ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ຊີ້ເຖິງ 5 ບັນຫາໃຫຍ່ໃນຂະແໜງແຜນການ-ການລົງທຶນ ແລະ ຂະແໜງການເງິນກໍ່ຄື ຂົງເຂດເງິນຕາ, ທີ່ຍັງບໍ່ທັນບັນລຸຕາມແຜນການ ຍ້ອນບັນຫາຫຍຸ້ງຍາກຕ່າງໆ, ໃຫ້ຮີບດ່ວນແກ້ໄຂ ເພາະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປີ 2018, ຕ້ອງມີຄວາມສູ້ຊົນສູງສຸດ ແລະ ປະຕິບັດເຂັ້ມງວດ ຕາມແຜນທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົາແລ້ວ. ຫ້າບັນຫາທີ່ວ່າຮີບດ່ວນແກ້ໄຂຄື: 1/ ຕ້ອງກຳໃຫ້ໄດ້ສາເຫດທີ່ແທ້ຈິງ ຂອງຄວາມຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນ. ສາເຫດພື້ນຖານ ພວກເຮົາຍັງບໍ່ສາມາດສ້າງລາຍຮັບພື້ນຖານ ລາຍຮັບທີ່ເຂັ້ມແຂງ ແລະ ຍືນຍົງ ຈາກຜູ້ປະກອບການພາຍໃນປະເທດ, ຜ່ານມາຍັງອາໄສການຂຸດຄົ້ນຊັບພະຍາກອນ ແລະ ຂາຍວັດຖຸດິບ; ອາໄສການຊ່ວຍເຫລືອລ້າ ແລະ ການກູ້ຢືມໃນອັດຕາທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ; ຈາກພັນທະ ຫລື ຄ່າຝາກຫລວງ, ຈາກບັນດາໂຄງການລົງທຶນໄລຍະຍາວ ແລະ ອື່ນໆ ເຊິ່ງເກືອບທັງໝົດ ແຫຼ່ງລາຍຮັບດັ່ງກ່າວ ບໍ່ສາມາດກາຍເປັນຖານລາຍຮັບອັນເຂັ້ມແຂງໃນປະຈຸບັນ.
ສາເຫດຕົ້ນຕໍ ແມ່ນຍ້ອນການຄຸ້ມຄອງວຽກງານແຜນການ-ລົງທຶນ, ຄຸ້ມຄອງລາຍຮັບ-ລາຍຈ່າຍບໍ່ທັນດີ ບໍ່ທັນເຂັ້ມງວດ ໂດຍສະເພາະການລະເມີດວິໄນແຜນການ-ການເງິນຢ່າງກວ້າງຂວາງ, ໜັກໜ່ວງໃນເວລາອັນຍາວນານພໍສົມຄວນເຊັ່ນ: 1/ ການຕົກລົງໂຄງການລົງທຶນຂອງລັດ ຍັງບໍ່ຄຳນຶງເຖິງຄວາມສາມາດຊຳລະສະສາງ ຂອງງົບປະມານ; ການລົງທຶນໃສ່ໂຄງລ່າງພື້ນຖານຢ່າງກວ້າງຂວາງໃຫຍ່ໂຕ ແຕ່ບໍ່ຕິດພັນກັບການດຳເນີນໂຄງການ ລົງທຶນທີ່ຈະສ້າງແຫລ່ງລາຍຮັບໂດຍກົງຕໍ່ງົບປະມານ, ປະປ່ອຍໃຫ້ມີສະພາບບັນດາໂຄງການລົງທຶນຂອງລັດ ມີມູນຄ່າສູງເກີນຄວາມຈິງຫລາຍເທົ່າ, ບວກກັບການລົງທຶນນອກແຜນຊະຊາຍ ແກ່ຍາວ, ພ້ອມກັນນັ້ນ ການທີ່ບໍ່ມີການແກ້ໄຂບັນຫາດ້ານລາຍຮັບຮົ່ວໄຫຼ, ຟຸມເຟືອຍລາຍຈ່າຍ, ຈ່າຍນອກແຜນ, ຈ່າຍເຂົ້າໂຄງການບໍ່ມີຕົວຕົນ, ໄດ້ສ້າງຄວາມຫາຍຍະນະຕໍ່ລະບົບການເງິນ-ງົບປະມານຂອງລັດ ກໍຄືຕໍ່ສະຖຽນລະພາບ ຂອງເສດຖະກິດມະຫາພາກນີ້ ຈຸດເປັນອ່ອນທີ່ພວກເຮົາສ້າງຂຶ້ນ.
2/ ຈຸດສຸມທີ່ ຕ້ອງເອົາໃຈໃສ່ນຳພາ-ບັນຊາ ເພື່ອຄວາມເຂັ້ມແຂງຂອງເສດຖະກິດມະຫາພາກ ຕິດພັນກັບການແກ້ໄຂການຂາດດຸນງົບປະມານ, ແກ້ໄຂໜີ້ສິນຂອງລັດ ແລະ ຮັກສາການເຕີບໂຕຂອງເສດຖະກິດໃຫ້ໄວຕໍ່ເນື່ອງແມ່ນ ຕ້ອງປະຕິບັດການປະຢັດ ລາຍຈ່າຍບໍລິຫານແບບຮັດສາຍແອວ ຢ່າງຈິງຈັງຕື່ມອີກ, ກີດກັ້ນເດັດຂາດ ການສ້າງໜີ້ສິນນອກແຜນ, ປະຕິບັດການຊຳລະສະສາງຕາມແຜນການຢ່າງເຂັ້ມງວດ, ກຳນົດແຜນການເຄື່ອນໄຫວວຽກງານຢູ່ພາຍໃນ ແລະ ຕ່າງປະເທດຢ່າງຮັດກຸມ ມີຈຸດສຸມ ແລະ ເກີດປະສິດທິຜົນຕົວຈິງ, ປັບປຸງລະບອບກົນໄກການບໍລິຫານໃຫ້ຮັດກຸມ, ແກ້ໄຂຊ່ອງວ່າງການຮົ່ວໄຫຼຂອງລາຍຮັບ, ຕັດຕອນການຟຸມເຟືອຍລາຍຈ່າຍ, ແກ້ໄຂເດັດຂາດ ຕໍ່ຜູ້ລະເມີດວິໄນແຜນການ-ການເງິນ, ການສວຍໃຊ້ໜ້າທີ່ກົດໜ່ວງ ຖ່ວງດຶງ ເພື່ອຕໍ່ລອງຜົນປະໂຫຍດຂອງເຈົ້າໜ້າທີ່ ທຸກລະດັບຂັ້ນ.
ພ້ອມກັນນັ້ນ ຕ້ອງດຳເນີນການຄຸ້ມຄອງການເຄື່ອນໄຫວລົງທຶນຕົວຈິງ ໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ, ຮັບປະກັນຜົນປະໂຫຍດຂອງຜູ້ລົງທຶນ ຄຽງຄູ່ກັບຮັບປະກັນຜົນປະໂຫຍດອັນຄົບຖ້ວນຂອງລັດ, ຮັບປະກັນວຽກເຮັດງານທຳ ແລະ ລາຍຮັບອັນຊອບທຳຕາມກົດໝາຍ ກໍຄືການພັດທະນາສີມືແຮງງານລາວ, ຖືອັນນີ້ເປັນໜຶ່ງໃນວິທີສຳຄັນຕົ້ນຕໍ ເພື່ອເພີ່ມລາຍຮັບຕົວຈິງຂອງປະຊາຊົນ ກໍຄືເພື່ອແກ້ໄຂຄວາມຫຍຸ້ງຍາກຂອງຄົວເຮືອນ.
3/ ດໍາເນີນການປັບປຸງໂຄງສ້າງຂອງບັນດາລັດວິສາຫະກິດ ເພື່ອຍົກປະສິດທິຜົນທາງທຸລະກິດໃຫ້ສູງຂຶ້ນ, ເພາະຄວາມຈິງ ຫລາຍໆວິສາຫະກິດ ຂອງພວກເຮົາເຄື່ອນໄຫວທຸລະກິດອ່ອນແອ, ປະສິດທິຜົນຍັງຕໍ່າ, ໜີ້ສິນສູງ ແລະ ຄຸມເຄືອ ແລະ ບໍ່ສາມາດແກ້ໄຂບັນດາບັນຫາທີ່ຊ້ຳເຮື້ອນີ້ດ້ວຍ ວິທີເກົ່າໆ, ເຖິງເວລາແລ້ວໃນປີ 2018 ນີ້ ຕ້ອງມີການບຸກທະລຸໃນການແກ້ໄຂບັນຫານີ້; ລັດຖະບານຕ້ອງມີມາດຕະການຕົວຈິງ ເພື່ອແກ້ໄຂ, ປັບປຸງລັດວິສາຫະກິດ ທີ່ລັດຖືຮຸ້ນ ຮ້ອຍເປີເຊັນ ເປັນລັດຮຸ້ນສ່ວນກັບເອກະຊົນຕ່າງປະເທດ ຫລື ພາຍໃນປະເທດ, ຫັນລັດວິສາຫະກິດຮຸ້ນສ່ວນເອກະຊົນ ກາຍເປັນບໍລິສັດມະຫາຊົນ ຕາມມາດຖານສາກົນ-ການບໍລິຫານແບບສາກົນ ແລະ ຍັງສາມາດ ມອບກິດຈະການທີ່ລົງທຶນຮ້ອຍເປີເຊັນ ໃຫ້ເອກະຊົນຊື້-ສຳປະທານຕາມກົດໝາຍ ເພື່ອໃຫ້ລັດຫລຸດຜ່ອນໜີ້ສິນໄປໃນໂຕ ຫລື ເພື່ອເຮັດໃຫ້ລັດມີເງິນສຳຮອງເພີ່ມຂຶ້ນ.
4/ ຮີບຮ້ອນກຳນົດຄືນການແບ່ງງານ ແລະ ຄວາມຮັບຜິດຊອບ ລະຫວ່າງ ກະຊວງຕ່າງໆຂອງລັດຖະບານ ແລະ ແຕ່ລະຂັ້ນຢູ່ທ້ອງຖິ່ນ (ແຂວງ, ເມືອງ, ບ້ານ) ໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງການລົງທຶນຂອງລັດ ກໍຄືການພິຈາລະນາຕົກລົງ ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ, ພ້ອມທັງຕໍ່ການດຳເນີນການຄຸ້ມຄອງລາຍຮັບ, ລາຍຈ່າຍງົບປະມານ, ເພື່ອທັງຮັບປະກັນການຈັດຕັ້ງປະຕິບັດ ມີຄວາມເອກະພາບ, ເປັນລະບົບເຂັ້ມແຂງແຕ່ເທິງລົງລຸ່ມ, ທັງຮັບປະກັນຄວາມເປັນເຈົ້າການສູງໃນການດຳເນີນວຽກງານ ໃນຄວາມຮັບຜິດຊອບຂອງຕົນ, ບໍ່ເອື່ອຍອີງ ຫລື ໂຍນຄວາມຮັບຜິດຊອບໃຫ້ກັນ, ນີ້ຄືວຽກງານທີ່ຈຳເປັນແຖວໜ້າ ທີ່ລັດຖະບານຕ້ອງໄດ້ບັນຊາແກ້ໄຂ ເພື່ອເຮັດໃຫ້ການຄຸ້ມຄອງວຽກງານແຜນການ-ການເງິນ ມີປະສິດທິພາບສູງຂຶ້ນ.
5/ ຄະນະພັກ, ອົງການປົກຄອງ ແຕ່ລະຂັ້ນຕ້ອງເພີ່ມທະວີຄວາມຮັບຜິດຊອບການຊີ້ນຳ-ນຳພາ ວຽກງານແຜນການ ແລະ ການລົງທຶນ ແລະ ວຽກງານການເງິນ-ງົບປະມານໃຫ້ເຂັ້ມງວດ, ໂດຍສຸມໃສ່ການສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ລັດຖະກອນ ຂອງຂະແໜງແຜນການ-ການລົງທຶນ ແລະ ຂະແໜງການເງິນທີ່ຕົນຮັບຜິດຊອບ ໃຫ້ມີຄວາມຈົ່ງຮັກພັກດີ, ມີຈັນຍາບັນຮັກວິຊາຊີບ, ປະຕິບັດວິໄນທາງດ້ານແຜນການ-ການເງິນ ຢ່າງເຄັ່ງຄັດ. ຖືເອົາຜົນປະໂຫຍດຂອງປະເທດຊາດເປັນຫລັກ, ມີລະບົບກວດກາ-ກວດການທີ່ເຂັ້ມງວດ ແລະ ດຳເນີນຢ່າງເປັນປົກກະຕິ, ຮັບປະກັນຄວາມໂປ່ງໃສໃນທຸກຂັ້ນຕອນຂອງການປະຕິບັດ.
ແຫຼ່ງຂ່າວ: ໜັງສືພິມລາວພັດທະນາ