ວັນທີ 09 ມິຖຸນາ 2025, ທີ່ຫ້ອງປະຊຸມກະຊວງອຸດສາຫະກໍາ ແລະ ການຄ້າ, ສະຖາບັນອຸດສາຫະກໍາ ແລະ ການຄ້າ (ສອຄ), ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມປືກສາຫາລື ແລະ ແລກປ່ຽນຄໍາເຫັນຕໍ່ຜົນການຄົ້ນຄວ້າພາຍໃຕ້ຫົວຂໍ້ ‘‘ຕົ້ນທຶນທາງການຄ້າໃນການສະໜອງສິນຄ້າຂອງລາວ ເຂົ້າຮ້ານຊັບພະສິນຄ້າ ແລະ ຮ້ານສະດວກຊື້ ຢູ່ ສປປ ລາວ’’ ໂດຍການເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີທ່ານ ພຸດທະວັນ ນັນທະວົງ ຫົວໜ້າກົມກວດກາ, ທ່ານ ນາງ ກິ່ງສະດອນ ສີບຸນເຮືອງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ທ່ານ ວຽງສະຫວ່າງ ທິບພະວົງ ຫົວໜ້າສະຖາບັນອຸດສາຫະກໍາ ແລະ ການຄ້າ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ສໍານັກງານ ຈນກ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ, ທ່ານຜູ້ຕາງໜ້າບັນດາກະຊວງ, ກະຊວງກະສິກຳ ແລະ ປ່າໄມ້, ຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ບັນດາສະມາຄົມທີ່ກ່ຽວຂ້ອງ, ກຸ່ມການຜະລິດ, ຊາວກະສິກອນ, ສະຫະກອນ, ຜູ້ສະໜອງສິນຄ້າ, ຫ້າງຮ້ານສັບບພະສິນຄ້າ ແລະ ຮ້ານສະດວກຊື້ ເຂົ້າຮ່ວມຈໍານວນ 60 ທ່ານ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອຮັບຟັງການນໍາສະເໜີຜົນຂອງການຄົ້ນຄວ້າ ໃນຫົວຂໍ້ ‘‘ຕົ້ນທຶນທາງການຄ້າໃນການສະໜອງສິນຄ້າລາວ ເຂົ້າຮ້ານຊັບພະສິນຄ້າ ແລະ ຮ້ານສະດວກຊື້ ຢູ່ ສປປ ລາວ’’ ໂດຍ ທ່ານ ປອ ຈັນຜາສຸກ ວິດາວົງ ຫົວໜ້າພະແນກຄົ້ນຄວ້ານະໂຍບາຍການຄ້າ, ສອຄ; ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານທີ່ຜ່ານມາຂອງກົມກ່ຽວຂ້ອງ ໃນການຊຸກຍູ້-ສົ່ງເສີມສິນຄ້າລາວເຂົ້າຫາຕະຫຼາດ ແລະ ຄຸ້ມຄອງລາຄາໃນໄລຍະຜ່ານມາ ພ້ອມທັງຮັບຟັງສະພາບການດໍາເນີນທຸລະກິດຈາກພາກສ່ວນທຸລະກິດເປັນຕົ້ົ້ນແມ່ນສະມາຄົມກະສິກໍາຂອງລາວ, ຕົວແທນສະຫະ ກອນຂອງລາວ, ຕົວແທນຮ້ານສະດວກຊື້ ແລະ ຕົວແທນຜູ້ປຸງແຕ່ງ (ຫຸ່ມຫໍ່) ເປັນຜະລິດຕະພັນ ຂອງ ສປປ ລາວ ແລະ ໄດ້ແລກປ່ຽນກັບບັນດາຜູ້ເຂົ້າຮ່ວມໃນທີ່ປະຊຸມ. ຜົນການຄົ້ນຄວ້າໄດ້ຊີ້ໃຫ້ເຫັນຄວາມສໍາຄັນຂອງຕົ້ນທຶນທາງການຄ້າທີ່ມີຜົນກະທົບຕໍ່ລາຄາສິນຄ້າ ແລະ ການບໍລິການ , ສາມາດຕີລາຄາໄດ້ບັນຫາ ແລະ ສິ່ງທ້າທາຍໃນການສະໜອງສິນຄ້າເຂົ້າຫ້າງຮ້ານດັ່ງກ່າວ ເຂົ້າໃຈຂະບວນການສະໜອງສິນຄ້າລາວເຂົ້າຫ້າງຮ້ານດັ່ງກ່າວ ພ້ອມທັງໄດ້ມີຂໍ້ສະເໜີແນະດ້ານວິຊາການ ເພື່ອໃຫ້ກອງປະຊຸມໄດ້ນໍາເອົາໄປຄົ້ນຄວ້າໃນການວາງນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາທີ່ກ່ຽວຂ້ອງ ເພື່ອຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານກ່ຽວກັບການຄົ້ນຄວ້າ “ນະໂຍບາຍ ແລະ ມາດຕະການຫຼຸດຕົ້ນທຶນການຜະລິດພາຍໃນ, ຍົກສູງຄຸນນະພາບການຜະລິດ, ບໍລິການພາຍໃນ, ເພື່ອສາມາດສົ່ງອອກຕ່າງປະເທດ ແລະ ເຮັດໃຫ້ຄົນລາວຊົມໃຊ້ສິນຄ້າລາວ”.
ປະທານກອງປະຊຸມສະແດງຄວາມຊົມເຊີຍທີ່ທາງສະຖາບັນອຸດສາຫະກໍາ ແລະ ການຄ້າ ໃນນາມເປັນຫນ່ວຍງານຄົ້ນຄວ້າ ຂອງກະຊວງ ອຄ ໄດ້ເລັ່ງເຫັນຄວາມສໍາຄັນ ແລະ ຈໍາເປັນໃນການສຶກສາຄົ້ນຄວ້າວິໄຈ, ດ້ວຍຄວາມຮັບຜິດຊອບ ແລະ ຕັດສິນໃຈສູງ ຕາມທິດຊີ້ນໍາຂອງລັດຖະບານ ມາຈັດຕັ້ງຜັນຂະຫຍາຍ ຜ່ານວຽກງານການຄົ້ນຄວ້າຄັ້ງນີ້ ເພື່ອເປັນຂໍ້ມູນ, ແນວທາງ ແລະ ຂໍ້ສະເໜີແນະໃຫ້ລັດຖະບານໃນການສ້າງນະໂຍບາຍທີ່ເໝາະສົມ ຊ່ວຍຜູ້ປະກອບການທຸກພາກສ່ວນເຮັດແນວໃດເພື່ອຈະຫຼຸດຄ່າໃຊ້ຈ່າຍ ແລະ ສິ່ງກີດຂວາງຕ່າງໆລົງໄດ້ ເຮັດໃຫ້ລາຄາສິນຄ້າສົມເຫດສົມຜົນສະໜອງໃຫ້ແກ່ສັງຄົມ. ເພື່ອໃຫ້ຕ່ອງໂສ້ການສະໜອງສິນຄ້າລາວ ສາມາດເຂົ້າຮ້ານສັບພະສິນຄ້າ ແລະ ຮ້ານສະດວກຊື້ໄດ້ພຽງພໍກັບຄວາມຕ້ອງການ ແລະ ກ້າວໄປສູ່ສົ່ງອອກໄດ້.
ໃນກອງປະຊຸມປຶກສາຫາລື ແລະ ແລກປ່ຽນຄັ້ງນີ້ ໄດ້ດໍາເນີນໄປດ້ວຍຄວາມຮັບຜິດຊອບສູງຂອງຜູ້ເຂົ້າຮ່ວມ ແລະ ສໍາເລັດຕາມຈຸດປະສົ່ງ ແລະ ລະດັບຄາດໝາຍ, ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ໄດ້ຮຽກຮ້ອງໃຫ້ບັນດາຂະແໜງ ການ ແລະ ພາກສ່ວນທຸລະກິດ ທີ່ເຂົ້າຮ່ວມກອງປະຊຸມ ຈົງນໍາເອົາເນື້ອໃນຜົນຂອງກອງປະຊຸມໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດຜົນຢ່າງເປັນຮູບປະທໍາ ແລະ ໃຫ້ປະສານສົມທົບກັນຢ່າງໃກ້ຊິດ ບໍ່ວ່າພາກລັດ ກໍ່ຄືພາກທຸລະກິດ ໃນການສ້າງສິ່ງເອື້ອອໍານວຍຄວາມສະດວກໃຫ້ທຸລະກິດມີການຂະຫຍາຍຕົວ ແລະ ມີການແຂ່ງຂັນກັນທາງທຸລະກິດທີ່ເປັນທໍາ.
ຂ່າວ-ພາບ: ໄພວັນ