ພິທີເຊັນບົດບັນທຶກຮ່ວມມື ການຈັດຕັ້ງປະຕິບັດໂຄງການສຸດຍອດສິນຄ້າລາວ
By ໄພວັນ On 11 Jun, 2025 At 11:28 AM | Categorized As ຂ່າວສຳຄັນ | With 0 Comments

DSC_8770.jpg1

ໃນຕອນເຊົ້າວັນທີ 10 ມິຖຸນາ 2025 ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີພິທີລົງນາມເຊັນບົດບັນທຶກຮ່ວມມື (MOU) ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການສຸດຍອດສິນຄ້າລາວ ລະຫວ່າງ ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ຕາງໜ້າໂດຍ ທ່ານ ປອ ບົວວັນ ວິລະວົງ ຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ ພີທີທີ (ລາວ) ຈໍາກັດ ຕາງໜ້າລົງນາມໂດຍ ທ່ານ ພີຣະເວດ ນະຣະນອງ, ຜູ້ອໍານວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ ແລະ ເພືີ່ອເປັນການສົີ່ງເສີມສິນຄ້າ ໜຶີ່ງເມືອງ ໜຶີ່ງຜະລິດຕະພັນ (ODOP), ສິນຄ້າຫັດຖະກໍາ ແລະ ສິນຄ້າທ່າແຮງຂອງລາວ

DSC_8696.jpg1

ພິທີລົງນາມຄັ້ງນີ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະ ກໍາ ແລະ ການຄ້າ, ທ່ານ ນາງ ຈິຣັດສະຍາ ພິຣະນົນ ອັກຄະລັດຖະທູດ ແຫ່ງຣາດຊະອານາຈັກໄທ ປະຈໍາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ປອ ບຸນເພັງ ສີບຸນເຮືອງ ຫົວໜ້າ ສໍານັກງານ ຈນກ, ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົີ່ງເສີມການຄ້າ ແລະ ຫັດຖະກໍາ, ທ່ານ ນາງ ວິໄລພອນ ຊິນດາວົງ ຮອງຫົວໜ້າກົມການຄ້າພາຍໃນ, ທ່ານ ປິກທອງ ທອງໃຫ່ຍ ປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ ປຕທ. ນໍ້າມັນ ແລະ ການຄ້າປີກ   ຈໍາກັດ (ມະຫາຊົນ), ທ່ານ ຊົງພົນ ເທບນํາໂສມມະນັດ ຮອງປະທານເຈົ້າໜ້າທີ່ບໍລິຫານດ້ານທຸລະກິດຕ່າງປະເທດ ບໍລິສັດ ປຕທ. ນ້ຳມັນ ແລະ ການຄ້າປີກ ຈຳກັດ (ມະຫາຊົນ) ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

DSC_8729.jpg1

ການເຊັນບົດບັນທຶກ (MOU) ຄັ້ງນີ້ ແມ່ນເພື່ອສົ່ງເສີມ ສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດອບ), ສິນຄ້າຫັດຖະກຳ ແລະ ສິນຄ້າທ່າແຮງຂອງລາວ ໃຫ້ມີການພັດທະນາ, ຍົກລະດັບຄຸນນະພາບສິນຄ້າ ໃຫ້ໄດ້ມາດຕະຖານ ເພື່ອນํາໄປຈໍາໜ່າຍໃນຮ້ານຄ້າ ສະຖານີບໍລິການນໍ້າມັນ ຂອງ ບໍລິສັດ ພີທີທີ (ລາວ) ຈໍາກັດ, ພ້ອມທັງຊຸກຍູ້ໃຫ້ສິນຄ້າ ສາມາດຈໍາຫນ່າຍໃນທ້ອງຕະຫລາດຢ່າງກວ້າງຂວາງ ພາຍໃຕ້ຄໍາຂວັນ “ສຸດຍອດສິນຄ້າລາວ”; ທັງນີ້ໂຄງການສຸດຍອດສິນຄ້າລາວ ຈະໄດ້ຮັບການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ ຕາມສະພາບເງື່ອນໄຂຕົວຈິງ

ຄາດໝາຍຂອງຜົນໄດ້ຮັບໃນການຮ່ວມມືຄັ້ງນີ້ ເພື່ອຊຸກຍູ້ການສ້າງລາຍຮັບ ໂດຍສະໜັບສະໜູນໃຫ້ປະຊາຊົນນໍາຊັບພະຍາກອນ ພູມປັນຍາໃນທ້ອງຖິ່ນມາພັດທະນາເປັນຜະລິດຕະພັນທີ່ມີຄຸນນະພາບ ເພີ່ມມູນຄາ ກົງກັບຄວາມຕ້ອງການຂອງຕະຫລາດ ເປັນແຮງຂັບເຄື່ອນເສດຖະກິດຮາກຖານຂອງ ສປປ ລາວ ໃຫ້ເຂັ້ມແຂງຍືນຍົງຕໍ່ໄປ.

ຂ່າວ: ໄພວັນ, ພາບ: ສູນທອງ

About -