກອງປະຊຸມວຽກງານການຄ້າຊາຍແດນ ແລະ ງານວາງສະແດງສິນຄ້າລາວ-ຫວຽດນາມ ແລະ ອືື່ນໆ

IMG_0225

            ໃນພິທີດໍາເນີນກອງປະຊຸມ, ສະຫາຍ ຫງຽນ ຫົງ ຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ, ສະຫາຍ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ ແລະ ສະຫາຍ     ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ໄດ້ຜັດປ່ຽນກັນຂຶ້ນສະຫລຸບຕີລາຄາສະພາບການຮ່ວມມືໃນຂົງເຂດອຸດສາຫະກຳ, ການຄ້າ, ພະລັງງານ ແລະ ບໍ່ແຮ່ ໂດຍໄດ້ຍົກໃຫ້ເຫັນຜົນງານ-ຜົນສໍາເລັດການພົວພັນຮ່ວມມືໃນແຕ່ລະຂົງເຂດທີ່ຍາດມາໄດ້ໃນຊຸມປີທີ່ຜ່ານມາ, ທ່າແຮງ ແລະ ຄວາມອາດສາມາດບົ່ມຊ້ອນດ້ານການຮ່ວມມືພັດທະນາຂອງສອງປະເທດຍັງຄົງມີຢູ່, ບັນຫາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ພ້ອມທັງໄດ້ຊີ້ນໍາໃຫ້ລົງເລິກແລກປ່ຽນບົດຮຽນ-ປະສົບການໃນຫົວຂໍ້ທີ່ມີຄວາມສົນໃຈ, ກໍານົດທິດທາງ, ກົນໄກ ແລະ ມາດຕະການ ໃນການເພີ່ມທະວີ ແລະ ຊຸກຍູ້ ສົ່ງເສີມການຮ່ວມມືທາງດ້ານອຸດສາຫະກຳ, ການຄ້າ, ພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າ ເພື່ອກະກຽມເນື້ອໃນໃຫ້ແກ່ການດໍາເນີນກອງປະຊຸມທະວິພາຄີລະຫວ່າງລັດຖະບານ ສປປລາວ ແລະ ສສ ຫວຽດນາມຄັ້ງທີ 45 ທີ່ຈະຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນທ້າຍປີ 2022 ນີ້. ພ້ອມດຽວກັນ ກໍ່ຍັງໄດ້ມີພິທີປະດັບຫຼຽນໄຊ, ຫລຽນກາ ແລະ ໃບຍ້ອງຍໍ ໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມື ລາວ-ຫວຽດນາມ ໃນໄລຍະຜ່ານມາຂອງທັງສອງຝ່າຍ ແລະ ເຊັນບົດບັນທຶກຊ່ວຍຈຳ (MOU) ລະຫວ່າງ ສະຖາບັນອຸດສາຫະກຳ ແລະ ການຄ້າ ລາວ ແລະ ຫວຽດນາມ ໄລຍະ 5 ປີ ໃນຂອບການຮ່ວມມືດ້ານກົນໄກ ນະໂຍບາຍ, ການຄົ້ນຄວ້າວິໄຈ ອຸດສາຫະກຳປຸງແຕ່ງ ແລະ ການຜະລິດ, ການຊຸກຍູ້ ແລະ ອຸດສາຫະກຳສະອາດ ແລະ ບົດບັນທຶກຊ່ວຍຈຳ(MOU)ລະຫວ່າງ ກົມການນຳເຂົ້າ ແລະ ສົ່ງອອກ ລາວ ແລະ ຫວຽດນາມ ໃນຂອບການຮ່ວມມືສ້າງນະໂຍບາຍ ແລະ ການຄົ້ນຄວ້າດ້ານການຄ້າຊາຍແດນ, ການຂົນສົ່ງ, ນຳເຂົ້າ-ສົ່ງອອກ, ການພັດທະນາ SME ແນໃສ່ເພື່ອຊຸກຍູ້ ແລະ ໃຫ້ສາມາດບັນລຸເປົ້າໝາຍມູນຄ່າການຄ້າທີ່ສອງລັດຖະບານວາງອອກ

 WhatsApp Image 2022-12-26 at 1.50.11 PM

IMG_8293        IMG_8320

            ໃນໂອກາດເດີນທາງໄປເຂົ້າຮ່ວມກອງປະຊຸມແຜນການຮ່ວມມືໃນຄັ້ງນີ້, ຄະນະຜູ້ແທນລາວຍັງໄດ້ຮັບກຽດເຂົ້າຢ້ຽມຂໍ່ານັບສະຫາຍ ຟ້າມ ມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອແຈ້ງຈຸດປະສົງ ແລະ ຂໍທິດຊີ້ນໍາຕໍ່ບັນດາເນື້ອໃນແລກປ່ຽນທີ່ຄາດວ່າຈະປຶກສາຫາລືກັນຢູ່ກອງປະຊຸມ ເພື່ອໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍການຄ້າ ທີ່ສອງພັກ-ສອງລັດຖະບານ ລາວ-ຫວຽດນາມ ໄດ້ຕັ້ງໄວ້ຮ່ວມກັນຄືໃຫ້ເພີ່ມຂຶ້ນຢ່າງຕ່ຳ 10% ຂື້ນໄປ;  ເຂົ້າຢ້ຽມຂໍ່ານັບສະຫາຍ ວຸຍວັນຄາງ ຮອງເລຂາພັກແຂວງໆກວາງນິງ ເພື່ອແລກປ່ຽນສະພາບ, ຜົນສໍາເລັດດ້ານການພັດທະນາເສດຖະກິດ-ສັງຄົມຂອງ ແຂວງ ກວາງນິງ ແລະ ປຶກສາຫາລືຄວາມອາດສາມາດຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງແຂວງກວາງນິງ ກັບ ສປປ ລາວ ໃນຕໍ່ໜ້າ ເປັນຕົ້ນ ການພັດທະນາການທ່ອງທ່ຽວ, ອະສັງຫາລິມະຊັບ, ໂຮງແຮມ ແລະ ຮ້ານອາຫານທະເລ, ແລະ ອາຫານທະເລສົດ ແລະ ແຊ່ແຂງ. ໂດຍສະເພາະການ​ຮ່ວມ​ມື​ລະຫວ່າງ​ແຂວງ ກວາງ​ນິງ ກັບພິ​ເສດ​ແມ່ນ​ບັນດາ​ແຂວງ​ພາກ​ເໜືອ​ຂອງ​ ລາວ​ ຄື: ແຂວງຫົວ​ພັນ, ແຂວງຫຼວງ​ພະ​ບາງ ​ແລະ ​ແຂວງ​ຊຽງ​ຂວາງ ໃນ​ຂົງ​ເຂດ​ພະລັງງານ, ການ​ສົ່ງ​ອອກ, ຊຸກຍູ້​ການ​ຄ້າ, ການ​ຮ່ວມ​ມື​ລະຫວ່າງ​ພາກທຸລະກິດ. ນອກນີ້, ຄະນະຜູ້ແທນລາວຍັງໄດ້ລົງເຄື່ອນໄຫວຢ້ຽມຢາມພື້ນຖານເສດຖະກິດ-ການຜະລິດ-ວັດທະນະທໍາຈຳນວນໜຶ່ງເປັນຕົ້ນ: ຢ້ຽມ ຢາມໂຮງງານຜະລິດລົດ Vinfast ໃນເຂດອຸດສາຫະກໍາ Dinh Vu (ຫາຍຟອງ), ໂຮງງານກັ່ນນໍ້າມັນ ຢູ່ເຂດເສດຖະກິດ Nghi Son ແຂວງ ແທງຫົວ ແລະ ຢ້ຽມຊົມແຫລ່ງທຳມະຊາດອ່າວຮາລອງ ເຊິ່ງເປັນສະຖານທ່ອງທ່ຽວທີ່ມີຊືືື່ສຽງຂອງແຂວງກວາງນິງ.

        ປີ 2021, ມູນຄ່າການຄ້າລາວ-ຫວຽດນາມ ມີມູນຄ່າ 1,37 ຕື້ກວ່າໂດລາສະຫະລັດ, ເພີ່ມຂຶ້ນ 33,32% ທຽບໃສ່ ປີ 2020. ໃນນັ້ນ, ມູນຄ່າການສົ່ງອອກຂອງລາວໄປຫວຽດນາມ ມີມູນຄ່າ 778 ລ້ານກວ່າໂດລາສະຫະລັດ ແລະ ມູນຄ່າການນໍາເຂົ້າຂອງລາວ ຈາກຫວຽດນາມ ມີມູນຄ່າ 594 ລ້ານກວ່າໂດລາສະຫະລັດ.

           ໃນ 11 ເດືອນຂອງປີ 2022, ມູນຄ່າການຄ້າ ລາວ-ຫວຽດນາມ ບັນລຸ 1,5 ຕື້ USD, ເພີ່ມຂຶ້ນ 24,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ໃນນີ້ ລາວ ສົ່ງອອກໄປຍັງຫວຽດນາມ ບັນລຸປະມານ 950 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 42.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ສິນຄ້າສົ່ງອອກຕົ້ນຕໍລວມມີ: ຢາງພາລາ; ໄມ້ ແລະ ຜະລິດຕະພັນໄມ້; ປຸ໋ຍທຸກຊະນິດ; ແຮ່​ທາດ​ ແລະ ​ອື່ນໆ. ລາວ ນໍາເຂົ້າຈາກ ຫວຽດນາມ ບັນລຸ 555,4 ລ້ານ USD, ເພີ່ມຂຶ້ນ 2,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ສິນຄ້ານໍາເຂົ້າຕົ້ນຕໍລວມມີ: ນ້ຳມັນເຊື້ອໄຟທຸກຊະນິດ; ຜັກ ແລະ ໝາກໄມ້; ປຸ໋ຍທຸກຊະນິດ. ໃນ​ຕະຫຼອດ​ປີ 2022, ມູນຄ່າການ​ຄ້າ​ສອງ​ຝ່າຍລາວ-ຫວຽດນາມ ຄາດ​ວ່າ​ບັນລຸ 1,66 ຕື້ USD, ​ເພີ່ມ​ຂຶ້ນ 21,3% ​ເມື່ອ​ທຽບ​ໃສ່​ປີ 2021.

           ໂດຍອີງໃສ່ຈິດໃຈຊີ້ນໍາຂອງກົມການເມືອງສູນກາງພັກ ແລະ ລັດຖະບານ ກໍຄື ອີງໃສ່ຄວາມອາດສາມາດບົ່ມຊ້ອນດ້ານການຮ່ວມມືພັດທະນາ ຂອງສອງປະເທດ, ໃນປີ 2023 ສອງຝ່າຍຈະສູ້ຊົນສືບຕໍ່ຊຸກຍູ້ມູນຄ່າການຄ້າລະຫວ່າງສອງປະເທດໃຫ້ເພີ່ມຂຶ້ນ 10-15% ທຽບໃສ່ປີ 2022 ແລະ ຈະຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ຕົກລົງເປັນເອກະພາບກັນໃນກອງປະຊຸມເທື່ອນີ້ເຂົ້າໃນແຜນຊຸກຍູ້ການຮ່ວມມືຂອງສອງຝ່າຍໃຫ້ເກີດເປັນຮູບປະທໍາ ແລະ ນໍາເອົາໝາກຜົນຕົວຈິງມາໃຫ້ປະຊາຊົນຂອງສອງຊາດ ລາວ ແລະ ຫວຽດນາມ.

                                                                                                                                                                                                                                 ພາບ-ຂ່າວ: ເພັດປະກາຍ ສີສົມບູນ