ລາວ-ຍິ່ປຸ່ນ ຮ່ວມມືພັດທະນາລະບົບການຄຸ້ມຄອງຊັບສິນທາງປັນຍາ
By ໄພວັນ On 13 Jun, 2025 At 07:28 AM | Categorized As ຂ່າວສຳຄັນ | With 0 Comments

1

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Yasuda Futoshi, ຮອງຫົວໜ້າສໍານັກງານສິດທິບັດຍີ່ປຸ່ນ ພ້ອມດ້ວຍຄະນະທີ່ເດີນທາງມາເຮັດວຽກຢູ່ ສປປ ລາວ, ໃນຕອນບ່າຍຂອງວັນທີ 11 ມິຖຸນາ 2025 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ.

ໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ກະຊວງ ອຄ ກ່າວຕ້ອນຮັບ ແລະ ຄໍາຂອບໃຈຕໍ່ສໍານັກງານສິດທິບັດຍີ່ປຸ່ນ ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ, ພ້ອມນັ້ນ ທ່ານຍັງໄດ້ມີຄໍາເຫັນບາງຕອນວ່າ ການລົງນາມໜັງສືຖະແຫຼງການໃນຄັ້ງນີ້ ແມ່ນການສະແດງເຖິງການພົວພັນການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ, ເປັນການສະໜູບສະໜູນຊ່ວຍເຫຼືອທາງດ້ານທຶນຮອນ ແລະ ເຕັກນິກວິຊາການ ທີ່ມີຄຸນຄ່າ ເປັນການຍົກລະດັບ ແລະ ພັດທະນາລະບົບການຄຸ້ມຄອງຊັບສິນທາງປັນຍາ ໃຫ້ມີຄວາມຈະເລີນກ້າວໜ້າໃນລະດັບເທົ່າທຽມກັບພາກພື້ນ ແລະ ສາກົນໄປເທື່ອລະກ້າວ.

4

ໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້ ທ່ານ Yasuda Futoshi ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານ ລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານເຖິງຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ຕໍ່ທ່ານລັດຖະມົນຕີ ຊາບ.

3

ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ເນື່ອງໃນໂອກາດວັນແຫ່ງສາຍພົວພັນທາງການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ແລະ ຄົບຮອບ 10 ປີ ໃນການຍົກສູງການຮ່ວມມື ແລະ ຈັດຕັ້ງປະຕິບັດວຽກງານຮ່ວມກັນ ລະຫວ່າງ ກົມຊັບສິນທາງປັນຍາ ສປປ ລາວ ແລະ ສໍານັກງານສິດທິບັດຍີ່ປຸ່ນ (JPO) ພ້ອມທັງ ສະເໜີໃຫ້ທັງສອງຝ່າຍເສີມຂະຫຍາຍການຮ່ວມມືຕື່ມອີກໃນຕໍ່ໜ້າ ໂດຍສະເພາະ ແມ່ນການສືບຕໍ່ສ້າງຄວາມເຂັ້ມແຂງ ໃຫ້ແກ່ບຸກຄະລາກອນ ເພື່ອໃຫ້ ສປປ ລາວ ຍົກລະດັບການໃຫ້ບໍລິການດ້ານຊັບສິນທາງປັນຍາໃຫ້ສູງຂຶ້ນກວ່າເກົ່າ ພ້ອມທັງ   ໝູນໃຊ້ນະວັດຕະກໍາ ເຕັກໂນໂລຊີ ຊັບສິນທາງປັນຍາ ຂອງປະເທດຢີ່ປູ່ນ ເຂົ້າມາພັດທະນາເສດຖະກີດ-ສັງຄົມ ສປປ ລາວ ໃຫ້ທັນສະໄໝ ທັງເປັນການສ້າງຄວາມເຊື່ອໝັ້ນ ແລະ ດຶງດູດນັກລົງທຶນ ຂອງຕ່າງປະເທດຢູ່ ສປປ ລາວ ໃຫ້ນັບມື້ຫຼາຍຂຶ້ນເທື່ອລະກ້າວ.

ຂ່າວ-ພາບ: ສູນທອງ

About -