ປະທານປະເທດຢືນຢັນວ່າ: ລາວ ຈະຫລຸດພົ້ນຈາກການເປັນປະເທດດ້ອຍພັດທະນາໃນປີ 2020 ເພື່ອກ້າວ ເຂົ້າສູ່ປະເທດກໍາລັງພັດທະນາທີ່ມີລາຍໄດ້ລະດັບປານກາງ ແລະ ອຸດສາຫະກໍາສີຂຽວ ແລະ ຍືນຍົງໃນປີ 2030 ນີ້.
ທ່ານ ບຸນຍັງ ວໍລະຈິດ ປະທານປະເທດລາວ ຖະແຫລງຢືນຢັນ: ໃນໂອກາດສະເຫລີມສະຫລອງສົງການ ບຸນປີໃໝ່ລາວ ພ.ສ. 2561 ນີ້ວ່າ ເປົ້າໝາຍທີ່ສໍາຄັນທີ່ສຸດໃນການພັດທະນາ ສປປ ລາວ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ ກໍຄືການນໍາພາປະເທດຊາດ ໃຫ້ຫລຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ຢ່າງແທ້ຈິງ ພາຍໃນປີ 2020 ເພື່ອກ້າວໄປສູ່ປະເທດກໍາລັງພັດທະນາທີ່ມີລາຍໄດ້ລະດັບປານກາງ ແລະ ມຸ້ງໄປສູ່ອຸດສາຫະກໍາສີຂຽວທີ່ທັນສະໄໝໃນປີ 2030 ນີ້ ດັ່ງທີ່ທ່ານໄດ້ຢືນຢັນວ່າ: “ພ.ສ. 2561 ນີ້ ເປັນປີທີ 3 ແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ 8 ຊຶ່ງພວກເຮົາຈະໄດ້ພ້ອມກັນສຸມໃສ່ ຈັດຕັ້ງປະຕິບັດເປົ້າໝາຍສູ້ຊົນ ພັດທະນາປະເທດໃຫ້ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2020 ກ້າວໄປສູ່ປະເທດກໍາລັງພັດທະນາທີ່ມີລາຍໄດ້ລະດັບປານກາງຕາມທິດພັດທະນາສີຂຽວ ແລະ ຍືນຍົງເມື່ອເຖິງປີ 2030.”
ແຕ່ຢ່າງໃດກໍຕາມ ຄະນະກຳມະການ ວ່າດ້ວຍນະໂຍບາຍເພື່ອການພັດທະນາ ຊຶ່ງເປັນໜ່ວຍງານສະເພາະກິດໃນສະພາເສດຖະກິດ ແລະ ສັງຄົມຂອງອົງການສະຫະປະຊາຊາດຖະແຫລງການວ່າ: ລັດຖະບານລາວສາມາດຈັດຕັ້ງປະຕິບັດໄດ້ແລ້ວ 2 ໃນ 3 ເງື່ອນໄຂ ທີ່ເປັນເກນມາດຕະຖານຂອງສະຫະປະຊາຊາດ ໃນການຫລຸດພົ້ນອອກຈາກສະຖານະພາບຂອງການເປັນປະເທດດ້ອຍພັດທະນາ ຊຶ່ງເມື່ອປະເມີນຈາກການຈັດຕັ້ງປະຕິບັດ ຂອງລັດຖະບານລາວ ໃນໄລຍະຜ່ານມາຈົນເຖິງປັດຈຸບັນກໍເຮັດໃຫ້ສາມາດຄາດໝາຍໄດ້ວ່າ ສປປ ລາວ ຈະຫລຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາໄດ້ ໃນປີ 2024. ໂດຍທັງ 2 ເງື່ອນໄຂທີ່ລັດຖະບານລາວ ສາມາດຈັດຕັ້ງປະຕິບັດໄດ້ແລ້ວນັ້ນ ກໍຄືເກນມາດຕະຖານຂັ້ນຕ່ຳ ຂອງຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ທີ່ເກນມາດຕະຖານຂັ້ນຕ່ຳ ຂອງສະຫະປະຊາຊາດກຳນົດໄວ້ ທີ່ລະດັບ 1.242 ໂດລາຕໍ່ຄົນ ແຕ່ລັດຖະບານລາວ ກໍສາມາດຈັດຕັ້ງປະຕິບັດໄດ້ແລ້ວ ທີ່ລະດັບ 1.996 ໂດລາຕໍ່ຄົນ ໃນປີ 2015 ແລະ ດັດຊະນີຊັບສິນມະນຸດ (HAI) ຊຶ່ງເກນມາດຕະຖານຂອງສະຫະປະຊາຊາດ ໄດ້ກຳນົດໄວ້ ທີ່ອັດຕາສະເລ່ຍ 66 ເປີເຊັນ ລັດຖະບານລາວ ກໍສາມາດຈັດຕັ້ງປະຕິບັດໄດ້ແລ້ວ ທີ່ອັດຕາສະເລ່ຍ 72,8 ເປີເຊັນ ໃນປີ 2015 ຈຶ່ງເຫຼືອພຽງດັດຊະນີຄວາມອ່ອນໄຫວທາງເສດຖະກິດ (EVI) ເທົ່ານັ້ນ ທີ່ມາດຕະຖານຂອງສະຫະປະຊາຊາດກຳນົດໄວ້ ທີ່ລະດັບ 36,2 ເປີເຊັນ ຫາກແຕ່ລັດຖະບານລາວ ຍັງສາມາດຈັດຕັ້ງປະຕິບັດໄດ້ພຽງ 33,7 ເປີເຊັນເທົ່ານັ້ນ.
ກ່ອນໜ້ານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍໄດ້ຢືນຢັນວ່າ: ເປົ້າໝາຍຂອງລັດຖະບານລາວ ທີ່ຈະລົບລ້າງຄວາມຍາກຈົນໃຫ້ໄດ້ຢ່າງສິ້ນເຊີງ ເພື່ອທີ່ຈະເຮັດໃຫ້ລາວ ຫລຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ ຢ່າງແທ້ຈິງ ໃນປີ 2020 ນັ້ນ ບໍ່ໄດ້ໝາຍຄວາມວ່າ ຈະບໍ່ມີຄົນຍາກຈົນເຫຼືອຢູ່ໃນລາວເລີຍ ແຕ່ຢ່າງໃດ ຫາກແຕ່ແນໃສ່ເຮັດໃຫ້ປະຊາຊົນມີຢູ່ມີກິນ ໄດ້ຮັບການຮັກສາປິ່ນປົວເມື່ອເຈັບປ່ວຍ ລູກຫຼານໄດ້ເຂົ້າໂຮງຮຽນ ແລະ ສ້າງເງື່ອນໄຂໃຫ້ມີການຜະລິດສິນຄ້າ ແລະ ສະບຽງອາຫານທີ່ກຸ້ມຕົນເອງໄດ້ຢ່າງແທ້ຈິງ.
ທາງດ້ານ ທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກໍຍອມຮັບວ່າ: ການຈັດຕັ້ງປະຕິບັດແຜນການຫລຸດຜ່ອນ ບັນຫາຄວາມຍາກຈົນຂອງປະຊາຊົນລາວ ໃນປີ 2017 ເຖິງແມ່ນວ່າ ຈະປະຕິບັດໄດ້ເກີນຄາດໝາຍທີ່ວາງໄວ້ກໍຕາມ ແຕ່ກໍປາກົດວ່າ ສະພາບຊີວິດ ການເປັນຢູ່ຂອງປະຊາຊົນລາວ ຢູ່ໃນຕົວເມືອງກັບເຂດຊົນນະບົດ ມີການແຕກໂຕນກັນນັບມື້ນັບຫຼາຍຂຶ້ນ ໂດຍຈະເຫັນໄດ້ຢ່າງຊັດເຈນຈາກອັດຕາຄວາມຍາກຈົນ ຂອງປະຊາຊົນໃນເຂດນະຄອນວຽງຈັນຍັງເຫຼືອພຽງ 1 ເປີເຊັນ ເທົ່ານັ້ນ ໃນຂະນະທີ່ຄວາມທຸກຈົນຢູ່ທີ່ ແຂວງສາລະວັນ ຍັງສູງເຖິງ 49,8 ເປີເຊັນ.
ສ່ວນທ່ານ ບຸນປອນ ສີສຸລາດ ປະທານກຳມາທິການເສດຖະກິດເທັກໂນໂລຊີ ແລະ ສິ່ງແວດລ້ອມ ຂອງສະພາແຫ່ງຊາດລາວ ຖະແຫລງວ່າ: ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະ ສັງຄົມຂອງລັດຖະບານລາວ ໃນປີ 2017 ບໍ່ສາມາດບັນລຸຄາດໝາຍທີ່ວາງໄວ້ ໃນເກືອບທຸກດ້ານ ເຊັ່ນ: ການສະໜອງແຮງງານໄດ້ພຽງ 47,4 ເປີເຊັນ ຂອງແຜນການ ສ່ວນການເຂົ້າເຖິງຫລັກປະກັນດ້ານສຸຂະພາບຂອງປະຊາຊົນ ກໍສາມາດປະຕິບັດໄດ້ພຽງ 34,7 ເປີເຊັນ ໃນຂະນະທີ່ເປົ້າໝາຍໄດ້ວາງເອົາໄວ້ເຖິງ 51 ເປີເຊັນ ຂອງປະຊາກອນລາວທັງປະເທດ.
[ຂ່າວ:VOA]
[ຮຽບຮຽງໂດຍ: ນ ຖື]