ພິທີປະກາດ ກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບກະຊວງອຸດສາຫະກໍາ ແລະ ການຄ້າ
By ໄພວັນ On 18 Jun, 2025 At 09:13 PM | Categorized As ຂ່າວສຳຄັນ | With 0 Comments

DSC_0548.jpg1

ຕອນບ່າຍຂອງວັນທີ 18 ມິຖຸນາ 2025 ທີ່ຫໍປະຊຸມແຫ່ງຊາດ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ກະຊວງພະລັງງານ ແລະ ບໍ່ແຮ່ ຈັດພິທີ ປະກາດການຈັດຕັ້ງ ກະຊວງອຸດສາຫະກໍາ ແລະ ການຄ້າ (ໃໝ່) ໂດຍການເປັນປະທານ ຂອງ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຜູ້ຊີ້ນໍາ-ນໍາພາການໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມມີ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີການນໍາພັກ-ລັດ, ຄະນະນໍາກະຊວງ, ພະນັກງານຫຼັກ ແຫຼ່ງ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງພະລັງງານ ແລະ ບໍໍ່ແຮ່, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ລັດວິສາຫະກິດ ແລະ ບໍລິສັດ ທີ່ຂຶ້ນກັບ ແລະ ແຂກຖືກເຊີນເຂົ້າຮ່ວມ.

DSC_0433.jpg1

ໂອກາດນີ້ ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຜ່ານບົດລາຍງານກ່ຽວກັບການກະກຽມ ແລະ ດໍາເນີນການປັບປຸງກົງຈັກການຈັດຕັ້ງໃນໄລຍະຜ່ານມາ ແລະ ທິດທາງແຜນການ ເຄື່ອນໄຫວໃນຕໍ່ໜ້າ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ ໃໝ່ ສາມາດເຄື່ອນໄຫວ ຕາມສິດ ແລະ ພາລະບົດບາດ ໃນການປະກອບສ່ວນສ້າງສາ ແລະ ພັດະທນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນ.

DSC_0527.jpg1

ໃນພິທີ ທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນິວົງ ຮອງລັດຖະມົນຕີ ກະຊວງປ້ອງການຄວາມສະຫງົບ, ຫົວໜ້າກົມໃຫຍ່ຕໍາຫຼວດ, ຕາງໜ້າໜ່ວຍງານຂອງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂື້ນຜ່ານ ມະຕິ ແລະ ລັດຖະດໍາລັດ ວ່າດ້ວຍ ແຕ່ງຕັ້ງ ທ່ານ ມະໄລທອງ ກົມມະສິດ ເປັນເລຂາຄະນະບໍລິຫານງານພັກ ເປັນລັດຖະມົນຕີ ກະຊວງ ອຄ  ແລະ ມະຕິວ່າດ້ວຍຮັບຮອງເອົາຄະນະບໍລິຫານງານພັກ ກະຊວງ ອຄ ຊຸດໃໝ່ ຈໍານວນ 11 ສະຫາຍຄື: 1. ສະຫາຍ  ມະໄລທອງ ກົມມະສິດ ເປັນເລຂາຄະນະພັກ; 2. ສະຫາຍ  ຈັນສະແຫວງ  ບຸນຍົງ ຮອງເລຂາຄະນະພັກ; 3. ສະຫາຍ ຈັນທະບູນ ສຸກອາລຸນ ກໍາມະການ, ຄະນະປະຈຳພັກ; 4. ສະຫາຍ ມະໂນທອງ ວົງໄຊ ກໍາມະການຄະນະພັກ; 5. ສະຫາຍ ນ ແສງເດືອນ ວົງອິນ ກໍາມະການຄະນະພັກ; 6.ສະຫາຍ ພຸດທະວັນ ນັນທະວົງ ກໍາມະການຄະນະພັກ; 7.ສະຫາຍ ບົວວັນ ວິລະວົງ ກໍາມະການຄະນະພັກ; 8. ສະຫາຍ ໄຊສົມເພັດ ນໍລະສິງ ກໍາມະການຄະນະພັກ; 9.ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ກໍາມະການຄະນະພັກ; 10. ສະຫາຍ ໄຊຊະນະ ໄຊຍະກອນ ກໍາມະການຄະນະພັກ; 11. ສະຫາຍ ອະພິສິດ ແສງສຸລິວົງ ກໍາມະການຄະນະພັກ.

DSC_0572.jpg1

ພ້ອມກັນນັ້ນ ທ່ານ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຍັງໄດຜ່ານແຈ້ງການຂອງຄະນະປັບປຸງກົງຈັກການຈັດຕັ້ງ  ກ່ຽວກັບການຮັບຮອງບຸກຄະລະກອນຂອງ ກະຊວງ ອຄ ຄື: ແຕ່ງຕັ້ງ ທ່ານ ຈັນສະແຫວງ ບຸນຍົງ, ທ່ານ ຈັນທະບູນ ສຸກອາລຸນ ແລະ ທ່ານ ມະໂນ ທອງວົງໄຊ ເປັນຮອງລັດຖະມົນຕີ ອຄ; ແຕ່ງຕັ້ງທ່ານ  ບົວວັນ ວິລະວົງ ເປັນຫົວໜ້າຫ້ອງການກະຊວງ; ທ່ານ ນາງ ແສງເດືອນ ວົງອິນ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ທ່ານ ພຸດທະວັນ ນັນທະວົງ ເປັນຫົວໜ້າກົມກວດກາ; ທ່ານ ນາງ ສັນຕິສຸກ  ພິມພະຈັນ ເປັນຫົວໜ້າກົມນະໂຍບາຍ, ແຜນພັດທະນາ ແລະ ປະເມີນຜົນ; ທ່ານ ປອ ບຸນເພັງ ສີບຸນເຮືອງ ເປັນຫົວໜ້າກົມອຸດສາຫະກຳປຸງແຕ່ງ; ທ່ານ ເພັດສະຫວັນ ລັດຕະນະທົງໄຊ ເປັນຫົວໜ້າກົມພະລັງງານ; ທ່ານ ບຸນຍົງ ສີດາວົງ ເປັນຫົວໜ້າ ກົມທໍລະນີສາດ ແລະ ບໍ່ແຮ່; ທ່ານ ໄຊຊະນະ ໄຊຍະກອນ ເປັນຫົວໜ້າກົມເຈລະຈາ ແລະ ຮ່ວມມືສາກົນ; ທ່ານ ສັນຕິສຸກ ພູນສະຫວັດ ເປັນຫົວໜ້າ ກົມການຄ້າພາຍໃນ; ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ເປັນຫົວໜ້າກົມການຄ້າຕ່າງປະເທດ; ທ່ານ ໄຊສົມເພັດ ນໍລະສິງ ເປັນຫົວໜ້າກົມຄຸ້ມຄອງຊັບສິນທາງປັນຍາ; ທ່ານ ສີສັງຄົມ ໂຄດໂຍທາ ເປັນຫົວໜ້າກົມມາດຕະຖານ ແລະ ວັດແທກ; ທ່ານ ອະພິສິດ ແສງສຸລິວົງ ເປັນຫົວໜ້າກົມຄຸ້ມຄອງວິສາຫະກິດ; ທ່ານ ນາງ ມະນີວອນ ວົງໄຊ ເປັນຫົວໜ້າກົມສົ່ງເສີມວິສາຫະກກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ; ແລະ ທ່ານ ອະນຸສັກ ພົງສະຫວັດ ເປັນຫົວໜ້າ ສະຖາບັນອຸດສາຫະກໍາ ແລະ ພະລັງານ.

DSC_0643.jpg1

ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຜູ້ຊີ້ນໍາ-ນໍາພາການໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ກຽດມີຄໍາເຫັນໂອລົມ ໃຫ້ທິດຊີ້ນໍາ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງສະມາຊິກພັກ-ພະນັກງານຂອງກະຊວງ ອຄ, ພ້ອມນັ້ນທ່ານໄດ້ຍົກໃຫ້ເຫັນສະພາບການປ່ຽນແປງໃໝ່ຂອງພາກພື້ນ ແລະ ສາກົນທີ່ມີຜົນກະທົບຕໍ່ເສດຖະກິດຂອງໂລກ ແລະ ພາຍໃນ ສປປລາວຂອງພວກເຮົາ ສະນັ້ນ ພັກ – ລັດຖະບານຈຶ່ງມີທິດໃນການປັບປຸງ ກົງຈັກການຈັດຕັ້ງ ໃຫ້ ກະທັດຮັດ  ສາມາດເຄື່ອນໄຫວ ໃຫ້ມີຄວາມໂລ່ງລ່ຽນ ມີປະສິດທິພາບ ສາມາດນໍາໃຊ້ຊັບພະຍາກອນ ບຸກຄົນ, ຊັບສິນເງິນຄໍາ ຂອງລັດໃຫ້ເກີດປະໂຫຍດສູງສຸດ  ສາມາດປະຢັດ ຮັບປະກັນຄວາມໂປ່ງໃສ ສາມາດເອື້ອອໍານວຍໃຫ້ການພັດທະນາ  ແລະ ກາຍເປັນແຮງດຶງດູດ ນັກລົງທຶນຕ່າງປະເທດ ໃຫ້ນັບມື້ນັບຫຼາຍຂຶ້ນ. ພ້ອມດຽວກັນນັ້ນ ທ່ານ ຍັງເນັ້ນໃຫ້ ສະມາຊິກພະນັກງານ ໃຫ້ມີຄວາມອຸ່ນອ່ຽງທຸ່ນທ່ຽງ ຕໍ່ແນວທາງການປ່ຽນແປງໃນໄລຍະໃໝ່ ຂອງພັກ – ລັດຖະບານ ເພື່ອນໍາພາປະເທດໃຫ້ມີຄວາມຈະເລີນຮຸງເຮືອງຂຶ້ນເທື່ອລະກ້າວ.

DSC_0439.jpg1

ໃນຕອນທ້າຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ຜູ້ໃໝ່)ຂື້ນຮັບໜ້າທີ່ ແລະ ຮັບຄໍາໂອວາດ ເຊິ່ງທ່ານ ເນັ້ນໜັກໃນການປະຕິບັດໜ້າທີ່ການເມືອງ ໃນໄລຍະໃໝ່ ຈະພ້ອມກັບຄະນະບໍລິຫານງານພັກ, ຄະນະນໍາ, ສະມາຊິກພັກ,  ພະນັກງານ ພາຍໃນກະຊວງ ອຸດສາຫະກໍາ ແລະ ການຄ້າ ເຊິ່ງຈະພະຍາຍາມສຸດຄວາມສາມາດ ທີ່ພັກ – ລັດຖະບານມອບໝາຍໃຫ້ມີຜົນສໍາເລັດ.

ຂ່າວ:ໄພວັນ ໂຄດວັນທາ

ພາບ: ສູນທອງ ພາວັນ

About -