ໃນວັນທີ 5 ມີຖຸນາ 2025, ທີ່ຫ້ອງປະຊຸມສະພາປະຊາຊົນ, ແຂວງອັດຕະປື, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມເຜີຍແຜ່ການແບ່ງຂັ້ນການຄຸ້ມຄອງ ວຽກງານຊັບສິນທາງປັນຍາ ແລະ ຝຶກອົບຮົມດ້ານການຮັບຄໍາຮ້ອງຂໍຈົດທະບຽນ ໃຫ້ແກ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື, ໃຫ້ກຽດເປັນປະທານຮ່ວມກອງປະຊຸມໂດຍ ທ່ານ ນ.ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື. ໃນກອງປະຊຸມມີ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ໂອພາດ ວົງບາຈຽງ, ຮອງຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື, ມີບັນດາຄະນະພະແນກແຂວງ, ຄະນະວິຊາການຈາກສູນກາງ, ຜູ້ຕາງໜ້າຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຜູ້ຕາງໜ້າຈາກຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ນ.ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງ ອຄ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ທ່ານກ່າວວ່າ: ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຕໍ່ກັບການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ ກໍຄື ການສ້າງເສດຖະກິດແຫ່ງຊາດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ຍົກສູງຄວາມອາດສາມາດໃນການແຂ່ງຂັນ ທາງດ້ານຊັບສິນທາງປັນຍາ, ຊຶ່ງຊັບສິນທາງປັນຍາກໍເປັນເຄື່ອງມືອັນໜຶ່ງທີ່ສຳຄັນ ໃນການກະຕຸກຊຸກຍູ້ ແລະ ຂັບເຄື່ອນເສດຖະກິດແຫ່ງຊາດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຄວາມຈຳເປັນຢ່າງຍິ່ງ ໃນການສ້າງຄວາມອາດສາມາດ ສ້າງຄວາມຊໍານິຊໍານານທາງດ້ານວິຊາການ ໃຫ້ແກ່ຂະແໜງການໃນທ້ອງຖິ່ນ, ສົ່ງເສີມຜູ້ປະກອບການ ແລະ ສັງຄົມ. ໂດຍສະເພາະ ແມ່ນສ້າງຄວາມເຂົ້າໃຈ ແລະ ຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ, ຜູ້ປະກອບການຂະໜາດນ້ອຍ ແລະ ກາງ ແລະ ນັກທຸລະກິດ ເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ກໍຄື ການນຳໃຊ້ຊັບສິນທາງປັນຍາ ເພື່ອປົກປ້ອງພູມປັນຍາ ໃນການປະດິດສ້າງ ແລະ ປະດິດຄິດແຕ່ງ ທັງເປັນການປົກປ້ອງຜົນປະໂຫຍດຂອງຕົນ ເຂົ້າໃນການສ້າງມູນຄ່າເພີ່ມຂອງສິນຄ້າ ແລະ ສາມາດແຂ່ງຂັນໃນຕະຫຼາດໄດ້.
ຜົນງານທີ່ໄດ້ຮັບຈາກການດຳເນີນງານໃນທົ່ວປະເທດ, ມີການຍື່ນຄໍາຮ້ອງຂໍຈົດທະບຽນ ເຄື່ອງໝາຍການຄ້າ ຫຼາຍກວ່າ 66,000 ເຄື່ອງໝາຍ; ແບບອຸດສາຫະກຳ ຫຼາຍກວ່າ 690 ສະບັບ; ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງ ຫຼາຍກວ່າ 860 ສະບັບ ແລະ ຢູ່ໃນແຂວງອັດຕະປື ມີການຍື່ນຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ຈຳນວນ 05 ເຄື່ອງໝາຍ. ສະນັ້ນ ການຂັບເຄື່ອນວຽກງານສູ່ທ້ອງຖິ່ນ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ຖືເອົາວຽກງານການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ກົມຊັບສິນທາງປັນຍາ ແລະ ບັນດາພະແນກອຸດສາຫະກຳ ແລະ ການຄ້າແຂວງ ເປັນໜຶ່ງໃນວຽກງານທີ່ສຳຄັນ ແລະ ເປັນໜຶ່ງໃນແຜນບູລິມະສິດ, ຊຶ່ງການຝຶກອົບຮົມດັ່ງກ່າວ ແມ່ນໄດ້ເລີ່ມຈາກນະຄອນຫຼວງວຽງຈັນ ເປັນແຂວງຕົວແບບທໍາອິດ, ຈາກນັ້ນກໍໄດ້ຂະຫຍາຍໄປຫຼາຍແຂວງ ເຊັ່ນ: ໄຊສົມບູນ, ຫຼວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ, ອຸດົມໄຊ, ຊຽງຂວາງ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ຜົ້ງສາລີ, ຫົວພັນ, ສາລະວັນ ແລະ ອັດຕະປື ເປັນແຂວງທີ່ສິບຫົກ.
ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ເນື້ອໃນທີ່ສຳຄັນ ໂດຍສະເພາະ ຄວາມສໍາຄັນ ແລະ ທິດທາງວຽກງານຊັບສິນທາງປັນຍາ ຢູ່ສູນກາງ ແລະ ທ້ອງຖິ່ນ, ຕໍ່ກັບວຽກງານອາຊຽນ; ຄວາມຮູ້ພື້ນຖານກ່ຽວກັບວຽກງານສິດທິບັດ ແລະ ອານຸສິດທິບັດ; ການຮັບຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກຳ; ການຮັບຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ; ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ; ຄໍາສະເໜີແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ; ການປ້ອນຂໍ້ມູນ ແລະ ອັບໂຫຼດເອກະສານເຂົ້າໃນລະບົບ IPAS.
ພ້ອມດຽວກັນນັ້ນ, ທ່ານ ຮອງລັດຖະມົນຕີ ໄດ້ຮຽກຮ້ອງ ມາຍັງບັນດາຜູ້ເຂົ້າຮ່ວມກອງປະຊຸມ ຈະສຸມຈິດສຸມໃຈສຶກສາຮຽນຮູ້ຢ່າງເຕັມເມັດເຕັມໜ່ວຍ ພ້ອມທັງແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ໃນວຽກງານຕົວຈິງໄດ້ໃນທ້ອງຖິ່ນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ສປປ ລາວ ກໍຄື ຂອງແຂວງອັດຕະປື ໃຫ້ມີການພັດທະນາຢ່າງຕໍ່ເນື່ອງ.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ