ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມ ປຶກສາຫາລືເພື່ອຄວາມເປັນເອກະພາບຕໍ່ຮ່າງກົນໄກຮັບຄຳຮ້ອງທຸກ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຂະ ບວນການດໍາເນີນວຽກງານແກ້ໄຂຂໍ້ຂັດແຍ່ງໃນ ສປປ ລາວStrengthening E-Commerce Dispute Settlement Processes in Lao ຂຶ້ນໃນວັນທີ 17 ມິຖຸນາ 2025 ທີ່ ໂຮງແຮມ ຮໍລິເດອິນ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງ ອຄ, ທ່ານ Cameron Allan ຄະນະຮັບຜິດຊອບວຽກເສດຖະກິດ, ການຄ້າ ແລະ ໂຄງລ່າງພື້ນຖານສະຖານທູດອົດສະຕາລີປະຈຳລາວ; ທ່ານ Adrian Gilbert ຫົວໜ້າຝ່າຍປະສານງານຂອງໂຄງການ ການຄ້າເພື່ອການພັດທະນາພາກພື້ນ (RT4D), ທ່ານ ນາງ ສີອານົງ ພົມກອງ ຜູ້ຈັດການ RT4D ພ້ອມດ້ວຍຄະນະ;ບັນດາທ່ານ ຄະນະກົມ, ຄະນະພະແນກຈາກ ອຄ ແຂວງ ພາກກາງ ພ້ອມດ້ວຍວິຊາການກ່ຽວຂ້ອງຈາກພາກສ່ວນລັດ; ບໍລິສັດທີ່ປຶກສາ NaturBalance, ຕາງໜ້າຫົວໜ່ວຍທຸລະກິດການຄ້າທາງເອເລັກໂຕຣນິກເຂົ້າຮ່ວມ.
ທ່ານ ສັນຕິສຸກ ພູນສະຫວັດ ກ່າວວ່າ: ເພື່ອເປັນການຊຸກຍູ້, ສົ່ງເສີມວຽກງານຮັບຄຳຮ້ອງທຸກ ແລະ ແກ້ໄຂຂໍ້ຂັດແຍ່ງຂອງ ສປປ ລາວ ເຮົາມີຄວາມເຂັ້ມແຂງ, ວ່ອງໄວ ທັນກັບເວລາ ແລະ ອຳນວຍຄວາມສະດວກໃຫ້ທຸກພາກສ່ວນ ກະຊວງອຸດສາຫະກຳ ແລະ ການຄ້າ ກໍຄື ກົມການຄ້າພາຍໃນ ໄດ້ສະເໜີຂໍ ແລະ ຮັບໂຄງການ ສະໜັບສະໜູນຊ່ອຍເຫຼືອໃນການສ້າງຊ່ອງທາງຮັບຄຳຮ້ອງທຸກ ແລະ ແກ້ໄຂຂໍ້ຂັດແຍ່ງຜ່ານຊ່ອງທາງອອນລາຍ (ODR)ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກກອງທຶນການຄ້າພາກພື້ນເພື່ອການພັດທະນາ (The RegionalTrade for Development Facility ຫຼື RT4D ພາຍໃຕ້ຫົວຂໍ້ໂຄງການການສ້າງຄວາມເຂັ້ມແຂງໃຫ້ແກ່ຂະ ບວນການດຳເນີນວຽກງານແກ້ໄຂຂໍ້ຂັດແຍ່ງໃນ ສປປ ລາວ Strengthening E-Commerce Dispute Settlement Processes in Lao PDR ພາຍໃຕ້ຂອບການຮ່ວມມື ຂອບການຄ້າເສລີ ອາຊຽນ-ອົດສະຕຣາລີ-ນິວຊີແລນ (the ASEAN-Australia-New Zealand FTA ຫຼື AANZFTA),ໄລຍະການຈັດຕັ້ງປະຕິບັດໂຄງການ ແມ່ນເລີ່ມແຕ່ວັນທີ 21 ເມສາ 2025 ຫາ ວັນທີ 30 ສິງຫາ 2025ເຊິ່ງກົມການຄ້າພາຍໃນໄດ້ຮັບທຶນໂຄງການຊ່ວຍເຫຼືອ ແລະ ທັງຈະເປັນເຈົ້າການຫຼັກໃນການຈັດຕັ້ງປະຕິບັດ ພ້ອມດ້ວຍກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ) ທີ່ມີສ່ວນຮ່ວມ ແລະ ພາກສ່ວນຕ່າງໆກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ. ຖ້າເຮົາມາເບີ່ງໃນໄລຍະຈັດຕັ້ງປະຕິບັດໂຄງການ ແລະ ແຜນກິດຈະກໍາ ເຫັນວ່າມີໄລຍະເວລາທີ່ຈໍ້ ແລະ ວຍກງານດັ່ງກ່າວພົວພັນ ແລະ ຕິດພັນດັບຫຼາຍຂະແໜງການ; ສະນັ້ນຄະນະ ແລະ ກອງເລຂາ ຕ້ອງໄດ້ຮີບຮ້ອນ ແລະ ເອົາໃຈໃສ່ ຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດ ແລະ ທັນກັບເວລາທີ່ໄດ້ກໍານົດຕາມວັດຖຸປະສົງ, ເປົ້າໝາຍ, ໝາກຜົນ ແລະ ແຜນກິດຈະກໍາຂອງໂຄງການ.
ທ່ານ ສັນຕິສຸກ ພູນສະຫວັດ ກ່າວຕື່ມວ່າ: ຜູ້ເຂົ້າຮ່ວມກອງປະຊຸມ ຈະໄດ້ ຮັບຟັງການນຳສະເໜີໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດຂະບວນການ ແລະ ຂັ້ນຕອນ ການແກ້ໄຂຂໍ້ຂັດແຍ່ງ ຂອງບັນດາຂະແໜງການ ແລະ ບັນດາພະແນກ ອຄ ແຂວງ ແລະ ນະຄອນຫຼວງ. ຮັບຟັງການນຳສະເໜີ ທິດທາງ ແຜນການຄົ້ນຄ້ວາ ແລະ ຜ່ານຮ່າງກົນໄກຮັບຄໍາຮ້ອງທຸກ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຂະບວນການດຳເນີນວຽກງານແກ້ໄຂຂໍ້ຂັດແຍ່ງໃນ ສປປ ລາວ; ປືກສາຫາລືເອກະພາບຕໍ່ການຄົ້ນຄ້ວາຮ່າງກົນໄກຮັບຄໍາຮ້ອງທຸກ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຂະບວນການດຳເນີນວຽກງານແກ້ໄຂຂໍ້ຂັດແຍ່ງໃນ ສປປ ລາວ.
ຂ່າວ-ພາບ: ໄພວັນ