ປືກສາຫາລືຕໍ່ບົດຄົ້ນຄວ້າ ຕ່ອງໂສ້ການຜະລິດ ແລະ ຕົ້ນທຶນຂອງສິນຄ້າປະເພດເຄື່ອງກໍ່ສ້າງທີ່ຜະລິດໃນ ສປປ ລາວ
By ໄພວັນ On 31 May, 2025 At 05:28 PM | Categorized As ຂ່າວສຳຄັນ | With 0 Comments

DSC_7051.jpg1

ສະຖາບັນອຸດສາຫະກຳ ເເລະ ການຄ້າ ຈັດກອງປະຊຸມເຜີຍເເຜ່ບົດຄົ້ນຄວ້າຫົວຂໍ້ “ຕ່ອງໂສ້ການຜະລິດ ແລະ ຕົ້ນທຶນຂອງສິນຄ້າປະເພດເຄື່ອງກໍ່ສ້າງທີ່ຜະລິດໃນ ສປປ ລາວ” ຂື້ນໃນວັນທີ 30 ພຶດສະພາ 2025 ທີ່ຫ້ອງປະຊຸມ ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັກ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີທ່ານ ວຽງສະຫວ່າງ ທິບພະວົງ ຫົວໜ້າສະຖາບັນອຸດສາຫະກຳ ເເລະ ການຄ້າ, ທ່ານ ວັນທອງ ສິດທິກຸນ ປະທານກຸ່ມຊີມັງລາວ, ຕາງໜ້າບັນດາກົມ, ຕາງໜ້າຈາກໂຮງງານ ແລະ ຫົວໜ່ວຍທຸລະກິດຊີມັງ ແລະ ແຂກຖືກເຊີນເຂົ້າຮ່ວມ.

DSC_7043.jpg1

ທ່ານປະທ່ານກອງປະຊຸມໄດ້ກ່າວວ່າ: ອຸດສາຫະກໍາຊີມັງມີຄວາມສໍາຄັນ ແລະ ຈໍາເປັນຕໍ່ລະບົດເສດຖະກິດຂອງ ສປປ ລາວ ສາມາດເປັນທ່າແຮງທີ່ດີໃນການສົ່ງອອກຜະລິດຕະພັນຊີມັງໄປປະເທດເພື່ອນບ້ານ, ສ້າງໂອກາດວຽກເຮັດງານທໍາໃຫ້ແກ່ປະຊາຊົນຫຼາຍຄອບຄົວໃນທ້ອງຖິ່ນ ທີ່ຕິດພັນກັບການຜະລິດ ແລະ ຈໍາໜ່າຍຊີມັງ  ນັບຕັ້ງແຕ່ການຂຸດຄົ້ນຫິນປູນຂາວ, ຖ່ານຫີນ ແລະ ວັດຖຸດິບອຶ່ນໆ ຈົນເຖິງການຜະລິດ, ບັນຈຸ ແລະ ຂົນສົ່ງ. ນາກຈາກນັ້ນ, ອຸດສາຫະກໍາຊີມັງຍັງໄດ້ສົ່ງຜົນໃຫ້ມີການພັດທະນາໂຄງລ່າງພື້ນຖານຂອງປະເທດ ເປັນຕົ້ນແມ່ນ: ການສ້າງເສັ້ນທາງຄົມມະນາຄົມ, ການກໍ່ສ້າງອາຄານ, ການຂະຫຍາຍລະບົບໄຟຟ້າ, ລະບົບນໍ້າປະປາ ແລະ ພື້ນຖານໂຄງລ່າງອຶ່ນໆທີ່ຈໍາເປັນອິກດ້ວຍ.

DSC_7118.jpg1

ໃນປະຈຸບັນຂະແໜງອຸດສາຫະກໍາຊີມັງ ໃນ ສປປ ລາວ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສາເຫດຍ້ອນແມ່ນມີຄວາມຕ້ອງການທີ່ສູງຂື້ນໃນການພັດທະນາພື້ນຖານໂຄງລ່າງ , ການຂະຫຍາຍຕົວຂອງຕົວເມືອງ ແລະ ການເຕີບໃຫຍ່ຢ່າງວ່ອງໄວຂອງຂະແໜງກໍ່ສ້າງ ເພື່ອຮອງຮັບການຂະຫຍາຍຕົວທີ່ຫລາຍຂື້ນທາງດ້ານພື້ນຖານໂຄງລ່າງ, ໂຄງການຂອງລັດ ແລະ ເອກະຊົນ. ໂດຍປະຈຸບັນມີໂຮງງານຜະລິດຊີມັງທົ່ວປະເທດທັງໝົດ 11 ແຫ່ງ ທີ່ສາມາດສະໜອງຊີມັງສູງສຸດເປັນຈໍານວນ 10,900,000ໂຕນຕໍ່ປີ (ສິນລ້ານເກົ້າແສນໂຕນຕໍ່ປີ). ເຖິງແມ່ນວ່າຈະມີການຜະລິດເປັນຈໍານວນຫຼາຍກໍ່ຕາມ ແຕ່ກໍ່ຍັງມີການນໍາເຂົ້າຊີມັງ ຈາກຕ່າງປະເທດເປັນຈໍານວນຫລາຍ ເຊິ່ງເປັນສິ່ງທ້າທາຍ ຕໍ່ການພັດທະນາອຸດສາຫະກໍາພາຍໃນ ກໍຄືຜູ້ຜະລິດຊີມັງຂອງ ສປປ ລາວ ທີ່ຈະຕ້ອງໄດ້ມີການພັດທະນາຜະບິດຕະພາບການຜະລິດຂອງຕົນໃຫ້ມີຄວາມເຂັ້ມແຂງໃຫ້ສາມາດແຂ່ງຂັນໄດ້. ຄະນະນໍາກະຊວງອຸດສາຫະກໍາ ແລະ ການຄ້າ ເຫັນໄດ້ເຖິງຄວາມສໍາຄັນຂອງສິ່ງທ້າທາຍກໍຄືບັນຫາດັ່ງກ່າວ ຈຶ່ງໄດ້ມອບໃຫ້ສະຖາບັນອຸດສາຫະກໍາ ແລະ ການຄ້າ  ເຊິ່ງເປັນເສນາທິການດ້ານວຽກງານຄົ້ນຄວ້າ ເພື່ອສະເໜີແນະດ້ານນະໂຍບາຍ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເວົ້າລວມເວົ້າສະເພາະ ກໍ່ແມ່ນ ກະຊວງອຸດສາຫະກໍາ ແລະ ການຄ້າ ລົງເລິກຄົ້ນຄວ້າກ່ຽວກັບຕ່ອງໂສ້ການຜະລິດ ແລະ ຕົ້ນທຶນຂອງສິນຄ້າປະເພດເຄື່ອງກໍ່ສ້າງທີ່ຜະລິດໃນ ສປປ ລາວ ໂດຍກໍານົດເອົາຜະລິດຕະພັນຊີມັງເປັນກໍລະນີສຶກສາ. ເພື່ອເຮັດແນວໃດໃຫ້ມີການສົ່ງເສີມນະໂຍບາຍ ແລະ ມີມາດຕະການຫຼຸດຕົ້ນທຶນການຜະລິດພາຍໃນ, ຍົກສູງຄຸນນະພາບການຜະລິດ, ການບໍລິການພາຍໃນ, ເພື່ອສາມາດສົ່ງອອກຕ່າງປະເທດ ແລະ ເຮັດສິນຄ້າພາຍໃນໃຫ້ຄົນລາວຊົມໃຊ້ສິນຄ້າລາວ.

DSC_7130.jpg1

ກອງປະຊຸມປຶກສາຫາລືຄັ້ງນີ້ມີຄວາມສໍາຄັນຫລາຍເນື່ອງຈາກວ່າ ສປປ ລາວ ເຮົາມີກໍາລັງການຜະລິດຢູ່ພາຍໃນທີ່ສາມາດກຸ້ມຕົນເອງໄດ້, ແຕ່ກໍໍ່ຍັງມີການນໍາເຂົ້າຜະລິດຕະພັນຊີມັງຈາກຕ່າງປະເທດ ໄດ້ສ້າງຜົນກະທົບຫຼາຍດ້ານໃຫ້ແກ່ລະບົບເສດຖະກິດພາຍໃນ ແລະ ສັງຄົມ ເປັນຕົ້ນແມ່ນການໄຫວອອກເງິນຕາຕ່າງປະເທດຈໍານວນຫຼວງຫຼາຍ ແລະ ສ້າງຜົນກະທົບຕໍ່ຕ່ອງໂສ້ການຜະລິດອຸດສາຫະກໍາພາຍໃນຢ່າງຫຼີກລ້ຽງບໍໍ່ໄດ້ ເຮັດໃຫ້ຂະແໜງອຸດສາຫະກໍາຊີມັງພາຍໃນບໍ່ສາມາດຈະຂະຫຍາຍໂຕຕາມເສດຖະກິດຢ່າງເຕັມທີ່ໄດ້.

ກອງປະຊຸມປຶກສາຫາລືໃນມື້ນີ້ເປັນໂອກາດທີ່ດີທີ່ຈະເຮັດໃຫ້ພາກສ່ວນວາງນະໂຍບາຍສົ່ງເສີມ ແລະ ຜະລິດຕົວຈິງໄດ້ປະເມີນ ແລະ ສ້າງຄວາມເຂົ້າໃຈກ່ຽວກັບຕ່ອງໂສ້ມູນຄ່າການຜະລິດຊີມັງໃນປະເທດລາວ ວ່າຊີມັງຖືກຜະລິດ, ແຈກຢາຍ ແລະ ບໍລິໂພກຢູ່ປະເທດແນວໃດ. ເຊິ່ງເປັນສິ່ງຈໍາເປັນທີ່ທຸກພາກສ່ວນທີ່ກ່ຽວຂ້ອງ ຕ້ອງພິຈາລະນາຢ່າງລະອຽດໃນແຕ່ລະຂັ້ນຕອນຂອງລະບົບຕ່ອງໂສ້ມູນຄ່າການຜະລິດຊີມັງເພື່ອຊອກຫາຊ່ອງວ່າງ, ປັບປຸງປະສິດທິພາບ, ສ້າງຄວາມເຊື່ອໜັ້ນໃຫ້ແກ່ຜູ້ຊົມໃຊ້ພາຍໃນ ແລະ ມີຄຸນນະພາບທຽບເທົ່າ ແລະ ໄດ້ມາດຕະຖານລະດັບສາກົນ.

ຂ່າວ-ພາບ: ໄພວັນ

About -