ເປີດກອງປະຊຸມ ປຸກລະດົມນັກທຸລະກິດເຂົ້າໄປລົງທຶນໃນເຂດຈຸດສຸມພັດທະນາເມືອງຮົ່ມ-ເມືອງໄຊສົມບູນ
By admin On 19 Feb, 2013 At 04:58 AM | Categorized As ຂ່າວສຳຄັນ | With 0 Comments
ໃນວັນທີ 24 ມັງກອນ 2013 ທີ່ ຫ້ອງການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດກອງປະຊຸມ ປຸກລະດົມ ນັກທຸລະກິດ ເຂົ້າໄປລົງທຶນໃນເຂດຈຸດສຸມພັດທະນາເມືອງຮົ່ມ-ເມືອງໄຊສົມບູນ ເປັນກຽດເຂົ້າຮ່ວມກອງປະຊຸມໂດຍ ພະນະທ່ານ ອາຊາງ ລາວລີ, ຮອງນາຍົກລັດຖະມົນຕີ. ທ່ານ ດຣ ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ. ທ່ານ ສະນັ່ນ ຈຸນລະມະນີ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ.
ທ່ານ ອາຊາງ ໄດ້ກ່າວຕໍ່ກອງປະຊຸມວ່າ: ເມືອງຮົ່ມ ແລະ ເມືອງໄຊສົມບູນ ແຂວງວຽງຈັນ ແມ່ນສອງເມືອງທີ່ຢູ່ໃນ 46 ເມືອງທຸກຍາກ ຊຶ່ງພັກ ແລະ ລັດຖະບານໄດ້ກຳນົດເອົາເປັນເຂດຈຸດສຸມສະເພາະ ສຳລັບການພັດທະນາ ເພື່ອໃຫ້ປະເທດຊາດສາມາດຫລຸດພົ້ນຈາກຄວາມທຸກຍາກໃນປີ 2015 ແລະ ຫລຸດພົ້ນອອກຈາກສະພາວະດ້ອຍພັດທະນາໃນປີ 2020. ສະນັ້ນ ຈຸດປະສົງຂອງກອງປະຊຸມແມ່ນເພື່ອເຊີນຊວນ ພາກທຸລະກິດ-ນັກທຸລະກິດ ຮ່ວມເປັນກຳລັງແຮງເຂົ້າໄປລົງທຶນ ເພື່ອພັດທະນາເມືອງຮົ່ມ ແລະ ເມືອງໄຊົມບູນ ຊຶ່ງມີລາຍລະອຽດຄື:
ທີ່ຕັ້ງ ແລະທ່າແຮງຂອງສອງເມືອງ
ເມືອງຮົ່ມ ແລະ ເມືອງໄຊສົມບູນ ເປັນເຂດພູດອຍສູງ ມີອາກາດຫນາວ-ເຢັນ (ສະເລ່ຍຫມົດປີ 20 ອົງສາ) ມີຫມອກ. ມີແມ່ນໍ້າ: ນໍ້າງື່ມ, ນໍ້າໂມ, ນໍ້າງິ້ວ, ນໍ້າເມີຍ, ນໍ້າອາວ, ນໍ້າອອມ, ນໍ້າຈ້າ. ມີບໍ່ແຮ່
ມີເນື້ອທີ່ການປູກຝັງ ແລະ ລ້ຽງສັດ. ມີ ພົນລະເມືອງ ເມືອງຮົ່ມ 32.075 ຄົນ ເມືອງໄຊສົມບູນ 27.572 ຄົນ
ມີໂຄງການພັດທະນາຄື:
Iພື້ນຖານໂຄງລ່າງ
ໂຄງການກໍ່ສ້າງເສັ້ນທາງ, ໂຄງການສຳຫລວດອອກແບບ ກໍ່ສ້າງ ແລະ ຊ້ອມແປງຊົນລະປະທານ,  ກໍ່ສ້າງສະຫນາມບິນ, ໂຄງການພັດທະນາຕົວເມືອງ, ໂຄງການພັດທະນາແຫລ່ງທ່ອງທ່ຽວທຳມະຊາດ
II ໂຄງການຊຸກຍູ້-ສົ່ງເສີມການຜະລິດ ແລະ ການບໍລິການ
ສຸມໃສ່ປູກຕົ້ນໄມ້ອຸດສາຫະກຳ (ຢາງພາລາ ຊຶ່ງມີຜົນຜະລິດແລ້ວຢູ່ເມືອງຮົ່ມ) ມັນຕົ້ນ, ສາລີ, ເຂົ້າ, ຫົວສາຄູ, ຕົ້ນໄມ້ກິນຫມາກ ແລະ ຜັກພືດຕ່າງໆ. ການລ້ຽງງົວ, ຄວາຍ, ແບ້, ຫມູ, ສັດປີກ ແລະ ປາ ເພື່ອຜະລິດເປັນສິນຄ້າ
ນອກນັ້ນຍັງມີໂຄງການຜະລິດອື່ນໆ ເຊັ່ນ:
(1) ໂຄງການສຶກສາສຳຫລວດ ແລະ ຂຸດຄົ້ນແຮ່ທອງແດງຢູ່ເຂດບ້ານນາໂພ-ຊຽງມີ ແລະ ເຂດຜາລະແວກ ເມືອງຮົ່ມ; ການສຳຫລວດ ແລະ ຂຸດຄົ້ນບໍ່ຄຳ, ບໍ່ທອງແດງ ແລະ ບໍ່ເງິນຢູ່ເມືອງໄຊສົມບູນ
(2) ການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກຂະຫນາດນ້ອຍ ເຊັ່ນ: ເຂື່ອນໄຟຟ້າບ້ານນໍ້າຜາໃຫຍ່ ເມືອງ ໄຊສົມບູນ, ເຂື່ອນໄຟຟານໍ້າຕູ້ ເມືອງຮົ່ມ.
ລຶບຊື່ ບໍລິສັດ ເບັສທ໌ເຟຣນດ໌ ອອກຈາກບັນຊີທະບຽນວິສາຫະກິດ